ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳ​ນຽບ​ຂາວ ແນ​ໃສ່​ເຮັດ​ໃຫ້​​ ການ​ຮັບ​ເອົາ ອົບ​ພະ​ຍົບ​ ເຂົ້າ​ປະ​ເທດ ມີຈຳ​ນວນ​ຕ່ຳ ຢ່າງ​ເປັນ​ປະ​ຫວັດ​ການ


​ແມ່​ຕູ້ Luz Bertila Zazueta, ອາ​ຍຸ 75 (ຂວາ) ມາ​ຈາກ​ເມືອງ​ຕີ​ຮວານາ ຢູ່​ຊາຍ​ແດນຂອງ​ເມັກ​ຊິ​ໂກກັບ ສະ​ຫະ​ລັດ ໂອບກອດ​ເພື່ອສັ່ງ​ລາ ຄົນໃນຄອບ​ຄົວ​ນຶ່ງ ທີ່​ຖືກ​ເອີ້ນ​ໄປທຳ​ການ​ຂໍ​ລີ້​ໄພ​ໃນ​ວັນ​ທີ 26 ກັນ 2019 ຢູ່​ນະ​ຄອນ​ແຊນ​ດິ​ເອ​ໂກ, ລັດ​ຄາ​ລິ​ຟໍ​ເນຍ.
​ແມ່​ຕູ້ Luz Bertila Zazueta, ອາ​ຍຸ 75 (ຂວາ) ມາ​ຈາກ​ເມືອງ​ຕີ​ຮວານາ ຢູ່​ຊາຍ​ແດນຂອງ​ເມັກ​ຊິ​ໂກກັບ ສະ​ຫະ​ລັດ ໂອບກອດ​ເພື່ອສັ່ງ​ລາ ຄົນໃນຄອບ​ຄົວ​ນຶ່ງ ທີ່​ຖືກ​ເອີ້ນ​ໄປທຳ​ການ​ຂໍ​ລີ້​ໄພ​ໃນ​ວັນ​ທີ 26 ກັນ 2019 ຢູ່​ນະ​ຄອນ​ແຊນ​ດິ​ເອ​ໂກ, ລັດ​ຄາ​ລິ​ຟໍ​ເນຍ.

ລັດ​ຖະ​ບານ​ທ່ານ​ທ​ຣຳ ກຳ​ລັງ​ສະ​ເໜີ​ໃຫ້​ຮັບ​ເອົາ​ອົບ​ພະ​ຍົບຈຳ​ນວນ​ສູງ​ສຸດບໍ່​ໃຫ້​ກາຍ 18,000 ຄົນ​ ໃນ​ປີ​ໜ້າ​ນີ້ ຊຶ່ງ​ເປັນ​ຂີດ​ກຳ​ນົດ​ທີ່​ຕ່ຳ​ທີ່​ສຸດຢູ່​ໃນ​ປະ​ຫວັດ​ສາດ​ຂອງປະ​ເທດ, ອີງ​ຕາມ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໃນ​ວັນ​ພະ​ຫັດ​ວານນີ້.

ຖ້າ​ຫາກ​ລັດ​ຖະ​ບານ​ປະ​ຕິ​ບັດ​ຕາມ​ແຜນນີ້, ປີ 2020 ຈະ​ເປັນ​ປີ​ທີ​ສາມແລ້ວທີ່​ມີ​ການ​ຫລຸດ​ຈຳ​ນວນ​ອົບ​ພະ​ຍົບເຂົ້າ​ມາ​ຕັ້ງ​ຖິ່ນ​ຖານຢູ່​ພາຍ​ໃຕ້​ການ​ບໍ​ລິ​ຫານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ.

ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ຕອນນີ້ ຈຳ​ນວນ​ທີ່ຫລ້າ​ສຸດດັ່ງ​ກ່າວ ຍັງ​ເປັນ​ຕົວ​ເລກ​ທີ່ຢູ່​ໃນ​ຂັ້ນ​ສະ​ເໜີ​ຢູ່.

ການ​ຕັດ​ສິນ​ໃຈຂັ້ນ​ສຸດ​ທ້າຍ​, ຢູ່​ໃນ​ແບບ​ທີ່​ເອີ້ນ​ວ່າ "ການ​ຕັດ​ສິນ​ໃຈ​ຢ່າງ​ເດັດ​ດ່ຽວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ," ຈະ​ມີ​ຂຶ້ນ​ໃນ​ບໍ່​ເທົ່າ​ໃດ​ອາ​ທິດ ພາຍ​ຫລັງ​ທີ່​ໄດ້ມີ​ການ​ປຶກ​ສາ​ຫາ​ລືກັບ​ລັດ​ຖະ​ສະ​ພາ​ຕາມ​ກຳ​ນົດ​ແລ້ວ, ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດ​ຖະ​ບານທີ່ກ່າວ​ຕໍ່ບັນ​ດາ​ນັກ​ຂ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຜ່ານ​ທາງ​ໂທ​ລະ​ສັບ​ທີ່​ຈັດ​ຂຶ້ນ ໂດຍ​ທຳ​ນຽບ​ຂາວ ໃນ​ວັນ​ພະ​ຫັດ​ວານນີ້.

ໃນສົກ​ງົບ​ປະ​ມານປີ 2018, ຊຶ່ງ​ເປັນ​ປີທຳ​ອິດທີ່ລັດ​ຖະ​ບານ​ຂອງ​ທ່ານທ​ຣຳໄດ້​ປະ​ຕິ​ບັດ​ງານ​ເຕັ​ມປີ, ​ຂີດ​ສູງສຸດ​ຂອງ​ຈຳ​ນວນ​ອົບ​ພະ​ຍົບ​ຖືກ​ກຳ​ນົດ​ໃຫ້ແມ່ນ 45,000 ຄົນ ແລະ ມີ​ອົບ​ພະ​ຍົບ 22,491 ຄົນ​ຖືກ​ຮັບ​ເອົາ.

ໃນສົກ​ງົບ​ປະ​ມານປີ 2019, ຂີດ​ສູງສຸດ​ຂອງ​ຈຳ​ນວນ​ອົບ​ພະ​ຍົບ​ຖືກ​ກຳ​ນົດແມ່ນ 30,000 ຄົນ. ຍັງ​ພຽງ​ແຕ່​ອີກ 3 ມື້​ເຕັມ​ເທົ່າ​ນັ້ນໃນ​ສົກ​ງົບ​ປະ​ມານນີ້, ສະ​ຫະ​ລັດ​ໄດ້​ຮັບ​ເອົາ​ອົບ​ພະ​ຍົບ​ໃນ​ຈຳ​ນວນ​ທີ່​ໃກ້​ຈະ​ເຖິງຂີດ​ກຳ​ນົດ​ສູງ​ສຸດແລ້ວ ໂດຍ​ທີ່​ໄດ້​ຮັບ​ເອົາອົບ​ພະ​ຍົບ 29,972 ຄົນ​ ເຂົ້າ​ມາ​ປະ​ເທດ, ອີງ​ຕາມຂໍ້​ມູນ​ຂອງກະ​ຊວງ​ການ​ຕ່າງ​ປະ​ເທດ.

ກ່ອນ​ການ​ເລືອກ​ຕັ້ງ​ຂອງ​ທ່ານ​ທ​ຣຳ, ກຳ​ນົດ​ສູງ​ສຸດ​ສະ​ເລ່ຍ​ຂອງ​ຈຳ​ນວນອົບ​ພະ​ຍົບທີ່​ສາ​ມາດ​ຮັບ​ເອົາ​ມາແມ່ນ 60,000 ຄົນ​ ຫາ 70,000 ຄົນ ນັບ​ແຕ່​ມີ​ການ​ຕັ້ງ​ຂີດ​ຈຳ​ກັດ ແບບປັດ​ຈຸ​ບັນນີ້ ຂອງໂຄງ​ການດັ່ງ​ກ່າວ​ໄດ້ເລີ້ມ​ຕົ້ນມີ​ນັບແຕ່​ປີ 1980 ເປັນ​ຕົ້ນ​ມາ.

ອ່ານ​ຂ່​າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG