ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂະ​ບວນ​ລົດ ​ຂອງ​ອົງ​ການ​ກາ​ແດງ ຖືກໂຈມ​ຕີ​ດ້ວຍ​ການ​ລະ​ດົມ​ຍິງ​ ໃນ​ເຂດ ກາ​ຊາ


ຊາວ​ປາ​ແລັ​ສ​ໄຕ​ນ໌ ຮັບ​ເອົາ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ຈາກ​ລົດ​ບັນ​ທຸກ​ໃກ້​ກັບ​ເຂ​ດ​ຊາຍ​ແດນ ຣາ​ຟາ ໃນ​ເຂດ​ກາ​ຊາ, 2 ພະ​ຈິກ 2023.
ຊາວ​ປາ​ແລັ​ສ​ໄຕ​ນ໌ ຮັບ​ເອົາ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ຈາກ​ລົດ​ບັນ​ທຸກ​ໃກ້​ກັບ​ເຂ​ດ​ຊາຍ​ແດນ ຣາ​ຟາ ໃນ​ເຂດ​ກາ​ຊາ, 2 ພະ​ຈິກ 2023.

ຂະ​ບວນ​ລົດ​ດ້ານ​ມະ​ນຸດ​ສະ​ທຳ​ຖືກ​ໂຈມ​ຕີ​ຢູ່​ເຂ​ດກ​າ​ຊາ​ໃນ​ວັນ​ອັງ​ຄານ​ວານນີ້ ໃນ​ຂະ​ນະ​ທີ່​ກຳ​ລັງ​ເດີນ​ທາງ​ເພື່ອ​ນຳ​ສົ່ງ​ສະ​ບຽງ​ຕ່າງໆໄປ​ໃຫ້​ໂຮງ​ໝໍ ແລະ ອົງ​ການ​ວົງ​ເດືອນແດງ ປາ​ແລັ​ສ​ໄຕ​ນ໌, ອີງ​ຕາມ​ການ​ກ່າວ​ຂອງ​ຄະ​ນະ​ກຳ​ມະ​ການ​ກາ​ແດງ​ສາ​ກົນ ຫຼື ICRC.

ທ່ານ ວິ​ລ​ລຽມ ຊົມ​ເບີກ, ຫົວ​ໜ້າເຈົ້າ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ເຂດ​ກາ​ຊາ​ ຂອງ ICRC ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງໂດຍບໍ່​ໄດ້​ເວົ້າ​ເຖິງ​ຜູ້​ທີ່​ໄດ້​ຍິງ​ໃສ່​ຂະ​ບວນ​ລົດ​ນັ້ນວ່າ “ນີ້ບໍ່​ແມ່ນ​ສະ​ພາບ​ທີ່​ເຈົ້າ​ໜ້າ​ທີ່​ດ້ານ​ມະ​ນຸດ​ສະ​ທຳ​ສາ​ມາດ​ເຮັດ​ວຽກ.”

ທ່ານ ຊົມ​ເບີກ ໄດ້​ກ່າວ​ວ່າ “ພວກ​ເຮົາ​ມາ​ທີ່ນີ້​ເພື່ອ​ນຳ​ເອົາ​ການ​ຊ່ວຍ​ເຫຼືອ​ອັນ​ຮີບ​ດ່ວນ​ໄປ​ໃຫ້​ພົນ​ລະ​ເຮືອນ​ທີ່​ມີ​ຄວາມ​ຕ້ອງ​ການ. ຮັບ​ປະ​ກັນ​ວ່າ​ການ​ຊ່ວຍ​ເຫຼືອ​ທີ່​ສຳ​ຄັນ​ສາ​ມາດ​ໄປ​ເຖິງ​ສະ​ຖານ​ທີ່​ການ​ແພດ​ແມ່ນ​ພັນ​ທະ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ພາຍ​ໃຕ້​ກົດ​ໝາຍ​ມະ​ນຸດ​ສະ​ທຳ​ສາ​ກົນ.”

ອົງ​ການ ICRC ໄດ້​ກ່າວ​ວ່າ​ຂະ​ບວນ​ຂອງ​ລົດ​ບັນ​ທຸກ 5 ຄັນ ແລະ ຍານ​ພາ​ຫະ​ນະ​ສອງ​ຄັນ ໄດ້​ຂົນ​ສະ​ບຽງ​ຕ່າງໆ​ ໄປ​ໃຫ້​ສະ​ຖານ​ທີ່​ປິ່ນ​ປົວ​ສຸ​ຂະ​ພາບ​ທັງຫຼາຍ, ລວມ​ທັງ​ໂຮງ​ໝໍ ອາ​ລ-ຄັດ​ສ໌. ຄົນ​ຂັບ​ລົດ​ຜູ້​ນຶ່ງ​ໄດ້​ຮັບ​ບາດ​ເຈັບ​ເລັກ​ນ້ອຍ, ແລະ ລົດ​ສອງ​ຄັນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

ຂະ​ບວນ​ລົດ​ດັ່ງ​ກ່າວ​ໄດ້​ປ່ຽນ​ເສັ້ນ​ທາງ​ຂອງ​ເຂົາ​ເຈົ້າ ແລະ ສາ​ມາດ​ທີ່​ຈະ​ສືບ​ຕໍ່​ໄປ​ຮອດ​ໂຮງ​ໝໍ ອາ​ລ-ຊີ​ຟາ, ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ຂົນ​ສະ​ບຽງ​ໄປ​ໃຫ້. ຫຼັງ​ຈາກ​ນັ້ນ​ກໍ​ມີ​ລົດ​ໂຮງ​ໝໍ 6 ຄັນ ​ທີ່​ນຳ​ສົ່ງ​ຄົນ​ໄຂ້​ທີ່​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ ​ໄປ​ເຂດ​ຊາຍ​ແດນ ຣາ​ຟາ ທີ່​ຕິດ​ກັບ​ປະ​ເທດ ອີ​ຈິບ.

ໂຮງ​ຮຽນ​ທີ່​ດຳ​ເນີນ​ການ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ພາກ​ເໜືອ​ຂອງ​ເຂດ​ກາ​ຊາ ກໍ​ຖືກ​ໂຈມ​ຕີ​ໂດຍ​ກົງ​ໃນ​ວັນ​ທີ່​ຜ່ານ​ມາ, ເຮັດ​ໃຫ້​ຜູ້ບໍ່​ມີ​ບ່ອນ​ຢູ່​ອາ​ໄສ​ຄົນ​ນຶ່ງ​ເສຍ​ຊີ​ວິດ, ເຊິ່ງ​ແມ່ນ​ຜູ້​ທີ່​ໄດ້​ລີ້​ໄພ​ກັບ​ອີກ 5,500 ຄົນ​ຢູ່ນີ້​ນັ້ນ, ແລະ 9 ຄົນ​ໄດ້​ຮັບ​ບາດ​ເຈັບ.

ໃນ​ຂະ​ນະ​ດຽວ​ກັນ, ມີ​ແຕ່ສິ່ງ​ຂອງ​ການ​ຊ່ວຍ​ເຫຼືອ​ຕ່າງໆໄດ້​ເຂົ້າ​ໄປ​ໃນ​ເຂດ​ກາ​ຊາ ທີ່​ຖືກ​ຄວບ​ຄຸມ​ໂດຍ​ກຸ່ມ​ຮາ​ມາ​ສ ນັບ​ຕັ້ງ​ແຕ່ ອິ​ສ​ຣາ​ແອ​ລ ໄດ້​ເລີ່ມ​ອະ​ນຸ​ຍາດ​ການ​ຊ່ວ​ຍ​ເຫຼືອ​ຢ່າງ​ຈຳ​ກັດໃນ​ວັນ​ທີ 21 ຕຸ​ລາ​ທີ່​ຜ່ານ​ມາ. ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ວ່າ ​ລົດ​ບັນ​ທຸກ 500 ກວ່າ​ຄັນ​ພ້ອມ​ກັບ​ອາ​ຫານ, ນ້ຳ ແລະ ວັດ​ຖຸ​ການ​ແພດ ແຕ່ບໍ່​ມີ​ນ້ຳ​ມັນ​ເຊື້ອ​ໄຟ ​ໄດ້​ເຂົ້າ​ໄປ​ນັບ​ຕັ້ງ​ການ​ປິດ​ລ້ອມ​ຂອງ ອິ​ສ​ຣາ​ແອ​ລ ໄດ້​ຜ່ອນ​ເບົາ​ລົງ. ນັ້ນ​ແມ່ນ​ເກືອບ​ເທົ່າ​ກັບ​ຈຳ​ນວນ ​ທີ່​ໄດ້​ຂ້າມເຂົ້າ​ໄປໃນ​ວັນ​ດຽວ​ກ່ອນ​ພາ​ວະ​ສົງ​ຄາມ ​ໄດ້​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 7 ຕຸ​ລາ​ທີ່​ຜ່ານ​ມາ.

ອ່ານ​ຂ່າວ​ນີ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG