ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລະເບີດຂະໜາດແຮງ ໃກ້ກອງບັນຊາການ ທະຫານຊູດານ ສັ່ນສະເທືອນ ໄປທົ່ວນະຄອນຫຼວງຄາຣ໌ທູມ


ແຟ້ມຮູບ-ກຸ່ມຄັວນທີ່ລອຍກຸ້ມຂຶ້ນເໜືອທ້ອງຟ້າໃນນະຄອນຫຼວງຄາຣ໌ທູມ, ວັນທີ 23 ມິຖຸນາ 2023, ໃນຂະນະທີ່ການປະທະກັນ ຍັງຄົງດໍາເນີນຕໍ່ໄປລະຫວ່າງສົງຄາມສອງຝ່າຍ ທັງໃນ ແລະອ້ອມຮອບນະຄອນຫຼວງຂອງຊູດານ.
ແຟ້ມຮູບ-ກຸ່ມຄັວນທີ່ລອຍກຸ້ມຂຶ້ນເໜືອທ້ອງຟ້າໃນນະຄອນຫຼວງຄາຣ໌ທູມ, ວັນທີ 23 ມິຖຸນາ 2023, ໃນຂະນະທີ່ການປະທະກັນ ຍັງຄົງດໍາເນີນຕໍ່ໄປລະຫວ່າງສົງຄາມສອງຝ່າຍ ທັງໃນ ແລະອ້ອມຮອບນະຄອນຫຼວງຂອງຊູດານ.

ການລະເບີດຂະໜາດແຮງໃກ້ກັບກອງ​ບັນ​ຊາ​ການທະຫານຊູດານ ໄດ້ສັ່ນສະເທືອນໄປທົ່ວນະຄອນຫຼວງຄາຣ໌ທູມ ໃນວັນພະຫັດວານນີ້, ອີງຕາມປະຊາຊົນ ທີ່ອາໄສຢູ່ໃນທ້ອງຖິ່ນ.

ເຖິງແມ່ນນາຍພົນຄູ່​ປໍ​ລະ​ປັກ​ໃນສົງຄາມ ຕ່າງ​ກໍ​ໄດ້​ອອກ​ມາ​ປະ​ກາ​ດ​ການ​ຢຸດ​ຍິງ ສໍາລັບວັນບຸນ ອີດ ອາລ-ອັດາ (Eid al-Adha), ແຕ່ແປວຄວັນຂະໜາດໃຫຍ່ ກໍໄດ້ລອຍກຸ້ມ ຈາກບໍ​ລິ​ເວນ​ຄ້າຍທະຫານ, ເຊິ່ງຂໍ້ມູນກ່ຽວກັບການລະເບີດໃນຄັ້ງນີ້ ຍັງບໍ່ເປັນທີ່ຈະແຈ້ງ.

ປະຊາຊົນທີ່ອາໄສຢູ່ໃນລັດສະໝີຫຼາຍກວ່າ 4 ໄມລ໌ ຈາກການລະເບີດ “ຍັງຮູ້ສຶກແຮງສັ່ນສະເທືອນຢູ່ຕາມຝາເຮືອນຂອງພວກເຂົາເຈົ້າໄດ້,” ເຊິ່ງຜູ້ອາໄສຢູ່ໃນທ້ອງຖິ່ນຄົນນຶ່ງ ບອກກັບອົງການຂ່າວ AFP.

ນອກນັ້ນ ຍັງບໍ່​ມີການຢືນຢັນໃດກ່ຽວກັບວ່າ ເຫດລະເບີດໃນຄັ້ງນີເຮັດໃຫ້​ມີຜູ້​ບາດເຈັບລົ້ມຕາຍຫຼືບໍ່.

ໃນວັນພະຫັດວານນີ້, ຄະນະກໍາມາທິການກາແດງສາກົນ ຫຼື ICRC ກ່າວວ່າ ພວກເຂົາເຈົ້າໄດ້ຊ່ວຍອໍານວຍຄວາມສະດວກໃນການປ່ອຍໂຕທະຫານຊູດານ 125 ຄົນ ທີ່ຖືກຈັບໂດຍຄູ່ຕໍ່ສູ້ ກອງກໍາລັງເຄື່ອນທີ່ຢ່າງວ່ອງໄວ RSF.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG