ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວ​ບູ​ຣຸນ​ດີ​ຫລາຍຮ້ອຍຄົນ ​​ໃນ​ຄ້າຍ​ອົບ​ພະ​ຍົບ ແທນ​ຊາ​ເນຍ ຖືກ​ສົ່ງ​ກັບ​ຄືນ ປະ​ເທດ​


ນາງ Ntahombaye Melania ມື​ໄປ​ຈັບມື​ຜົວ​ຂອງ​ນາງ ທີ່​ໄດ້​ຫລົບ​ໜີຈາກ Burundi ໃນ​ປີ 2015 ໃນ​ຂະ​ນະ​ທີ່​ລາວ​ຂີ່​ລົດ​ເມມາ​ເຖິງຊາຍ​ແດນ Gisuru ຢູ່​ແຂວງ Ruyigi ຂອງ Burundi, ໃນ​ວັນ​ທີ 3 ຕຸ​ລາ, 2019
ນາງ Ntahombaye Melania ມື​ໄປ​ຈັບມື​ຜົວ​ຂອງ​ນາງ ທີ່​ໄດ້​ຫລົບ​ໜີຈາກ Burundi ໃນ​ປີ 2015 ໃນ​ຂະ​ນະ​ທີ່​ລາວ​ຂີ່​ລົດ​ເມມາ​ເຖິງຊາຍ​ແດນ Gisuru ຢູ່​ແຂວງ Ruyigi ຂອງ Burundi, ໃນ​ວັນ​ທີ 3 ຕຸ​ລາ, 2019

ຊາວ​ບູ​ຣຸນ​ດີ​ຫລາຍກວ່າ 500 ຄົນ​ຢູ່​ໃນ​ຄ້າຍ​ອົບ​ພະ​ຍົບ 3 ແຫ່ງ​ໃນ​ປະ​ເທດ ແທນ​ຊາ​ເນຍໄດ້​ຖືກ​ສົ່ງ​ກັບ​ຄືນ​ໄປ​ປະ​ເທດ​ຂອງ​ຕົນ ໃນ​ວັນ​ພະ​ຫັດ​ວານນີ້ ຊຶ່ງ​ເປັນ​ກະ​ແສ​ຟອງ​ທຳ​ອິດຢູ່​ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ສົ່ງ​ຄົນ​ທີ່​ຫລົບ​ໜີຈາກ​ການກໍ່​ຄວາມ​ຮຸນ​ແຮງ ແລະ​ສະ​ພາບ​ວຸ້ນ​ວາຍຢູ່​ໃນ​ສອງ​ສາມ​ປີ​ກ່ອນນັ້ນ ກັບ​ຄືນ​ໄປ​ປະ​ເທດ​ຂອງເຂົາ​ເຈົ້າ.

ພວກ​ບູ​ຣຸນ​ດີ ໄດ້ຂຶ້ນລົດ​ເມຢູ່​ໃນ​ສູນອົບ​ພະ​ຍົບນ​ດູ​ຕາ (Nduta), ມູ​ເຕັນ​ເດ​ລີ (Mutendeli) ແລະ ນ​ຢາຣູ​ກູ​ຊູ (Nyarugusu) ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ ແທນ​ຊາ​ເນຍທີ່ມຸ້ງ​ໜ້າ​ໄປ​ຫາ​ສູນ​ຕ້ອນ​ຮັບ​ສອງ​ແຫ່ ຢູ່​ໃນ​ແຂວງຣູ​ຢີ​ກີ (Ruyigi) ຂອງ​ປະ​ເທດ​ດັ່ງ​ກ່າວ. ພາຍ​ຫລັງ​ທີ່​ໄດ້​ນອນ​ຄ້າງ​ຄືນ​ຢູ່​ທີ່ນັ້ນ​ແລ້ວ ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ສົ່ງ​ກັບໄປ​ຫາ​ແຂວງ​ຂອງພວກເຂົາ​ເຈົ້າ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄຳ​ນວນ​ວ່າ ສູນ​ອົບ​ພະ​ຍົບ​ຂອງແທນ​ຊາ​ເນຍ
(Tanzania) ມີຊາວ​ບູ​ຣຸນ​ດີເກືອບ​ຮອດ 184,000 ຄົນ ທີ່​ຈະ​ຖືກ​ສົ່ງ​ກັບ​ຄືນ​ໄປ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ໂດຍ​ອີງ​ໃສ່​ສັນ​ຍາ​ສອງ​ຝ່າຍ​ຂອງ​ປະ​ເທດ​ເຫລົ່າ​ນັ້ນ. ເຂົາ​ເຈົ້າ​ນອນ​ຢູ່​ໃນຊາວ​ບູ​ຣຸນ​ດີຈຳ​ນວນ​ເກືອບ​ຮອດ 350,000 ຄົນ​ ທີ່​ໄດ້​ຫລົບ​ໜີ ຈາກ​ສະ​ພາບ​ວຸ້ນ​ວາຍ​ທາງ​ການ​ເມືອງ​ຂອງ​ປະ​ເທດນ້ອຍໆ ຢູ່​ໃນ​ເຂດ​ຕາ​ເວັນ​ອອກ​ຕອນກາງ​ຂອງ​ທະ​ວີບອາ​ຟ​ຣິ​ກາ​ແຫ່ງນັ້ນ, ທີ່​ເກີດ​ຂຶ້ນ​ພາຍ​ຫລັງ​ທີ່​ການ​ເລືອກ​ຕັ້ງທີ່ມີ​ການ​ຖົກ​ຖຽງ​ກັນ​ໃນປີ 2015 ທີ່​ອະ​ນຸ​ຍາດ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີປີ​ແອ ນະ​ຄູ​ຣັນ​ຊີ​ຊາ (Pierre Nkurunziza) ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງເປັນ​ສະ​ໄໝ​ທີ​ສາມ. ບາງ​ຄົນ​ກໍ​ໄດ້​ໜີ​ໄປ​ຢູ່​ປະ​ເທດ​ອື່ນທີ່​ຢູ່​ໃກ້​ຄຽງ​ນັ້ນ.

ເມື່ອ​ຂໍ້​ຕົກ​ລົງ​ສອງ​ຝ່າຍ​ໄດ້​ຖືກ​ປະ​ກາດ​ອອກ​ມາ​ໃນ​ທ້າຍ​ເດືອນ​ສິງ​ຫາ ຜ່ານ​ມາ ​ໄດ້​ເຮັດ​ໃຫ້​ພວກ​ທີ່​ຂ້າມ​ຊາຍ​ແດນ​ໄປ​ເພື່ອ​ຫລົບ​ໜີ​ການກໍ່​ຄວາມ​ຮຸນ​ແຮງນັ້ນເກີດ​ຄວາມ​ຢ້ານ​ກົວ​ວ່າ​ຈະ​ຖືກ​ບັງ​ຄັບ​ໃຫ້​ກັບຄືນ​ໄປປະ​ເທດ​ຂອງ​ຕົນ.

ໃນ​ອາ​ທິດ​ແລ້ວນີ້, ໂຄ​ສົກ​ຂອງ​ອົງ​ການ​ວ່າ​ດ້ວຍ​ອົບ​ພະ​ຍົບ​ຂອງສະ​ຫະ​ປະ​ຊາ​ຊາດໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ອອກ​ມາ.

ທ່ານ ບອບ ບາ​ລອກ​ຄ໌ (Bob Baloch), ໂຄ​ສົກ​ປະ​ຈຳ​ອົງ​ການ​ຂ້າ​ຫວງ​ໃຫຍ່ ຂອງ​ສະ​ຫະ​ປະ​ຊາ​ຊາດວ່າ​ດ້ວຍອົບ​ພະ​ຍົບ ຫລື UNHCR ກ່າວ​ວ່າ "ຊາວ​ອົບ​ພະ​ຍົບ​ ແລະ​ພວກ​ຂໍ​ລີ້​ໄພຫລາຍ​ຄົນທີ່ ແມ່ນ​ແຕ່​ພວກ​ຫາກໍ່ໄປ​ຮອດ ແທນ​ຊາ​ເນຍ (Tanzania) ໄດ້ບອກວ່າການປະ​ຫັດ​ປະ​ຫານ ແລະຄວາມ​ຢ້ານ​ກົວ​ວ່າ​ຈະ​ຖືກ​ລະ​ເມີດ​ສິດ​ທິ​ມະ​ນຸດເປັນ​ສາ​ເຫດເຮັດ​ໃຫ້​ພວກ​ເຂົາ​ເຈົ້າເຂົ້າ​ໄປ​ໃນ​ປະ​ເທດ ແທນ​ຊາ​ເນຍ. ສະ​ນັ້ນ ພວກ​ເຮົາ​ຫວັງ​ວ່າແທນ​ຊາ​ເນຍ.. ຈະ​ບໍ່​ເອົາ​ຊີ​ວິດຂອງ ພວກອົບ​ພະ​ຍົບໄປ​ຢູ່​ໃນ​ສະ​ພາບ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສ່ຽງ​ໄພ​ ໂດຍ​ການ​ບັງ​ຄັບ​ໃຫ້​ເຂົາ​ເຈົ້າ​ກັບ​ຄືນ​ປະ​ເທດ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG