ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ການສະແດງບົດບາດ ການຍຸດຕິລົງຂອງ ສົງຄາມກາງເມືອງ ສຫລ ໄດ້ມີຂຶ້ນໃນເມືອງ Appomattox ລັດ Virginia (ວີດີໂອ ພາສາລາວ)


Reenactments Mark 150th Anniversary of US Civil War’s End
please wait

No media source currently available

0:00 0:03:01 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

​ເນື່ອງ​ໃນ​ໂອກາດ​ຄົບຮອບ​ສົງຄາມ​ກາງ​ເມືອງ​ສະຫະລັດ ​ໃນ​ເດືອນ​ນີ້ ທີ່​ເມືອງ​ປະຫວັດສາດ Appomattox ລັດ Virginia ​ໄດ້​ມີການ​ສະ​ແດງບັ້ນ​ຕອນ​ນຶ່ງ​ຂອງສົງຄາມ​ດັ່ງກ່າວ ທີ່​ເປັນ​ຂີດ​ໝາຍ​ການ​ຍອມ​ຈຳ​ນົນ ​ທີ່​ນັກ​ປະຫວັດສາດ​ຫຼາຍ​ຄົນ ​ເຊື່ອ​ວ່າ ​ໄດ້​ຍຸດຕິ​ສົງຄາມ​ກາງ
ເມືອງ ​ເມື່ອ 150 ປີຜ່ານມາ. ຕັ້ງ​ແຕ່​ປີ 1861 ຫາ 1865 ພວກ​ລັດ​ໃນ​ພາກ​ເໜືອ​ທີ່​ເອີ້ນ
​ວ່າ ສະຫະພາບ ຫຼື the Union ​ໄດ້​ທຳ​ການ​ຕໍ່ສູ້​ກັບ​ພວກ​ລັດ​ໃນ​ພາກ​ໃຕ້ ທີ່​ເອີ້ນ​ວ່າ the Confederacy ຫຼື ສະຫະພັນທີ່​ໄດ້​ແຍກ​ໂຕ​ອອກ​ຈາກ​ສະຫະພາບ ຍ້ອນ​ການ​ຂັດ​ແຍ້​ງ
ກັນ​ຫລາຍ​ເລື້ອງ ຮວມທັງເລື້​ອງ​ຂ້າ​ທາດ. ຫຼັງ​ຈາກ​ ທະຫານ​ຝ່າຍ Confederacy ຖືກ​ກຳລັງ​ຂອງຝ່າຍ​ Union ກວດ​ ຕ້ອນເຂົ້າ​ຈົນມຸມ​ທີ່​ເມືອງ Appomattox ຜູ້​ບັນຊາ​ການ
​ຂອງ​ຝ່າຍ Confederacy ​ໄດ້​ຍອມ​ຈຳນົນ ​ຕໍ່​ນາຍ​ພົນ​ຂອງ​ຝ່າຍ Union. ຜູ້​ສື່​ຂ່າວ​ວີ​ໂອ
​ເອ Deborah Block ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງສິງຈະ​ນຳມາສະ​ເໜີ​ທ່ານ​.

​ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ໃນ​ວັນ​ທີ 9 ​ເມສາ ປີ 1865 ຈຸດ​ຈົບ​ທີ່ສະ​ເທືອ​ນ ​ໃຈ ​ຂອງສົງຄາມ​ກາງ​ເມືອງ​ທີ່ໄດ້​ເອົາ​ຊີວິດ
​ຂອງ​ຊາວ​ອະ​ເມ​ຣິ​ກັນ​ໄປ​ຫຼາຍ​ກວ່າ 7 ​ແສນ​ຄົນ ​ໄດ້ມາ​ເຖິງ​ຢູ່ ທີ່​ເຮືອນ​ຫຼັງ​ໜຶ່ງ​ໃນ​ເມືອງ ອາ​ໂປ​ແມ​ຕິກ​ສ໌ (Appomattox) ຊຶ່ງ​ສູ່​ມື້​ນີ້​ເປັນ​ສວນສາທາລະນະປະຫວັດ ສາດ. ສອງ​ກອງ
ທັບ​ໃຫຍ່ ​ໄດ້​ພົບ​ປະກັນ​ຢູ່ສະຖານ​ທີ່​ແຫ່ງ​ນີ້ ​ເວລາ​ນາຍ​ພົນ Robert E. Lee ຜູ້​ບັນຊາ​ການ
ກອງທັບຂອງ​ຝ່າຍ​ໃຕ້ ຫລື Confederacy ຍອມຈຳນົນ​ຕໍ່ນາຍ​ພົນ Ulyssses Grant ຜູ້​ບັນຊາ​ການ​ກອງທັບ​ຝ່າຍ​ເໜືອ ຫລື Union.

ທ່ານ Waite Rawls ຫົວໜ້າ​ຫໍພິພິດທະພັນຝ່າຍ Confederacy ສາຂາເມືອງ ອາ​ໂປ​ແມ​ຕິກ​ສ໌ ກ່າວ​ວ່າ ການຍອມ​ຈຳນົນ​ໄດ້ແກ່ຍາວ​ໄປປະມານ 2 ​ເດືອນ.

ທ່ານ Rawls ກ່າວ​ວ່າ ”​ຍ້ອນ​ວ່າ ​ຍັງ​ມີພວກ​ກອງທັບ​ອື່ນໆ​ ​ຢູ່​ໃນ​ສະໜາມລົບ​ຢູ່.
ມັນ​ຕ້ອງ​ໃຊ້​ເວລາ​ເພື່ອ​ໃຫ້​ພວກ​ກອງທັບ​ອື່ນໆ​ໃນ​ລັດ North Carolina ​ໃນ
ລັດ Texas ຍອມ​ສະຫລາຍ​ໂຕ ​ຫຼື​ຍອມ​ຈຳນົນ.”

​ໃນ​ການ​ສະ​ແດງ​ການ​ວາງອາວຸດ ທີ່ເມືອງ ອາ​ໂປ​ແມ​ຕິກ​ສ໌ ​ເມື່ອ​ວັນ​ທີ 12 ​ເມສາ ປີ 1865 ນັ້ນ​ພວກສະ​ແດງ​ເປັນ​ທະຫານ​ຂອງ​ຝ່າຍ Union ພາກັນ​ຍ່າງ​ອອກມາ​ກ່ອນ ຕິດຕາມ​ມາ​ດ້ວຍ​ພວກ​ທະຫານ​ Confederates ທີ່ຍ່າງ​ມາ​ໃນ​ທ່າ​ທາງ​ອິດ​ເມື່ອຍ ​ແລະປະລາໄຊ.
ທັງ​ສອງ​ຝ່າຍ​ປິ່ນໜ້າເຂົ້າຫາ​ກັນ ແລ້ວ​ພວກ​ທະຫານ​ຝ່າຍ the Confederates ​ກໍວາງ
ອາວຸດຂອງ​ເຂົາ​ເຈົ້າ​ ​ກອງ​ກັນ​ຂຶ້ນ.

ການສະ​ແດງ​ບົດບາດ​ຄືນ​ໃໝ່ ​ໄດ້​ແຕະຕ້ອງ​ຈິດ​ໃຈ​ຂອງ​ Bruce Blackmon ຈາກ​ລັດ North Carolina ທີ່​ ຫຼິ້ນ​ບົດບາດ​ເປັນ​ນາຍພັນ​ເອກ ​ຝ່າຍ Confederates ​ແລະ​ໄດ້​
ມີ​ບັນພະບຸລຸດຄົນໜຶ່ງ​ຮ່ວມຕໍ່ສູ້​ໃນ​ສົງຄາມ​ກາງ​ເມືອງ​ນັ້ນ.

ທ່ານ Blackmon ກ່າວ​ວ່າ “ມັນ​ເປັນເລື້ອງ​ທີ່​ໂສກ​ເສົ້າ​ຫຼາຍ​ສຳຫລັບ​ພວກ​ເຮົາ ທີ່​ອາດໄດ້​ມີ​ບັນພະບຸລຸດປະກອບສ່ວນ​ໃນ​ການ​ຍອມ​ຈຳນົນ​ ຫຼື​ຮ່ວມ​ຕໍ່ສູ້ໃນ​ສົງຄາມ​ກາງ​ເມືອງ​ນັ້ນ. ມັນເຮັດ​ໃຫ້ເກີດ​ຄວາມ​ຮູ້ສຶກຫລາຍຢ່າງ​ຫລາຍປະການ ​ເວລາພວກ​ເຮົາ​ຄຶດເຖິງ​ຈຳນວນຜູ້​ເສຍຊີວິດ​ຈາກທັງ​ສອງ​ຝ່າຍ ​ແລະ​ໂສກ​ນາດ​ຕະກຳ
ທີ່ໄດ້​ເກີດ​ຂຶ້ນ​ແທ້ໆ​ນັ້ນ.”

ທີ່​ຄ້າຍ​ຂອງ​ພວກ​ທະຫານ​ຝ່າຍ Union ທີ່​ສ້າງຂຶ້ນເພື່ອ​ສະ​ແດງ​ຢູ່​ສວນ ສາທາລະນະ
​ແຫ່ງ​ນີ້ Henry Schmied ຄິດ​ຄຳ​ນຶງ​ວ່າ​ ສົງຄາມ​ດັ່ງກ່າວ​ໄດ້​ສ້າງຄວາມ​ຫຍຸ້ງຍາກຫຼາຍ​
ຂະໜາດ​ໃດ​ ໃຫ້​ແກ່​ທັງ​ສອງ​ຝ່າຍ.

ທ່ານ Schmied ກ່າວ​ວ່າ “​ສຳ​ຫລັບ​ຝ່າຍ Union ​ນັ້ນ ພວກ​ເຂົາ​ເຈົ້າ​ຄົງ​ໄດ້​ມີ​ຄວາມ​ຮູ້ສຶກ ​ຄື​ກັນ​ກັບນ້ຳໜັກ​ອັນ​ໃຫຍ່​ຫຼວງໄດ້​ຖືກ​ຍົກອອກໄປ ຈາກ​ເອິກ​ຂອງເຂົາ​ເຈົ້າ. ​ແລະ​ສຳຫລັບ​ຝ່າຍ Confederacy ນັ້ນ ກໍ​ຄົງມີ​ຄວາມ​ໂສກ​ເສົ້າ​ຢ່າງ​ຫລວງ
ຫລາຍ ​ເພາະວ່າ​ພວກ​ເຂົາ​ເຈົ້າ​ໄດ້​ຕໍ່ສູ້ມາ​ຢ່າງ​ໜັກ ​ເພື່ອເປົ້າ​ໝາຍ​ຂອງ​ເຂົາ​
ເຈົ້າ ​ເຖິງ​ແມ່ນ​ມັນ​ເປັນ​ເປົ້າ​ໝາຍ​ທີ່​ຜິດກໍ​ຕາມ.”

ມີ​ທະຫານ​ຜິວ​ດຳ​ທີ່​ເມືອງ Appomattox ຈຳນວນ​ສອງ​ສາມ​ພັນ​ທີ່​ເອີ້ນ​ກັນວ່າ “ທະຫານຜິວ​ສີດຳ” ທີ່​ທຳ​ການ​ຕໍ່​ສູ້ໃຫ້ຝ່າຍ​ເໜືອ. Leo Vaughan ທີ່​ຫຼິ້ນ​ບົດບາດ​ເປັນ​ຝ່າຍ Union ມີບັນພະບຸລຸດ​ຫຼາຍຄົນ ທີ່​ໄດ້​ຮ່ວມຕໍ່ສູ້​ໃນ​ສົງຄາມ​ກາງ​ເມືອງ ​ແຕ່​ຢູ່​ຂ້າງຝ່າຍ Confede
racy.

ທ່ານ Vaughan ກ່າວວ່າ “ແລະເຂົາເຈົ້າເປັນຄົນຜິວຂາວ ເພາະວ່າ ພໍ່ຂອງ​ພໍ່​ຕູ້
ທວດຂອງຂ້ອຍ ເປັນເຈົ້າຂອງສວນຢາສູບ.”

ທີ່ຄ້າຍທະຫານຝ່າຍ Confederacy ນັກສະແດງ​ເປັນ​ທະຫານ​ຝ່າຍ​ໃຕ້​ ຄົນ​ໜຶ່ງ ຈາກລັດ South Carolina ເຊື່ອວ່າຝ່າຍ​ເໜືອບໍ່ມີທຸລະໃດໆ ທີ່ຈະທຳການໂຈມຕີພວກລັດພາກ​ໃຕ້.

​ລາວ​ເວົ້າວ່າ “ຖ້າສົ່ງຂ້ອຍກັບຄືນໄປຍັງປີ 1860 ຫາປີ 1865 ນັ້ນ ແນ່ນອນ ຂ້ອຍ​ແມ່ນຈະຖືດາບແລະຕໍ່ສູ້​ເພື່ອບ້ານເກີດເມືອງນອນຂອງ ຂ້ອຍ.”

ຫຼັງຈາກການຍອມຈຳນົນແລ້ວ ນາຍພົນ Grant ໄດ້ປ່ອຍໃຫ້ພວກທະຫານຝ່າຍ​ໃຕ້ ຮັກ
ສາພວກອາວຸດຕິດແອວ ແລະມ້າຂອງເຂົາເຈົ້າ​ ໄວ້ ​ໄດ້ຖ້າພວກເຂົາເຈົ້າປະຕິບັດຕາມ
ກົດໝາຍລັດຖະບານກາງ. Bruce Blackmon ກ່າວວ່າ ພວກທະຫານ​ຝ່າຍ​ໃຕ້ໄດ້ຮັບ
ໜັງສືຜ່ານ​ເຂດ ເພື່ອວ່າພວກເຂົາເຈົ້າຈະສາມາດເດີນທາງກັບບ້ານໄດ້ຢ່າງປອດໄພ.

ທ່ານ Blackmon ກ່າວ​ວ່າ “ຖ້າ​ຫາກ​ພວກ​ເຂົາ​ເຈົ້າ​ຖືກ​ຢຸດ​ໂດຍ​ພວກ​ທະຫານ​ຝ່າຍ​ເໜືອ ​ເວລາ​ເດີນທາງ​ກັບ​ບ້ານ​ເຮືອນ​ນັ້ນ ພວກ​ເຂົາ​ເຈົ້າ​ກໍສາມາດແຈ້ງ​ໜັງສືຜ່ານ​ນີ້ຕໍ່​ພວກ​ທະຫານ​ເຫຼົ່ານັ້ນ​ໄດ້.”

ແຕ່​ມາ​ຮອດ​ສູ່​ມື້​ນີ້ ສົງຄາມ​ກາງ​ເມືອງ​ຍັງ​ຄົງ​ເປັນ​ຈຸດ​ທີ່​ເຈັບ​ປວດ​ຢູ່​ສຳຫລັບ​ຫຼາຍ​ຄົນ​ໃນ​ບັນ
ດາ​ລັດພາກ​ໃຕ້ ທີ່​ເອີ້ນ​ສົງຄາມ​ນີ້​ວ່າ ​ ສົງຄາມ​ຮຸກ​ຮານ​ຂອງ​ຝ່າຍ​ເໜືອ. ​ແນວ​ໃດ​ກໍ​ຕາມ Kevin Reynolds ທີ່ສະ​ແດງເປັນ​ທະຫານຝ່າຍ​ໃຕ້ຈາກ​ລັດ South Carolina ກ່າວ​
ວ່າ ​ເຖິງ​ແມ່ນ​ໄດ້ມີ​ການ​ນອງ​ເລືອດ​ກໍ​ຕາມ ​ແຕ່ມັນ​ກໍ​ສຳຄັນ​ທີ່​ປະເທດ​ໄດ້​ຮວມ​ເຂົ້າກັນ​ຄືນ​ອີກ.

ທ່ານ Reynolds ກ່າວ​ວ່າ “ຫຼັງ​ຈາກ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່ພວກ​ເຮົາ​ໄດ້​ກະທຳ​ໄປ ສິ່ງ​ທີ່​ຍິ່ງໃຫຍ່ທີ່​ສຸດ ກໍ​ແມ່ນວ່າ ​ພວກ​ເຮົາໄດ້ເຕົ້າ​ໂຮມ​ກັນ​ຄືນ ​ໃນ​ຖານະ​ຄົນ​ອະ​ເມ​ຣິກັນ​ນຳ​ກັນ.”

XS
SM
MD
LG