ຫຼັງຈາກທີ່ໄດ້ຮັບຊົມການເດີນສວນສະໜາມ ໃນວັນຊາດ ຫຼື Bastille Day
ທີ່ໜ້າປະທັບໃຈ ແລະ ໄດ້ຮັບປະທານອາຫານຄ່ຳເປັນທີ່ຮຽບຮ້ອຍ ຢູ່ທີ່ຫໍ
Eiffel ພ້ອມດ້ວຍທັດສະນິຍະພາບ ຂອງນະຄອນຫຼວງ ປາຣີ ທີ່ສວຍສົດ
ງົດງາມແລ້ວ ປະທານາທິບໍດີ ຝຣັ່ງ ທ່ານ ເອມແມນູແອລ ມາຄຣົງ ກໍສາ
ມາດ ຄາດໝາຍໄດ້ວ່າ ຈະໄດ້ຮັບການຕ້ອນຮັບຕອບແທນຄືນ ໃນເວລາ
ທ່ານເດີນທາງມາຍັງນະຄອນຫຼວງ ວໍຊິງຕັນ ໃນວັນຈັນມື້ອື່ນ ສຳລັບ
ການເດີນທາງຢ້ຽມຢາມ ທ່ານດໍໂນລ ທຣຳ ໃນການດຳລົງຕຳແໜ່ງ
ປະທານາທິບໍດີ ຢ່າງເປັນທາງການຄັ້ງທຳອິດ.
ພ້ອມໆກັນ ກັບການຮັບປະທານອາຫາຄ່ຳ ຢູ່ສະຖານທີ່ ທີ່ເປັນປະຫວັດສາດ
ຂອງຄະລືຫາດ Mount Vernon ແລະໂອກາດທີ່ຈະໄດ້ກ່າວຄຳປາໄສ ຕໍ່ລັດ
ຖະສະພາ ສະຫະລັດ ນັ້ນ ແຕ່ຍັງຈະມີການເຈລະຈາ ເລື່ອງຂອງຄວາມແຕກ
ຕ່າງທີ່ໃຫຍ່ຫລວງ ຂ້າມມະຫາສະໝຸດແອດແລນຕິກ ນຳ. ການຢ້ຽມຢາມ
ສະຫະລັດ ເປັນເວລາ 3 ວັນ ຂອງ ທ່ານ ມາຄຣົງ ຈະເປັນການທົດສອບ ເບິ່ງ
ວ່າ ທ່ານສາມາດຕີຄວາມໝາຍຊື່ສຽງຂອງທ່ານທຣຳ ໄດ້ຫຼືບໍ່ ວ່າ "ເປັນໂຕ
ແທນ" ຂອງທ່ານທຣຳ ໃນທະວີບຢູໂຣບ ໃນການເປັນຜູ້ນຳ ຂອງຝຣັ່ງ ແລະ ຢູໂຣບ.
ທ່ານອາແລັກແຊນເດີ ເດີ ຮຸບ ແຊັບເຟີ ຫົວໜ້າຫ້ອງການກອງທຶນ
ເຢຍຣະມັນ ມາໂຊລ ຂອງສະຫະລັດ ປະຈຳ ປາຣີ ເວົ້າວ່າ "ຖ້າເພິ່ນສາມາດ
ສະແດງຄວາມຮູ້ສຶກອອກມາວ່າ ເພິ່ນເປັນພັນທະມິດຫຼາຍໂພດ ກັບ
ວໍຊິງຕັນ ແລະໂດຍສະເພາະ ກັບ ທ່ານທຮຳ ແລ້ວ ຖ້າຜົນປະໂຫຍດ ຂອງ
ຝຣັ່ງ ແລະບັນດາປະເທດໃນຢູໂຣບ ຕົກຢູ່ໃນຄວາມສ່ຽງ ໂດຍການຕັດສິນໃຈ ຂອງປະທານາທິບໍດີ ທຣຳ."