ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະພາກາແດງ ເລັ່ງຈັດສົ່ງ ການຊ່ວຍເຫຼືອສຸກເສີນ ໄປໃຫ້ ເຢເມນ


ຜູ້ຄົນພາກັນຢ່າງຢູ່ທີ່ບ່ອນ ຖືກໂຈມຕີຈາກທາງອາກາດ ໃນນະຄອນຫຼວງ Sanaa.
ຜູ້ຄົນພາກັນຢ່າງຢູ່ທີ່ບ່ອນ ຖືກໂຈມຕີຈາກທາງອາກາດ ໃນນະຄອນຫຼວງ Sanaa.

ສະພາກາ​ແດງກ່າວ​ວ່າ ຕົນ​ໄດ້ຈັດສົ່ງການຊ່ວຍເຫຼືອ​ສຸກ​ເສີນ
ທາງດ້ານການແພດ ຊຸດ​ທຳ​ອິດ ​ໄປ​ໃຫ້ເຢ​ເມນ ບ່ອນ​ທີ່ການ
ໂຈມຕີທາງອາກາດ ພາຍໃຕ້ການນຳພາ ຂອງຊາ​ອຸ​ດີ ​ຍັງບໍ່​ມີ
​ຮ່ອງ​ຮອຍ​ທີ່ສະແດງໃຫ້ເຫັນວ່າ ຈະຢຸດເຊົາລົງໃນໄວໆນີ້ແຕ່
ຢ່າງໃດເລີຍ​.

​ເຮືອບິນ​ຂົນ​ສົ່ງ​ລຳ​ນຶ່ງ ​ໄດ້​ໄປ​ເຖິງ​ນະຄອນຫລວງ Sana’a
ຂອງ​ປະ​ເທດ​ເຢ​ເມນ ​ໃນວັນ​ສຸກ​ມື້​ນີ້ ໂດຍນຳ​ເອົາອຸບປະກອນ
​ການ​ແພດ 16 ​ໂຕນໄປໃຫ້ ອີງ​ຕາມ​ໂຄ ສົກ​ຍິງ ຂອງຄະນະ​
ກຳມະການ​ສະພາກາ​ແດງ​ສາກົນ.

ສະພາກາ​ແດງ ​ແລະ​ກຸ່ມ​ໃຫ້ການ​ຊ່ວຍ​ເຫລືອ​ອື່ນໆ ​ໄດ້​ພະຍາຍາມ​າເປັນເວລາ​ຫລາຍ
​ອາທິດແລ້ວ ທີ່ຈະຈັດສົ່ງການຊ່ວຍເຫລືອ ​ໄປໃຫ້ປະເທດເຢເມນ ບ່ອນ​ທີ່ພວກ​ກະບົດ Houthis ຂອງຊາວ Shi’ite ​ໄດ້​ສູ້​ລົບ​ກັບ​ກຳລັງທີ່ເປັນ​ພັນທະ​ມິດ ກັບ​ປະທານາທິບໍດີ
ຂອງປະເທດດັ່ງກ່າວ.

​ເຮືອບິນ​ລົບ​ຫລາຍ​ລຳ​ ຂອງກຳລັງ​ປະສົມຈາກ​ປະ​ເທດ​ອາຣັບທີ່ນັບຖືສາສະໜາ ອິສລາມ
ນິກາຍ Sunni ​ໄດ້ທຳການໂຈມຕີມາເປັນ​ເວລາ​ສອງ​ອາທິດ​ ຕໍ່ຫຼາຍໆ ເຂດ​ຂອງ​ປະ​ເທ​ດ
ທີ່​ຄວບ​ຄຸມ​ໂດຍພວກກະບົດ Houthis ຊຶ່ງເຊື່ອກັນ​ວ່າ​ ໄດ້ ຮັບການສະໜັບສະໜຸນ​ຈາກ
ອີຣ່ານ ຊຶ່ງເປັນມະຫາອຳນາດ​ຢູ່ໃນ​ຂົງ​ເຂດ.

ໃນອີກດ້ານນຶ່ງສະພາ​ປາ​ກິ​ສຖານ ຊຶ່ງ​ເປັນປະເທດທີ່ຄອບງຳໂດຍຊາວ Sunni ທີ່ມີ​ຊາຍ
​ແດນ​ຕິດ​ກັບ​ອີຣ່ານນັ້ນ ​ໄດ້​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ສຸກມື້​ນີ້ ບໍ່​ເຂົ້າຮ່ວມ ກັບກຳລັງ​ປະສົມ​.
ແຕ່ບັນດາ​ສະມາຊິກສະພາ ໄດ້​ໃຫ້ການສະໜັບສະໜຸນຕໍ່ຮ່າງ ຍັດຕິ ຮຽກຮ້ອງ​ໃຫ້ເປີດ
ການ​ເຈລະຈາ ເພື່ອ​ຫາທາງ​ຍຸດຕິ​ຄວາມຮຸນ​ແຮງດັ່ງກ່າວ ແທນ.

Yemen
please wait
Embed

No media source currently available

0:00 0:01:42 0:00

XS
SM
MD
LG