ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການກາແດງ ວ່າ ການສູ້ລົບ ໃນລີເບຍ ໄດ້ຫັນປ່ຽນ ຄຸ້ມບ້ານທີ່ຢູ່ອາໄສ ຂອງ ພົນລະເຮືອນ ກາຍເປັນ 'ສະໜາມລົບ'


ສະມາຊິກຂອງກອງກຳລັງລັດຖະບານ ລີເບຍ ທີ່ຮັບຮູ້ໂດຍນານາຊາດ ຍິງປືນໃຫຍ່ຈາກລົດຖັງ ໃນລະຫວ່າງການສູ້ລົບ ກັບກອງກຳລັງ ພາກຕາເວັນອອກ ໃນເມືອງ ໄອ້ນ໌ ຊາຣາ ຂອງນະຄອນ ທຣີໂປລີ ປະເທດລີເບຍ, ວັນທີ 25 ເມສາ 2019.
ສະມາຊິກຂອງກອງກຳລັງລັດຖະບານ ລີເບຍ ທີ່ຮັບຮູ້ໂດຍນານາຊາດ ຍິງປືນໃຫຍ່ຈາກລົດຖັງ ໃນລະຫວ່າງການສູ້ລົບ ກັບກອງກຳລັງ ພາກຕາເວັນອອກ ໃນເມືອງ ໄອ້ນ໌ ຊາຣາ ຂອງນະຄອນ ທຣີໂປລີ ປະເທດລີເບຍ, ວັນທີ 25 ເມສາ 2019.

ການສູ້ລົບເພື່ອຄວບຄຸມ ລີເບຍ ລະຫວ່າງລັດຖະບານ​ສອງ​ຝ່າຍ ທີ່​ເປັນຄູ່ປໍລະປັກກັນ
ໄດ້ຫັນປ່ຽນຄຸ້ມບ້ານທີ່ຢູ່​ອາ​ໄສຂອງພົນລະເຮືອນ ໃຫ້ກາຍເປັນ “ສະໜາມລົບ” ໄປ​ແລ້ວ,
ອີງຕາມຄຳ​ເວົ້າຂອງຄະນະກຳມະການສາກົນ ຂອງອົງການກາແດງ ຫຼືເອີ້ນຫຍໍ້ວ່າ ICRC.

ອົງການ ICRC ໄດ້ກ່າວໃນວັນພະຫັດວານນີ້ວ່າ “ສະພາບການດ້ານມະນຸດສະທຳ
ຢູ່ພາຍໃນແລະໃນບໍລິເວນອ້ອມແອ້ມ ນະຄອນທຣີໂປລີ ແມ່ນໄດ້ຊຸດໂຊມລົງຢ່າງໜັກ
ຕະຫຼອດໄລຍະ 3 ສັບປະດາ ຜ່ານມານີ້. ການບໍລິການຂັ້ນພື້ນຖານ ແລະພື້ນຖານ
ໂຄງລ່າງຂອງທຣີໂປລີ ເຊັ່ນວ່າ ໂຮງໝໍ ແລະສະຖານທີ່ປ້ຳນ້ຳທັງຫຼາຍ ຊຶ່ງໄດ້ຮັບຜົນ
ກະທົບ ຈາກຄວາມຮຸນແຮງຢູ່ແລ້ວ ໃນຕະຫຼອດໄລຍະ 8 ປີ ມານັ້ນ ແມ່ນເພີ້ມ​ຄວາມ
ດ້ອຍປະສິດທິພາບ ໄປເລື້ອຍໆ.”

ກຸ່ມດັ່ງ​ກ່າວນີ້ ກ່າວວ່າ ການຍິງປືນໃຫຍ່ເຂົ້າໃສ່ໂດຍບໍ່ເລືອກໜ້ານັ້ນ ແມ່ນກຳລັງເຮັດ
ໃຫ້ສະພາບເປັນອັນຕະລາຍຫຼາຍຂຶ້ນ ສຳລັບພວກພະນັກງານແພດ ທີ່ຈະຮັກສາປິ່ນປົວ
ພວກຜູ້ໄດ້​ຮັ​ບເຄາະຮ້າຍ.

ສະມາຊິກຂອງກອງກຳລັງລັດຖະບານ ລີເບຍ ທີ່ຮັບຮູ້ໂດຍນານາຊາດ ຍິງປືນໃສ່ ກອງກຳລັງ ພາກຕາເວັນອອກ ໃນເມືອງ ໄອ້ນ໌ ຊາຣາ ຂອງນະຄອນ ທຣີໂປລີ ປະເທດລີເບຍ, ວັນທີ 25 ເມສາ 2019.
ສະມາຊິກຂອງກອງກຳລັງລັດຖະບານ ລີເບຍ ທີ່ຮັບຮູ້ໂດຍນານາຊາດ ຍິງປືນໃສ່ ກອງກຳລັງ ພາກຕາເວັນອອກ ໃນເມືອງ ໄອ້ນ໌ ຊາຣາ ຂອງນະຄອນ ທຣີໂປລີ ປະເທດລີເບຍ, ວັນທີ 25 ເມສາ 2019.

​ອົງການສະຫະປະຊາຊາດ​ຄາດ​ຄະ​ເນວ່າ ມີຄົນຫຼາຍກວ່າ 35,000 ຄົນ ໄດ້ພາກັນຫລົບ
ໜີອອກຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ ແລະ ໄປອາໄສຢູ່ກັບຍາດຕິພີ່ນ້ອງ
ຫຼືພາກັນໄປຫລົບລີ້ຢູ່ໃນຕຶກອາຄານ ຂອງທາງການຕ່າງໆ.

ບັນດາເຈົ້າໜ້າທີ່ອົງການສະຫະປະຊາຊາດ ໄດ້ຍົກຍ້າຍເອົາພວກອົບພະຍົບ 325 ຄົນ
ອອກຈາກສູນອົບພະຍົບທີ່ດຳເນີນການໂດຍລັດຖະບານ ຫຼັງຈາກມີ ລາຍງານວ່າ ບາງ
ຄົນທີ່ອາໄສຢູ່ທີ່ນັ້ນ ໄດ້ຖືກໂຈມຕີ.

ລັດຖະບານລີເບຍ ໄດ້ຂໍຮ້ອງໃຫ້ສະພາຄວາມໝັ້ນຄົງ ສົ່ງທີມນັກຊ່ຽວຊານ ໄປຍັງ
ທຣີໂປລີ ເພື່ອສືບສວນສອບສວນ ຂໍ້ກ່າວຫາກ່ຽວກັບການໂຈມຕີ ຕໍ່ພວກພົນລະເຮືອນ
ນັ້ນ.

ເອກອັກຄະລັດຖະທູດຂອງລີເບຍ ທ່ານ ແອລມາດີ ແອລມາເຈີບີ ໄດ້ເຜີຍແຜ່ໜັງສື
ສະບັບນຶ່ງ ທີ່ໂຍນ​ຄ​ງາມ​ຮັບ​ຜິດ​ຊອບ​ໃນການໂຈມຕີໃຫ້ ກຳລັງທີ່ສະໜັບ ສະໜຸນ
ນາຍພົນ ຄາລີຟາ ຮັຟຕາຣ ຊຶ່ງເປັນຈອມຜະເດັດ ການຂອງລີເບຍ ຜູ້ທີ່ໄດ້ຈັດຕັ້ງ
ລັດຖະບານນຶ່ງຂຶ້ນ ຢູ່ໃນພາກຕາເວັນອອກຂອງ​ປະ​ເທດ ແລະ ໄດ້ສົ່ງພວກນັກລົບ
ຂອງຕົນ ໄປທຣີໂປລີ ເພື່ອພະຍາຍາມຍຶດເອົາ ນະ​ຄອນ​ດັ່ງ​ກ່າວ ຈາກລັດຖະບານ
ທີ່ສະໜັບສະໜຸນໂດຍນານາຊາດ ຂອງນາຍົກລັດ ຖະມົນຕີ ຟາຍແຢັດຊ ອາລ-ຊາຣາຈ໌.

ທຳນຽບຂາວກ່າວວ່າ ປະທານາທິບໍດີ ດໍໂນລ ທຣຳ ໄດ້ໂທລະສັບຫາ ທ່ານຮັຟຕາຣ
ເມື່ອສັບປະດາແລ້ວນີ້ ແລະໄດ້ໂອ້ລົມກ່ຽວກັບ “ວິໃສທັດທີ່ເຫັນພ້ອມນຳກັນສຳ​ລັບ
ໄລຍະຂ້າມຜ່ານຂອງລີເບຍ ໄປສູ່ ລະບົບການເມືອງທີ່ມີປະຊາທິປະໄຕ ຢ່າງ​ມີ
ສະຖຽນລະພາບ.”

ອ່ານຂ່າວນນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG