ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ການນັບຄະແນນຄືນພົບວ່າ ໄອຊ໌ແລນແມ່ນຜິດພາດ ທີ່ວ່າແມ່ຍິງຈະໄດ້ກຳສຽງສ່ວນຫຼາຍ ຢູ່ໃນສະພາ


ນາຍົກລັດຖະມົນຕີທ່ານນາງແຄັດທຣີນ ກ່າວຕໍ່ສື່ມວນຊົນ ຫຼັງຈາກການລົງຄະແນນສຽງເລືອກຕັ້ງ ໃນນະຄອນເຣຈາວິຄ, ປະເທດໄອຊ໌ແລນ ເມື່ອວັນທີ 25 ກັນຍາ, ປີ 2021.

ປະເທດໄອຊ໌ແລນພາກັນສະເຫຼີມສະຫຼອງສັ້ນໆກ່ຽວກັບການເລືອກຕັ້ງທີ່ມີແມ່ຍິງເປັນສ່ວນຫຼາຍຢູ່ລັດຖະສະພາໃນມື້ວັນອາທິດວານນີ້, ກ່ອນການນັບຄືນຈະເກີດຜົນອອກມາເປັນເວລາພຽງເລັກນ້ອຍ ຈາກຈຸດສໍາຄັນສໍາລັບຄວາມເທົ່າທຽມກັນລະຫວ່າງຍິງ-ຊາຍ ຢູ່ໃນປະເທດເກາະ ແອັດແລນຕິກເໜືອ ອີງຕາມລາຍງານຂອງອົງການຂ່າວ AP ຈາກນະຄອນເຣຈາວິຄ.

ການນັບຄະແນນໃນຂັ້ນຕົ້ນ ມີຜູ້ສະໝັກທີ່ເປັນແມ່ຍິງຊະນະ 33 ບ່ອນນັ່ງໃນລັດຖະສະພາທີ່ມີບ່ອນນັ່ງທັງໝົດຈໍານວນ 63 ບ່ອນຂອງໄອຊ໌ແລນ, ອາລຕິງ ຫຼືສະພາ ເຊິ່ງປາກົດວ່າພັກທີ່ນິຍົມແນວທາງປານກາງ ໄດ້ຮັບຄະແນນຫຼາຍທີ່ສຸດ.

ຫຼາຍຊົ່ວໂມງຕໍ່ມາ, ການນັບຄະແນນຄືນ ຢູ່ໃນພາກຕາເວັນຕົກຂອງໄອຊ໌ແລນແມ່ນປ່ຽນຜົນທີ່ອອກມາ, ໂດຍມີຈໍານວນຜູ້ລົງສະໝັກຮັບການເລືອກຕັ້ງທີ່ເປັນແມ່ຍິງໄດ້ 30 ບ່ອນນັ່ງ, ເຊິ່ງກ່ອນໜ້ານີ້ ເຄີຍໄດ້ຮັບການເລືອກຕັ້ງຄັ້ງທີສອງກ່ອນໜ້ານີ້ຂອງໄອຊ໌ແລນໃນປີ 2016. ໃນນັ້ນ 48 ເປີເຊັນຂອງຈໍານວນເກືອບທັງໝົດ ແມ່ນເປັນຈໍານວນເປີເຊັນຂອງສະມາຊິກສະພາທີ່ເປັນແມ່ຍິງໃນຢູໂຣບສູງທີ່ສຸດ.

ມີບໍ່ເທົ່າໃດປະເທດ ທີ່ບໍ່ໄດ້ຢູ່ໃນຢູໂຣບ ທີ່ມີສະມາຊິກສະພາທີ່ເປັນແມ່ຍິງເປັນສ່ວນຫຼາຍ. ອີງຕາມລາຍງານຂອງສະຫະພາບລັດຖະສະພານານາຊາດ, ປະ ເທດຣວັນດານໍາໜ້າໝູ່ໃນໂລກ ໂດຍມີຈໍານວນສະມາຊິກສະພາແມ່ຍິງ 61 ເປີ ເຊັນ ໂດຍຄິວບາ, ນິກາຣາກົວ ແລະເມັກຊິໂກ ມີຄະແນນຢູ່ທີ່ ຫຼືຫຼາຍກວ່າ 50 ເປີເຊັນ. ຢູ່ໃນທົ່ວໂລກ, ທາງອົງການກ່າວວ່າ ຫຼາຍກວ່ານຶ່ງສ່ວນສີ່ຂອງສະມາ ຊິກສະພາ ແມ່ນເປັນແມ່ຍິງ.

“ໄຊຊະນະຂອງແມ່ຍິງ ຍັງຄົງເປັນເລື້ອງທີ່ຍິ່ງໃຫຍ່ໃນການເລືອກຕັ້ງໃນຄັ້ງນີ້,” ສາດສະດາຈານທາງດ້ານການເມືອງ ທ່ານໂອລາເຟີ ຮາດາຊັນ (Olafur Hardarson) ໄດ້ກ່າວກັບສະຖານີໂທລະພາບ RUV ຫລັງຈາກມີການນັບຄະແນນຄືນ.

ລະບົບການລົງຄະແນນສຽງຂອງໄອຊ໌ແລນ ແມ່ນໄດ້ແຍກອອກເປັນ 6 ຂົງເຂດ ແລະການນັບຄືນຢູ່ທາງພາກຕາເວັນຕົກຂອງໄອຊ໌ແລນໄດ້ມີຂຶ້ນຫຼັງຈາກມີຫຼາຍໆຄໍາຖາມ ກ່ຽວກັບຈໍານວນບັດລົງຄະແນນ. ຂໍ້ຜິດພາດດັ່ງກ່າວ ຍັງບໍ່ທັນໄດ້ຮັບການອະທິບາຍທັງໝົດ, ແຕ່ວ່າເປັນຄວາມຜິດພາດ ທີ່ເກີດຈາກມະນຸດ.

ໃນສາມພັກການເມືອງຂອງລັດຖະບານປະສົມ ທີ່ນໍາໂດຍນາຍົກລັດຖະມົນຕີ ທ່ານນາງແຄັດທຣີນ ຈາກອບສ໌ດັອທ໌ເທຍ (Katrin Jakobsdottir) ທີ່ຈະພົ້ນຕໍາແໜ່ງນັ້ນ ໄດ້ຊະນະທັງໝົດ 37 ບ່ອນນັ່ງໃນການເລືອກຕັ້ງຂອງມື້ວັນເສົາທີ່ຜ່ານມາ, ເຊິ່ງໄດ້ຮັບ 2 ບ່ອນນັ່ງ ຫຼາຍກວ່າການເລືອກຕັ້ງ ໃນຄັ້ງທີ່ຜ່ານມາ, ແລະເບິ່ງຄືວ່າ ຈະຍັງຄົງກຳອຳນາດຢູ່ຕໍ່ໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG