ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຊອກຄົ້ນ ໃນບ່ອນເຮືອບິນ ເຢຍຣະມັນຕົກ ຖືກງົດໄວ້ຊົ່ວຄາວ


ພວກສາລະວັດທະຫານຝຣັ່ງ ເຮັດວຽກຢູ່ໃກ້ກັບບ່ອນຊາກ
ຫັກພັງຂອງເຮືອບິນ ເຢຍຣະມັນ ຕົກວັນທີ 1 ເມສາ 2015.
ມີການປັກທຸງຊາດເຢຍຣະມັນໄວ້ ໃນສະຖານທີ່ດັ່ງກ່າວ.
ພວກສາລະວັດທະຫານຝຣັ່ງ ເຮັດວຽກຢູ່ໃກ້ກັບບ່ອນຊາກ ຫັກພັງຂອງເຮືອບິນ ເຢຍຣະມັນ ຕົກວັນທີ 1 ເມສາ 2015. ມີການປັກທຸງຊາດເຢຍຣະມັນໄວ້ ໃນສະຖານທີ່ດັ່ງກ່າວ.

ຕຳຫຼວດ​ຝຣັ່ງກ່າວ​ ໃນ​ວັນ​ເສົາ​ວານ​ນີ້​ວ່າ ຄວາມ​ພະຍາຍາມ​
ຊອກ​ຄົ້ນ​ຫາ​ຢູ່​ບ່ອນເຮືອບິນ ຂອງສາຍ​ການບິນ German
wings ​ຕົກ​ນັ້ນ​ ໄດ້ຢຸດ​ໄວ້ ຢ່າງ​ໜ້ອຍ​ກໍໃນ​ທ້າຍ​ສັບປະດາ​ນີ້.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ຕົນ​ໄດ້​ພົບ​ເຫັນ​ທັງ​ ຫີ​ບດຳ ຫຼື black
boxes ​ທັງ​ສອງ​ໜ່ວຍ ແລະ​ຊາກ​ສົບ​ຂອງ​ຜູ້​ຄົນ ສຳລັບ​ການ
ວິໄຈ​ DNA​.

​ເຮືອບິນ​ເຢຍຣະມັນດັ່ງກ່າວ ​ໄດ້​ເກີດ​ອຸບັດ​ເຫດ​ຕົກລົງ​ໃນເຂດ
ພູ​ເຂົາ Alps ຂອງຝຣັ່ງ​ ​ເມື່ອ​ວັນ​ທີ 24 ມີນາ​ຜ່ານ​ມາ ​ໂດຍ​ໄດ້​
ສັງຫານ​ພວກ​ຜູ້​ຄົນ​ໃນ​ເຮືອບິນ​ທັງ​ໝົດ 150 ຄົນ​.

ບັນດາ​ຄອບຄົວ​ແລະ​ສະມາຊິກ​ຄອບຄົວ ​ຂອງ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ ​ໄດ້​ເດີນທາງ​ໄປ​ຮອດບ່ອນ​ທຳ​ພິທີ ​ໃກ້​ກັບ​ບ່ອນ​ເຮືອບິນ​ຕົກ ​ເພື່ອ​ໄປ​ໃຫ້​ກຽດ​ແລະ​ສະ​ແດງ​ຄວາມ​ໂສກ​ເສົ້າ
ເສຍ​ໃຈ​ນຳ​ພວກ​ທີ່​ເສຍ​ຊີວິດ ​ໃນ​ຊ່ວງ​ທ້າຍ​ສັບປະດາ​ ບຸນ​ອີສ​ເຕີ​ນີ້.

​ເພື່ອ​ປົກ​ປ້ອງ​ຄວາມ​ເປັນ​ສ່ວນ​ໂຕ​ຂອງ​ເຂົາ​ເຈົ້າ ຕຳຫຼວດ​ໄດ້​ຫ້າມ​ພວກ​ສື່ມວນ​ຊົນ​ເຂົ້າ​ໄປ​ໃນ​ບ່ອນ​ທຳ​ພິທີ ​ແລະ​ເຈົ້າ​ໜ້າ​ທີ່​ໄດ້​ກີດ​ກັນ​ບໍ່​ໃຫ້​ພວກສື່​ມວນ​ຊົນ ​ໄດ້​ເຫັນພິທີ​ຕ່າງໆ​ທັງ​ໝົດ.

ບັນດາ​ເຈົ້າ​ໜ້າທີ່​ສືບ​ສວນ ກ່າວ​ວ່າ ​ສຽງບັນທຶກ​ຈາກ​ຫີ​ບດຳ​ໜ່ວຍ​ທຳ​ອິດ​ຊຶ່ງ​ພົບ​ເຫັນ​ ໃນ
ເວລາ​ບໍ່​ດົນ​ຫຼັງ​ຈາກ​ການ​ຊອກ​ຄົ້ນ​ ​ໄດ້​ພາ​ໃຫ້ພວກ​ເຈົ້າ​ໜ້າ​ທີ່​ສືບສວນ​ສອບ​ສວນ ​ລົງ​ຄວາມ
ເຫັນ​ວ່າ ທ້າວ Andreas Lubitz ຜູ້​ຊ່ອຍ​ນັກ​ບິນ ​ໄວ 27 ປີ ​ໄດ້​ເຮັດ​ໃຫ້​ເຮືອບິນ​ລຳ​ນີ້​ຕົກ ​ໂດຍ​ເຈດ​ຕະນາ.

ທ້າວ Lubitz ​ໄດ້​ລ໊ອກປ​ະຕູ​ບໍ່​ໃຫ້ນັກ​ບິນ Patrick Sondheimer ​ໄວ 34ປີ​ ກັບ​ຄືນ​ເຂົ້າ​ໄປ​ໃນ​ຫ້ອງ​ນັກ​ບິນ​ໄດ້ ​ແລະ​ຫຼັງ​ຈາກ​ນັ້ນ ລາວ​ໄດ້​ນຳ​ເຮືອບິນ Airbus ​A320 ​ໃສ່​ເກ​ຍ​ເລັ່ງບິນ​ລົງຢ່າງ​ໄວ ​ໄປ​ຕຳກັບ ຈ້າຍ​ພູ.

ບັນດາ​ເຈົ້າ​ໜ້າ​ທີ່​ສືບສວນ​ ກ່າວ​ວ່າ ທ້າ​ວ Lubitz ບໍ່​ເອົາ​ຫົວຊາ​ນຳ​ຄຳ​ຮຽກຮ້ອງ​ຢ່າງ​ຕົກ​ໃຈ​ຂອງ​ນັກ​ບິນ ​ໃຫ້​ໄຂ​ປະຕູ​ຫ້ອງ​ນັກ​ບິນ ຊຶ່ງ​ສາມາດ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ນັກ​ບິນ ​ໃນ​ເຄື່ອງ​ບັນທຶກ​ສຽງ​ຫລື ຫີບ​ດຳນັ້ນ​.

France Plane Crash
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG