ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອົງການສະພາກາແດງ ສູນເສຍເງິນ 6 ລ້ານໂດລາ ຍ້ອນການສໍ້ໂກງ


ພະນັກງານສາທາລະນະສຸກ ນຸ່ງເຄື່ອງປ້ອງກັນ ເບິ່ງແຍງ
ຄົນໄຂ້ທີ່ໄດ້ຕິດເຊື້ອ ອີໂບລາ ໃໝ່ໃນເຂດກວດໂຣກ ຢູ່ສະຖານທີ່ຂອງອົງການສະພາກາແດງໃນບ້ານ ຄອນດູ, ເມືອງ ໂຄໂນ, ປະເທດ ຊີເອຣາ ລີໂອນ 19 ທັນວາ, 2014.
ພະນັກງານສາທາລະນະສຸກ ນຸ່ງເຄື່ອງປ້ອງກັນ ເບິ່ງແຍງ ຄົນໄຂ້ທີ່ໄດ້ຕິດເຊື້ອ ອີໂບລາ ໃໝ່ໃນເຂດກວດໂຣກ ຢູ່ສະຖານທີ່ຂອງອົງການສະພາກາແດງໃນບ້ານ ຄອນດູ, ເມືອງ ໂຄໂນ, ປະເທດ ຊີເອຣາ ລີໂອນ 19 ທັນວາ, 2014.

ສະພາກາແດງສາກົນ ແລະ ກາວົງເດືອນແດງກ່າວວ່າ ເຂົາເຈົ້າໄດ້ຄົ້ນພົບການສໍ້ໂກງ
ຫຼາຍກໍລະນີໃນລະຫວ່າງຈຸດສູງສຸດຂອງການແຜ່ລະບາດໂຣກ ອີໂບລາ ໃນພາກຕາ
ເວັນຕົກຂອງທະວີບ ອາຟຣິກາ ຈາກປີ 2014 ຫາ 2016.

ໃນຖະແຫຼງການສະບັບນຶ່ງ, ອົງການຊ່ວຍເຫຼືອນັ້ນກ່າວວ່າ ເຂົາເຈົ້າ “ຕົກໃຈ” ຍ້ອນ
ການພົບເຫັນ ແລະ ເວົ້າວ່າ ເຂົາເຈົ້າຈະ “ຮັບປະກັນວ່າ ພະນັກງານທຸກຄົນ ທີ່ມີສ່ວນ
ຮ່ວມຈະຖືກນຳມາລົງໂທດ.”

ການແຜ່ລະບາດຂອງໂຣກ ອີໂບລາ ໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 11,000 ຄົນເສຍ
ຊີວິດ, ຄົນອື່ນໆຕິດເຊື້ອຫຼາຍກວ່າ 29,000 ຄົນ ແລະ ມີຄ່າໃຊ້ຈ່າຍຫຼາຍກວ່າ 6 ລ້ານ
ໂດລາໃນລະຫວ່າງຈຸດສູງສຸດຂອງມັນ, ໃນເວລາທີ່ມັນໄດ້ສ້າງຄວາມເສຍຫາຍໃນປະ
ເທດ ກີນີ, ຊີເອຣາ ລີໂອນ ແລະ ໄລບີເຣຍ.

ໃນປະເທດ ຊີເອຣາ ລີໂອນ, ສະພາກາແດງກ່າວວ່າ ເຂົາເຈົ້າໄດ້ຄົ້ນພົບຫຼັກຖານ ກ່ຽວ
ກັບ “ສິ່ງທີ່ເບິ່ງຄືວ່າເປັນການສົມຮູ້ຮ່ວມຄິດ” ລະຫວ່າງ ທະນາຄານ ກັບ ພວກອະດີດ
ພະນັກງານທີ່ໄດ້ສົ່ງຜົນໃຫ້ສູນເສຍເງິນ 2 ລ້ານ 1 ແສນໂດລາ.

ໃນປະເທດ ກີນີ, ໃບເກັບເງິນເກີນຈຳນວນ ແລະ ໃບເກັບເງິນປອມໄດ້ສ້າງຄວາມ
ເສຍຫາຍ 1 ລ້ານ 2 ແສນໂດລາ ແກ່ອົງການຊ່ວຍເຫຼືອດັ່ງກ່າວ. ສະພາກາແດງກ່າວ
ວ່າ ການສືບສວນສອບສວນອີກສອງຄັ້ງແມ່ນກຳລັງດຳເນີນຢູ່ໃນ ກີນີ.

ແລະ ໃນປະເທດ ໄລບີເຣຍ, ອົງການດັ່ງກ່າວໄດ້ຄົ້ນພົບລາຄາທີ່ສູງເກີນຄວາມຈິງ ສຳ
ລັບສິ່ງຂອງຊ່ວຍເຫຼືອຕ່າງໆ ແລະ ບັນຊີເງິນເດືອນໄດ້ມີມູນຄ່າ 2 ລ້ານ 7 ແສນໂດລາ
ເພີ່ມຕື່ມ.

ສະພາກາແດງກ່າວວ່າ ເຂົາເຈົ້າມີຄວາມໝາຍໝັ້ນທີ່ຈະນຳເອົາຜູ້ທີ່ມີສ່ວນຮ່ວມທຸກ
ຄົນມາລົງໂທດຕາມກົດໝາຍ, ແລະ ກໍຈະຮຽກຄືນເງິນທັງໝົດທີ່ຖືກສໍ້ໂກງໄປ, ຖືກ
ໂອນໄປທາງອື່ນ ແລະ ກອງທຶນຕ່າງໆທີ່ຖືກເອົາໄປຢ່າງຜິດກົດໝາຍນັ້ນ.

ອົງການດັ່ງກ່າວ, ເຊິ່ງໄດ້ເຄີຍປະສົບການຂ່າວນອງນັນ ກ່ຽວກັບ ການສໍ້ລາດບັງຫຼວງ
ໃນເມື່ອກ່ອນມາແລ້ວກ່າວວ່າ, ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ ເຂົາເຈົ້າໄດ້ປະຕິບັດ
ການຈຳກັດການໃຊ້ຈ່າຍເງິນສົດໃນລັກສະນະ “ທີ່ມີຄວາມສ່ຽງສູງ” ແລະ ໄດ້ເລີ່ມສົ່ງ
ຜູ້ກວດສອບບັນຊີ ເມື່ອເຂົາເຈົ້າສົ່ງກຸ່ມຊ່ວຍເຫຼືອອອກໄປ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG