ຫຼື World Series ໃນການແຂ່ງຂັນກິລາ Baseball ມາຄອງ
ໃນຄືນວັນພຸດວານນີ້ ໂດຍຊະນະທີມ Cardinal ຂອງນະຄອນ
St. Louis ດ້ວຍຄະແນນ 6 ຕໍ່ 1 ໃນເກມທີ 6 ເຮັດໃຫ້ທີມ Red
Sox ຂອງນະຄອນ Boston ໄດ້ເປັນແຊ້ມຄັ້ງທີ 3 ໃນຮອບ 10
ປີຜ່ານມາ.
ໃນການແຂ່ງຂັນກັນ ຢູ່ຕໍ່ໜ້າແຟນໆ ທີ່ຮ້ອງເຊຍຢ່າງຟົດຟື້ນທີ່
ບ້ານຂອງຕົນນັ້ນທີມ Boston ໄດ້ນຳໜ້າດ້ວຍຄະແນນ 3 ຕໍ່ 0
ໃນອິນນິ້ງທີສາມ.
ທີມ Red Sox ໄດ້ຕື່ມອີກ 3 ຄະແນນ ໃນອິນນິ້ງທີສີ່ ຮວມທັງ home run ໂດຍທ້າວ Ste-
phen Drew ຈຶ່ງເຮັດໃຫ້ທີມດັ່ງກ່າວ ມີຄະແນນນຳໜ້າຢ່າງເດັດຂາດ 6 ຕໍ່ 0. ທີມ Cardi-
nals ມີໂອກາດທີ່ຈະຕີຕ້ານຄືນໃນອິນນີ້ງທີ 7 ຂອງການແຂ່ງຂັນແຕ່ກໍພາດໂອ ກາດຈົນໄດ້.
ນີ້ແມ່ນເທື່ອທຳອິດທີ່ທີມ Red Sox ຂອງນະຄອນ Boston ໄດ້ຊະນະແຊ້ມ Baseball ຢູ່
ທີ່ບ້ານຂອງຕົນ ນັບແຕ່ປີ 1918 ເປັນຕົ້ນມາ. ທີມ Red Sox ໄດ້ຊະນະແຊ້ມ ໃນປີ 2004 ແລະ 2007 ແຕ່ການຊະນະທັງສອງຄັ້ງນີ້ ມີຂຶ້ນຢູ່ທີ່ເດີ່ນຂອງຄູ່ແຂ່ງ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ