ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫຼາຍສິບຄົນ ຖືກຂ້າຕາຍ ຂະນະທີ່ ຫຼົບໜີ ອອກຈາກເມືອງ Luhansk ຂອງຢູເຄຣນ (ສະໄລດ໌/ວ​ີ​ດີ​ໂອ)


ກອງທັບຢູ​ເຄຣນ ກ່າວ​ວ່າ ຕົນ​ໄດ້​ກູ້​ເອົາ​ສົບ ມາ​ໄດ້ 15 ສົບ
ຂອງ​ພວກ​ພົນລະ​ເຮືອນ ທີ່ຫຼົບໜີ​ມາ​ນຳ​ລົດຂະ​ບວນນຶ່ງ ທີ່​
ຖືກ​ພວກ​ກະບົດ ນິຍົມຣັດ​ເຊຍໂຈມ​ຕີ ເມື່ອວັນ​ຈັນ​ວານ​ນີ້. ​

​ໂຄສົກ​ກອງທັບທ່ານ​ນຶ່ງ​ກ່າວ​ວ່າ ການ​ດຳ​ເນີນຄວາມ​ພະຍາ
ຍາມ​ໃນ​ວັນ​ອັງຄານ​ມື້​ນີ້​ເພື່ອ​ກູ້​ເອົາສົບ​ມາ​ຕື່ມ​ນັ້ນໄດ້​ຖືກ​ໂຈະ
​ໄວ້ຍ້ອນ​ການ​ສູ້​ລົບ​ກັນ ​ໃນ​ເຂດ​ພາກ​ຕາ​ເວັນ​ອອກ ​ທີ່​ປະສົບ​
ກັບ​ສົງຄາມນັ້ນ.

ລັຖະບານ Kiev ກ່າວ​ວ່າ ຫຼາຍສິບ​ຄົນລວມທັງ​ເດັກນ້ອຍ ຄົງ​
ໄດ້ເສຍ ຊີວິດ​ໄປ ​ເວລາ​ປືນ​ຄົກ​ແລະ​ລູກ​ຈະ​ຫຼວດທີ່​ເຮັດ​ຢູ່ຣັດ​
ເຊຍ ຕົກ​ຖືກ​ຂະ​ບວນລົດ ຂອງພົນລະ​ເຮືອນ ທີ່​ພາກັນ​ຫຼົບໜີ​ການ​ສູ້​ລົບ ຢູ່​ໃກ້ໆ​ກັບ​ເມືອງ Luhansk.

ແຜນທີ່ປະເທດຢູເຄຣນ
ແຜນທີ່ປະເທດຢູເຄຣນ

ຜູ້ນຳຄົນ​ນຶ່ງ​ຂອງພວກ​ແບ່ງ​ແຍກ​ດິນ​ແດນ​ ປະຕິ​ເສດວ່າ ​
ພວກ​ກະບົດບໍ່ ໄດ້ໂຈມຕີ​ພົນລະ​ເຮືອນ ​ແລະ​ຖິ້ມໂທດການ
​ເສຍ​ຊີວິດຂອງພວກ​ຄົນ​ເຫຼົ່າ ນັ້ນ ​ໃສ່ກຳລັງຂອງ​ຢູ​ເຄຣນ.

​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Marie
Harf ​ໄດ້​ປະນາມ​ການ​ໂຈມ​ຕີຄັ້ງນີ້ ​ແລະ​ກ່າວ​ວ່າ​ພວກພົນລະ​
ເຮືອນ​ຜູ້​ບໍລິສຸດ ​ທີ່​ໄດ້​ພະຍາຍາມຈະ​ໜີ​ຫ່າງ​ໄກຈາກການ​ຕໍ່ສູ້​ກັນ
​ກັບໄດ້ຕົກ​ມາ​ເປັນ​ຜູ້​ຮັບເຄາ​ະ. ທ່ານ​ນາງ Harf ກ່າວອີກ​ວ່າ
ສະຫະລັດ ບໍ່​ສາມາດ​ຢັ້ງຢືນ​ໄດ້​ວ່າ ຝ່າຍ​ໃດ​ເປັນ​ຜູ້​ຮັບຜິດຊອບ.

ເມືອງ Luhansk ​ເປັນບ່ອນ ​ທີ່​ໄດ້​ມີ​ການ​ຕໍ່ສູ້​ກັນ​ຢ່າງ​ໜັກ​ໜ່ວງ ​ໃນ​ລະຍະ ຫຼາຍອາທິດ​ທີ່​ຜ່ານ​ມາ ລະຫວ່າງພວກ​ແບ່ງ​ແຍກ​ດິນ​ແດນ ກັບທະຫານ​ຢູ​ເຄຣນ.

XS
SM
MD
LG