ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາກາແດງ ຖອນພະນັກງານ 71 ຄົນ ອອກຈາກ ເຢເມນ ຍ້ອນການສ່ຽງ ຕໍ່ຄວາມ ປອດໄພ


ສະມາຊິກຂອງສະພາກາແດງເລບານອນຫາມຫີບສົບຂອງທ້າວ ຮານາ ລາຮູດ (Hanna Lahoud), ຊາວເລບານອນຄົນນຶ່ງ ທີ່ເຮັດວຽກໃຫ້ແກ່ອົງການ
ສະພາກາແດງສາກົນ ຫລື ICRC ຊຶ່ງຖືກຂ້າຕາຍໃນຕອນທີ່ມີການຍິງລົດຄັນນຶ່ງຂອງອົງການ ຢູ່ເມືອງຕາອິສ, ທາງພາກຕາເວັນອອກສຽງໃຕ້ຂອງເຢເມນ.
ສະມາຊິກຂອງສະພາກາແດງເລບານອນຫາມຫີບສົບຂອງທ້າວ ຮານາ ລາຮູດ (Hanna Lahoud), ຊາວເລບານອນຄົນນຶ່ງ ທີ່ເຮັດວຽກໃຫ້ແກ່ອົງການ ສະພາກາແດງສາກົນ ຫລື ICRC ຊຶ່ງຖືກຂ້າຕາຍໃນຕອນທີ່ມີການຍິງລົດຄັນນຶ່ງຂອງອົງການ ຢູ່ເມືອງຕາອິສ, ທາງພາກຕາເວັນອອກສຽງໃຕ້ຂອງເຢເມນ.

ຄະນະກໍາມະການສາກົນຂອງສະພາກາແດງ ໄດ້ຖອນພະນັກງານຂອງຕົນ 71 ຄົນ
ອອກຈາກເຢເມນ ຍ້ອນວ່າມີການກໍ່ຄວາມຮຸນແຮງ ແລະນາບຂູ່ຕ່າງໆ.

ໃນຖະແຫລງການສະບັບນຶ່ງຂອງສະພາກາແດງທີ່ນຳອອກເຜີຍແຜ່ອອກໃນວັນພະຫັດ
ວານນີ້ກ່າວວ່າ "ກິດຈະກໍາຂອງພວກເຮົາ ໃນປັດຈຸບັນ ໄດ້ຮັບການຂັດຂວາງ, ຖືກນາບ
ຂູ່ ແລະຕົກເປັນເປົ້າໝາຍໂດຍກົງຂອງການທໍາລາຍ ຢູ່ໃນຊ່ວງຫລາຍອາທິດທີ່ຜ່ານ
ມານີ້ ແລະພວກເຮົາກໍໄດ້ເຫັນວ່າມີຄວາມພະຍາຍາມຢ່າງແຂງຂັນ ທີ່ຈະເຮັດໃຫ້ອົງການ
ຂອງພວກເຮົາຕົກເປັນຕົວປະກັນຢູ່ໃນຄວາມຂັດແຍ້ງໃນປະເທດນັ້ນ.”

ພະນັກງານຂອງສະພາກາແດງປະມານ 450 ຄົນຈະສືບຕໍ່ທໍາງານຢູ່ໃນເຢເມນ, ອີງຕາມ
ຄໍາເວົ້າຂອງທ່ານນາງ ແມຣີ ແຄລ ເຟກາລີ (Marie-Claire Feghali). ການຍົກຍ້າຍ
ພະນັກງານອອກໄປ ມີຜົນກະທົບຕໍ່ໂຄງການຜ່າຕັດ, ນໍ້າສະອາດ ແລະອາຫານຂອງອົງ
ການດັ່ງກ່າວ.

ມືປືນທີ່ບໍ່ຮູ້ວ່າແມ່ນໃຜໄດ້ສັງຫານຊີວິດຊາວເລບານອນຄົນນຶ່ງ ທີ່ເຮັດວຽກໃຫ້ແກ່ອົງ
ການສະພາກາແດງສາກົນ ຫລື ICRC ໃນຂະນະມືປືນດັ່ງກ່າວຍິງລົດຄັນນຶ່ງ ຢູ່ເມືອງ
ຕາອີສ (Taiz) ໃນເດືອນເມສາທີ່ຜ່ານມາ.

ສະພາກາແດງເວົ້າວ່າ ຕົນບໍ່ສາມາດຮັບຄວາມສ່ຽງໄດ້ອີກຕໍ່ໄປແລ້ວ ໃນຂະນະນີ້. ແຕ່
ວ່າ ອົງການສະຫະປະຊາຊາດເວົ້າວ່າ ພະນັກງານເພື່ອມະນຸດສະທໍາ ຍັງຈະສືບຕໍ່ປະ
ຕິບັດງານ ຢູ່ໃນເຢເມນຕໍ່ໄປ ໃນເວລານີ້.

ການສູ້ລົບລະຫວ່າງ ພວກກະບົດຮູຕີ (Houthi) ທີ່ຄວບຄຸມນະຄອນຫລວງຢູ່ ແລະກອງ
ກໍາລັງທະຫານຂອງເຢເມນ ທີ່ໄດ້ຮັບການໜຸນຫລັງຈາກການໂຈມຕີທາງອາກາດທີ່ນໍາ
ພາໂດຍຊາອຸດີ ອາຣາເບຍ ໄດ້ເຮັດໃຫ້ມີຜົນກະທົບໜັກເປັນພິເສດຕໍ່ພົນລະເຮືອນ, ຊຶ່ງ
ໄດ້ທໍາລາຍໂຮງຮຽນ, ໂຮງໝໍ, ແລະທໍາລາຍຄຸ້ມຢູ່ອາໄສທັງໝົດຂອງປະຊາຊົນຢ່າງຮາບ
ຄາບເລີຍ.

ເຢເມນ ແມ່ນຢູ່ໃນສະພາບສ່ຽງຕໍ່ໄພອຶດຫິວ ໂດຍທີ່ອົງການສະຫະປະຊາຊາດເວົ້າວ່າ
80 ເປີເຊັນຂອງປະຊາຊົນແມ່ນຂາດອາຫານ, ນໍ້າສະອາດ, ແລະຢຸກຢາພ້ອມທັງເຄື່ອງ
ໃຊ້ດ້ານການແພດຢ່າງພຽງພໍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG