ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກສະໜັບສະໜູນ ຊາວອົບພະຍົບ ເລີ່ມຕົ້ນ ການປະທ້ວງ ຕໍ່ຕ້ານທ່ານທຣຳ ເປັນມື້ທີ 2


ພວກປະທ້ວງຖືປ້າຍຕ່າງໆ ແລະ ຮ້ອງໂຮຄຳຂວັນ ຢູ່ຖະໜົນ Pennsylvania Avenue ໃກ້ໆກັບທຳນຽບຂາວໃນລະຫວ່າງ
ການປະທ້ວງເພື່ອຕຳນິ ດຳລັດບໍລິຫານ ທີ່ຫ້າມພົນລະເມືອງ ທີ່ມາຈາກ 7 ປະເທດທີ່ເປັນມຸສລິມ ສ່ວນໃຫຍ່ ເຂົ້າມາ
ໃນສະຫະລັດ, ເມື່ອວັນອາທິດ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 29 ມັງກອນ 2017. (AP Photo/Alex Brandon)
ພວກປະທ້ວງຖືປ້າຍຕ່າງໆ ແລະ ຮ້ອງໂຮຄຳຂວັນ ຢູ່ຖະໜົນ Pennsylvania Avenue ໃກ້ໆກັບທຳນຽບຂາວໃນລະຫວ່າງ ການປະທ້ວງເພື່ອຕຳນິ ດຳລັດບໍລິຫານ ທີ່ຫ້າມພົນລະເມືອງ ທີ່ມາຈາກ 7 ປະເທດທີ່ເປັນມຸສລິມ ສ່ວນໃຫຍ່ ເຂົ້າມາ ໃນສະຫະລັດ, ເມື່ອວັນອາທິດ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 29 ມັງກອນ 2017. (AP Photo/Alex Brandon)

ພວກປະທ້ວງຫຼາຍພັນຄົນ ໄດ້ໄປເຕົ້າໂຮມກັນຢູ່ໃກ້ໆກັບ ທຳນຽບຂາວ ໃນນະຄອນ
ຫຼວງ ວໍຊິງຕັນ ໃນວັນອາທິດວານນີ້ ເພື່ອເລີ່ມຕົ້ນ ມື້ທີສອງ ຂອງການປະທ້ວງ ຕໍ່ຕ້ານ ຄຳສັ່ງຫ້າມ ບໍ່ໃຫ້ພວກເດີນທາງມາຈາກ ເຈັດປະເທດທີ່ເປັນມຸສລິມ ເຂົ້າມາໃນປະເທດ ຂອງປະທານາທິບໍດີ ດໍໂນລ ທຣຳ ໃນຫຼາຍໆເມືອງທົ່ວສະຫະລັດ.

ພວກປະທ້ວງ ຖືປ້າຍ ແລະ ຄຳຂວັນ ່ຕ່າງໆນາໆ ຢູ່ທີ່ສວນ Lafayette ໃກ້ໆກັບ ທຳນຽບຂາວ ໃນລະຫວ່າງ ການປະທ້ວງ ເພື່ອຄັດຄ້ານ ຕໍ່ດຳລັດດ້ານບໍລິຫານ ກ່ຽວກັບຄົນເຂົ້າເມືອງ ຂອງ ປະທານາທິບໍດີ ທ່ານ ດໍໂນລ ທຣຳ, ເມື່ອວັນອາທິດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 29 ມັງກອນ 2017. (Photo: K. Gypson/VOA)
ພວກປະທ້ວງ ຖືປ້າຍ ແລະ ຄຳຂວັນ ່ຕ່າງໆນາໆ ຢູ່ທີ່ສວນ Lafayette ໃກ້ໆກັບ ທຳນຽບຂາວ ໃນລະຫວ່າງ ການປະທ້ວງ ເພື່ອຄັດຄ້ານ ຕໍ່ດຳລັດດ້ານບໍລິຫານ ກ່ຽວກັບຄົນເຂົ້າເມືອງ ຂອງ ປະທານາທິບໍດີ ທ່ານ ດໍໂນລ ທຣຳ, ເມື່ອວັນອາທິດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 29 ມັງກອນ 2017. (Photo: K. Gypson/VOA)

ພວກປະທ້ວງພາກັນຮ້ອງໂຮຕ້ານດຳລັດບໍລິຫານ ຂອງທ່ານທຣຳ ວ່າ “ຢ່າກຽດຊັງ ຢ່າຢ້ານ ຍິນດີຕ້ອນຮັບ ຊາວອົບພະຍົບເຂົ້າມາ ໃນປະເທດນີ້” ເຊິ່ງພວກປະທ້ວງ ໄດ້ແນເປົ້າໝາຍໃສ່ຄຳສັ່ງບໍຣິຫານຂອງທ່ານທຣຳ ທີ່ກີດກັນຊາວອົບພະຍົບເຂົ້າມາ ໃນສະຫະລັດ ເປັນເວລາຢ່າງໜ້ອຍ 120 ວັນ. ດຳລັດນີ້ ຍັງໄດ້ຫ້າມຜູ້ໄດ້ຮັບວີຊາລ້ວ ທີ່ມາຈາກປະເທດ ອີຣ່ານ ລີເບຍ ໂຊມາເລຍ ອີຣັກ ຊູດານ ແລະເຢເມັນ ເປັນເວລາ
90 ວັນ ແລະ ຫ້າມພົນລະເມືອງຂອງຊີເຣຍ ໂດຍບໍ່ມີກຳນົດ.

ພວກປະທ້ວງຖືປ້າຍຕ່າງໆ ຢູ່ນອກທຳນຽບຂາວ ໃນລະຫວ່າງ ການປະທ້ວງເພື່ອຕຳນິ ຕໍ່ດຳລັດດ້ານບໍລິຫານ ທີ່ກີດກັນບໍ່ໃຫ້ພວກອົບພະຍົບ ເຂົ້າມາໃນສະຫະລັດ, ເມື່ອວັນອາທິດ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 29 ມັງກອນ 2017. (Photo: L. Lundin/VOA)
ພວກປະທ້ວງຖືປ້າຍຕ່າງໆ ຢູ່ນອກທຳນຽບຂາວ ໃນລະຫວ່າງ ການປະທ້ວງເພື່ອຕຳນິ ຕໍ່ດຳລັດດ້ານບໍລິຫານ ທີ່ກີດກັນບໍ່ໃຫ້ພວກອົບພະຍົບ ເຂົ້າມາໃນສະຫະລັດ, ເມື່ອວັນອາທິດ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 29 ມັງກອນ 2017. (Photo: L. Lundin/VOA)

ພວກປະທ້ວງຍັງໄດ້ໄປເຕົ້າໂຮມກັນຢູ່ໃນສວນສາທາລະນະ Battery Park ຂອງ ນະຄອນນິວຢອກ ເຊິ່ງແນມເຫັນ ຮູບປັ້ນຂອງເທພີສັນຕິພາບ ຫຼື Statue of Liberty ອັນເປັນສັນຍາລັກຂອງແສງປະທີບ ທີ່ໄດ້ເປັນແຮງດົນໃຈ ແລະ ຕ້ອນຮັບພວກຄົນ ທີ່ເຂົ້າມາໃນປະເທດ ຈາກທົ່ວໂລກ ເປັນເວລາຫຼາຍກວ່າ 140 ປີມາແລ້ວ. ພວກ
ປະທ້ວງຍັງໄດ້ເຕົ້າໂຮມກັນ ຢູ່ໃນນະຄອນຕ່າງໆ ຂອງສະຫະລັດ ເຊັ່ນ Los Angeles Philadelphia Houston Boston Atlanta Louisville ແລະ Detroit.

ຢູ່ທີ່ບ່ອນປະທ້ວງໃນ Battery Park ນັ້ນ ຜູ້ນຳສຽງສ່ວນໜ້ອຍ ຂອງສະພາສູງ
ສະຫະລັດ ທ່ານ Chuck Schumer ຈາກພັກເດໂມແຄຣັດ ໄດ້ກ່າວວ່າ ທ່ານໄດ້
ຊຸກຍູ້ ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ທ່ານ John
Kelly ໃຫ້ເອົາມາດຕະການ ເພື່ອໂຕ້ແຍ້ງ.

Thousands Nationwide Protest Trump Executive Order
please wait

No media source currently available

0:00 0:02:47 0:00

ທ່ານ Schumer ໄດ້ບອກຝຸງຊົນວ່າ “ຂ້າພະເຈົ້າ ໄດ້ບອກເພິ່ນ ໂດຍບໍ່ມີເງື່ອນໄຂ
ໃດໆ ເລີຍ ວ່າ ທ່ານມີສິນທຳ ມີພັນທະຕໍ່ສິນທຳ ທີ່ຈະໄປຫາ ທ່ານປະທານາທິບໍດີ
ແລະ ບອກທ່ານໃຫ້ຖອນຄືນ ດຳລັດເຫຼົ່ານັ້ນ. ດຳລັດຂອງທ່ານທຣຳ ເຮັດໃຫ້ພວກ
ເຮົາ ບໍ່ໄດ້ຮັບມະນຸດສະທຳ ບໍ່ໄດ້ເຮັດໃຫ້ພວກເຮົາ ເປັນອາເມຣິກັນ ບໍ່ມີຄວາມ ປອດໄພ.”

Protesters Continue Their March in Washington
please wait

No media source currently available

0:00 0:01:25 0:00
ລິງໂດຍກົງ

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG