ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຕຳຫຼວດ​ ຮັງ​ກາຣີ ​​ປະສົບ​ກັບ​ ຄວາມ​ຫຍຸ້ງຍາກ​ ໃນການ​ຄວບ​ຄຸມ ​ອົບ​ພະຍົບ ຫຼາຍພັນຄົນ


Hungarian Police Struggle to Control Refugee Influx at Serbian Border
please wait

No media source currently available

0:00 0:01:37 0:00

ໃນ​ວັນ​ຈັນ​ວານ​ນີ້ ຕຳຫລວດ​ຮັງ​ກາຣີ ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງ
ຍາກ​ທີ່​ຈະ​ຄວບ​ຄຸມ​ການ​ເຂົ້າ​ເມືອງ​ຂອງພວກ​ອົບ​ພະຍົບຈຳນວນ
​ຫຼາຍ​ພັນ​ຄົນ ​ໃນເຂດ​ຊາຍ​ແດນ​ທີ່​ຕິດ​ກັບ Serbia ນັ້ນ.

ຕຳຫຼວດ​ໄດ້​ຄວບຄຸມພວກ​ອົບ​ພະຍົບ ທີ່​ອ່ອນ​ເພຍ ​ແລະ​ພວກ
​ທີ່​ບໍ່ຢູ່ເສີຍກັບທີ່ໃນ​ບໍລິ​ເວ​ນຄຸມ​ຂັງ​ບ່ອນ​ນຶ່ງ​ບໍ່​ເທົ່າ​ໃດ​ແມັດຫ່າງ​
ຈາກ​ຮົ້ວຊາຍ​ແດນ ບ່ອນ​ທີ່​ທາງ​ລົດ​ໄຟ​ ​ເສື່ອມ​ຕໍ່​ເຊີ​ເບຍກັບ​ຮັງ​
ກາຣີນັ້ນ ​ແລະ​ບ່ອນ​ທີ່ພວກ​ອົບ​ພະຍົບ ທີ່​ໄດ້​ພາກັນຍ່າງ​ເຂົ້າມາ​. ​ໃນ​ຂະນະ​ທີ່​ລົດ​ເມໄດ້​ມາ
​ຮອດ​ສະຖານ​ທີ່ເພື່ອ​ສົ່ງ​ຜູ້​ຄົນໄປ​ສູນ​ຈົດທະບຽນ ຜູ້​ຄົນ​ຈຳນວນ​ຫຼາຍ​ຮ້ອຍ​ຄົນ ​ພາກັນ​ຍາດ​ກັນ​ແລະ​ຢຽບ​ກັນ.

ບາງ​ຄົນ​ພະຍາຍາມ​ທີ່​ຈະ​າຂຶ້ນໄປ​ໃນ​ລົດ​ເມ ​ໃນ​ຂະນະ​ທີ່​ອີກ​ຫຼາຍໆ​ຄົນ ພາກັນ​ເລີ້ມຍ່າງ
ມຸ່ງໜ້າ​ໄປ​ຍັງນະຄອນ Budapest ບ່ອນ​ທີ່​ຫຼາຍໆ​ຄົນ​ຫວັງ​ທີ່​ຈະ​ຂຶ້ນ​ລົດ​ໄຟ ​ເພື່ອ​ໄປ​ຍັງ
​ຈຸດໝາຍ​ປາຍທາງ ຄືຊາຍ​ແດນ Austria ແລະ ຕໍ່ໄປຍັງເຢຍຣະມັນ.

ພວກອົບພະຍົບ ພັກເຊົາແຄມທາງ ຂ້າງທາງລົດໄຟ ກ່ອນທີ່ຈະເດີນທາງຕໍ່
ພວກອົບພະຍົບ ພັກເຊົາແຄມທາງ ຂ້າງທາງລົດໄຟ ກ່ອນທີ່ຈະເດີນທາງຕໍ່

ທ່ານ Kristof Gancs ໂຄສົກຂອງອົງການຊ່ອຍເຫຼືອບັນເທົາທຸກໂບດຂອງຮັງກາຣີ ໄດ້
ກ່າວວ່າ: “ໃນແຕ່ລະມື້, ຜູ້ຄົນຈຳນວນຫຼາຍພັນຄົນພາກັນລຸລັ່ງຂ້າມຊາຍແດນເຂົ້າມາ;
ມື້ນີ້ ພຽງມື້ດຽວເທົ່ານັ້ນ ມີຫຼາຍກວ່າ 2 ພັນ ຄົນ ໄດ້ຜ່ານເຂົ້າມາທາງເຂດຊາຍແດນ ຊຶ່ງໝາຍຄວາມວ່າ ພວກເຂົາເຈົ້າໄດ້ເຂົ້າສູ່ເຂດສະຫະພາບຢູໂຣບແລ້ວ.”
ທ່ານ Gancs
ແລະພວກພະນັກງານຄົນອື່ນໆ ໄດ້ບອກທາງແລະຂັ້ນຕອນຕ່າງໆ ໃຫ້ແກ່ພວກ​ອົບ​ພະຍົບ ທີ່ພາກັນຍ່າງເຂົ້າມາຕາມທາງລົດໄຟນັ້ນ ບາງຄົນກໍ່ຍູ້ລໍ້ໃສ່ລູກ ແລະບາງພວກກໍຍູ້ຜູ້ເຖົ້າ
ຜູ້ແກ່ ໃສ່ລົດເຂັນມາ.

Europe Braces for New Wave of Refugees
please wait

No media source currently available

0:00 0:01:46 0:00

ພວກອົບ​ພະຍົບ ທີ່ຖືກສຳພາດນັ້ນ ພາກັນເລົ່າເຖິງເລື້ອງລາວທີ່ວ່າ ພວກເຂົາເຈົ້າໄດ້ອົບ
ພະຍົບໜີອອກຈາກບ້ານເກີດເມືອງນອນຂອງຕົນ. ຜູ້ອົບພະຍົບຈາກອັຟການິສຖານ
ກ່າວ​ໃນຂະນະທີ່ລາວກຳລັງເຂົ້າໄປເຖິງເຂດທີ່ຕຳຫຼວດກວດກາ ທີ່ກີດກັນດ້ວຍຮົ້ວນັ້ນວ່າ: “ຂ້ອຍຕ້ອງການທີ່ຈະໄປຍັງສະຖານທີ່ຂ້ອຍສາມາດດຳລົງຊີວິດ ແລະບ່ອນທີ່ຈະມີຊີວິດ
ຢູ່ຕໍ່ໄປໄດ້”

ພວກພະນັກງານຊ່ອຍເຫຼືອ ແມ່ນພະຍາຍາມທີ່ຈະໃຫ້ພວກອົບພະຍົບ ຢູ່ໃນຄວາມສະງົບ ຄວບຄຸມສະຕິອາລົມຊຶ່ງພວກຢ້ານກົວວ່າທາງຕຳຫຼວດຮັງກາຣີຈະສົ່ງພວກເຂົາເຈົ້າກັບຄືນ
ປະເທດ.


ໃນການປ່ຽນນະໂຍບາຍນັ້ນ, ປະຈຸບັນນີ້ ຮັງກາຣີ ໄດ້ອະນຸຍາດໃຫ້ພວກອົບພະຍົບ​ຜ່ານ
ປະເທດຕົນ ໄປຍັງຊາຍແດນ Austria ສຳຫຼັບພວກທີ່ກ່າວວ່າ ຕົນແມ່ນພວກອົບພະຍົບ
ແລະບໍ່ແມ່ນພວກອົບພະຍົບທາງເສດຖະກິດ. ໃນຂັ້ນຕອນການດຳເນີນງານ ເຈົ້າໜ້າທີ່
ຮັງກາຣີ ແມ່ນໄດ້ລົງທະບຽນ ເກັບກຳເອົາລາຍມື ແລະຄວບຄຸມໃຫ້ພວກເຂົາເຈົ້າ ຢູ່ໃນສູນ
ຈົດທະບຽນໃນຂະນະທີ່ສະຖານະພາບຂອງພວກເຂົາເຈົ້າຖືກກວດສອບແລະລະບຸ
ພ້ອມທັງ ການຕັດສິນໃຈ ທີ່ວ່າຈະສົ່ງພວກອົບພະຍົບນີ້ໄປຍັງຊາຍແດນ Austria ຫຼືສົ່ງກັບ
ເຊີເບຍ.

ຮົ້ວໜາມຈັບ ກັ້ນຊາຍແດນຮັງກາຣີ
ຮົ້ວໜາມຈັບ ກັ້ນຊາຍແດນຮັງກາຣີ

ເບິ່ງ: ຊາຍແດນຮັງກາຣີ ແລະເຊີເບຍ ຈາກນັກຂ່າວຂອງ VOA - Luis Ramirez

Refugees Cross Into Hungary
please wait

No media source currently available

0:00 0:00:30 0:00

XS
SM
MD
LG