ອົງການກາແດງສາກົນໄດ້ກ່າວໃນວັນຈັນມື້ນີ້ວ່າ ເຂົາເຈົ້າໄດ້ຊ່ວຍອຳນວຍຄວາມສະ
ດວກໃນການປ່ອຍຕົວຜູ້ຖືກຄຸມຂັງ 290 ຄົນ ທີ່ຖືກຈັບໄປໂດຍກຸ່ມກະບົດ ຮູຕີ ໃນ
ປະເທດ ເຢເມນ.
ຖະແຫຼງການສະບັບນຶ່ງຂອງອົງການກາແດງສາກົນໄດ້ກ່າວວ່າ ຜູ້ຖືກຄວບຄຸມຕົວ 42
ຄົນ ແມ່ນຜູ້ລອດຊີວິດຈາກການໂຈມຕີສະຖານທີ່ກັກຂັງໃນເມືອງ ດາມາ ໃນຕົ້ນເດືອນ
ກັນຍານີ້ ທີ່ໄດ້ຖິ້ມໂທດໃສ່ພັນທະມິດນຳໜ້າໂດຍ ຊາອຸດີ ອາຣາເບຍ ທີ່ກຳລັງຕໍ່ສູ້ກັບ
ກຸ່ມ ຮູຕີ ນັ້ນ.
ອົງການກາແດງສາກົນໄດ້ກ່າວວ່າ ເຂົາເຈົ້າໄດ້ຊ່ວຍເຫຼືອໃນການລະບຸຕົວຜູ້ຖືກຄຸມຂັງ,
ພິຈາລະນາວ່າເຂົາເຈົ້າຢາກໄປໃສຫຼັງຈາກການປ່ອຍຕົວ, ປະເມີນສຸຂະພາບຂອງຜູ້ຖືກ
ຄຸມຂັງ ແລະ ສະໜອງການຊ່ວຍເຫຼືອດ້ານການເງິນ.
ທ່ານ ໂຣເບີດ ຊິມເມີແມນ, ຫົວໜ້າພະແນກການປົກປ້ອງຂອງອົງການດັ່ງກ່າວ ໃນ
ເຢເມນ ໄດ້ເວົ້າວ່າ “ພວກເຮົາໄດ້ຈັດການສົນທະນາລັບກັບຜູ້ຖືກຄຸມຂັງໝົດທຸກຄົນ
ເພື່ອຟັງບັນຫາທຸກຢ່າງທີ່ເຂົາເຈົ້າອາດມີ, ຮັບປະກັນວ່າເຂົາເຈົ້າໄດ້ຕິດຕໍ່ກັບຄອບຄົວ
ຂອງເຂົາເຈົ້າ ແລະ ເກັບກຳຂໍ້ມູນທີ່ຈຳເປັນ ເພື່ອຕິດຕາມຄະດີຂອງເຂົາເຈົ້າຖ້າຈຳເປັນ.”
ອົງການສະຫະປະຊາຊາດໄດ້ສະແດງຄວາມຍິນດີກັບການປ່ອຍຕົວດັ່ງກ່າວ.
ທູດພິເສດປະຈຳປະເທດ ເຢເມນ ທ່ານ ມາຕິນ ກຣິຟຟິທ໌ ໄດ້ກ່າວວ່າທ່ານຫວັງວ່າ
ຄວາມຄືບໜ້າດັ່ງກ່າວ “ຈະອຳນວຍຄວາມສະດວກໃນການແລກປ່ຽນຕົວຜູ້ຖືກຄຸມຂັງ
ທີ່ກ່ຽວຂ້ອງກັບຄວາມຂັດແຍ້ງທຸກຄົນ” ອີງຕາມຂໍ້ຕົກລົງປີ 2018 ທີ່ລວມມີການຢຸດຍິງ
ໃນເມືອງທ່າເຮືອທີ່ສຳຄັນ, ເປີດເສັ້ນທາງດ້ານມະນຸສະທຳ ແລະ ແລກປ່ຽນນັກໂທດ.
ທ່ານ ກຣິຟຟິທ໌ ໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ມີສ່ວນຮ່ວມໃນຄວາມຂັດແຍ້ງ ເຢເມນ
ປະຊຸມກັນໄວເທົ່າທີ່ຈະໄວໄດ້ ແລະ ສືບຕໍ່ການເຈລະຈາ ກ່ຽວກັບ ການແລກປ່ຽນ
ຕ່າງໆໃນອະນາຄົດ.