ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ສະພາກາແດງ ຢ້ຽມຢາມ ເຢເມັນ ເພື່ອເພັ່ງເລັງ ແກ້ໄຂບັນຫາວິກິດການ ດ້ານມະນຸດສະທຳ


ທ່ານ Peter Maurer (ກາງ) ປະທານຄະນະກຳມະການ ສະພາກາແດງສາກົນ ກຳລັງຮັບຟັງ ທ່ານ Hamid al-Awadhi (ຂວາ) ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ເຢເມັນ ເມື່ອເດີນທາງໄປເຖິງສະໜາມບິນສາກົນ ຂອງນະຄອນຫຼວງ ຊານາອາ ປະເທດເຢເມັນ, ວັນທີ 8 ສິງຫາ 2015.
ທ່ານ Peter Maurer (ກາງ) ປະທານຄະນະກຳມະການ ສະພາກາແດງສາກົນ ກຳລັງຮັບຟັງ ທ່ານ Hamid al-Awadhi (ຂວາ) ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ເຢເມັນ ເມື່ອເດີນທາງໄປເຖິງສະໜາມບິນສາກົນ ຂອງນະຄອນຫຼວງ ຊານາອາ ປະເທດເຢເມັນ, ວັນທີ 8 ສິງຫາ 2015.

ປະທານ ຄະນະ​ກຳມະ​ການ ອົງການກາ​ແດງ​ສາກົນ ພວມ​ຢູ່​
ໃນ​ປະ​ເທດ​ເຢ​ເມັນ ເພື່ອ​ຈະນຳ​ເອົາ​ເລື້ອງ​ທີ່​ ພວກເຂົາ​ເອີ້ນ​ວ່າ
ວິ​ກິດ​ການ ​ດ້ານ​ມະນຸດສະທຳ​ ທີ່​ຮ້າຍ​ແຮງ​ທີ່​ສຸດ​ ໃນປະ​ເທດ
​ເຢເມັນນັ້ນ ຂຶ້ນມາ.

ທ່ານ Peter Maurer ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ໃນ​ນະຄອນຫຼວງ
ຊາ​ນາ​ອາ ທີ່​ຄວບ​ຄຸຸມ​ໂດຍ​ພວກ​ກະບົດ ​ໃນ​ວັນ​ເສົາ​ວານ​ນີ້ ວ່າ
ທ່ານ​ກໍ​ຕ້ອງການຢາກ “​ຮັບປະກັນ​ວ່າ ບັດ​ດາ​ກົດ​ລະບຽບ ​
ແລະ ຫຼັກການ​ຕ່າງໆ ​ແມ່ນ​ຕ້ອງ​ໄດ້​ຮັບ​ການ​ເຄົາລົບ​ນັບຖື
​ໃນ​ລະຫວ່າງ​ການ​ສູ້ລົບ​ກັນນັ້ນ.”

ທ່ານ Maurer ກ່າວ​ອີກ​ວ່າ ທ່ານ​ມີ​ແຜນ​ຈະ​ພົບ​ປະ​ກັບ​ທຸກ​ພັກ​ຝ່າຍ ທີ່​ກຳລັງ​ຕໍ່ສູ້ກັນ ຢູ່​
ໃນ​ເຢ​ເມັນ.

ພວກ​ກະບົດ ຮູ​ທີ​ນິກາຍ​ຊີ​ໄອ ທີ່ໄດ້​ຮັບ​ການ​ໜູນຫຼັງ​ຈາກ​ອີຣ່ານ ​ໄດ້​ເຂົ້າຢຶດ​ເອົາ​ນະຄອນ
ຫຼວງຊາ​ນາ​ອາ ​ໃນ​ເດືອນ​ກັນຍາ​ທີ່​ຜ່ານ​ມາ ​ແລະ ກໍ​ໄດ້​ຢຶດ​ເອົາ​ເມືອງ​ທ່າ​ເຮືອ Aden ທີ່​
ສຳຄັນ​ຢູ່​ທາງ​ພາກ​ໃຕ້​ຂອງ​ປະ​ເທດ ​ແລະ ບັງຄັບ​ໃຫ້​ລັດຖະບານ​ຂອງ​ປ​ະທາ​ນາ​ທິບໍດີ
ທ່ານ Abdu Rabu Mansour Hadi ທີ່​ສະໜັບສະໜູນ​ໂດຍ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ
ຫລົບໜີ​ໄປ​ຍັງ ປະ​ເທດ​ຊາ​ອຸ​ດີ ອາ​ເຣ​ເບຍ

ການ​ໂຈມ​ຕີ​ທາງ​ອາກາດ​ທີ່​ນຳພາ​ໂດຍຊາ​ອຸ​ດີ ອາ​ເຣ​ເບຍ ​ແລະ ການ​ຕໍ່ສູ້​ທາງ​ພາກ​ພື້ນ​ດິນ
ລະຫວ່າງ ຊາວ​ຮູ​ທີ ​ແລະ ກອງ​ກຳລັງ​ທີ່​ສະໜັບສະໜູນ​ລັດຖະບານ ​ໄດ້​ທະວີ​ຄວາມທຸກ​
ຍາກ​ລຳບາກ ​ຢູ່​ໃນເຢ​ເມັນ. ປະມານ 80 ​ເປີ​ເຊັນ​ຂອງ​ປະຊາກອນ​ເຢ​ເມັນ ​ແມ່ນ​ຕ້ອງການ​
ອາຫານ ​ແລະ ການ​ຊ່ວຍ​ເຫຼືອດ້ານ​ມະນຸດສະທຳ ​ໃນ​ທັນທີ ອີງ​ຕາມ​ອົງການ​ສະຫະ​ປະຊາ​ຊາດ.

XS
SM
MD
LG