ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກບິນ ອະວະກາດ ສຫລ ທີ່ໄດ້ສ້າງ ປະຫວັດ ໃນການບິນ ອອກບໍານານແລ້ວ


ນັກບິນອະວະກາດ ສະຫະລັດ ທ່ານາງເພກກີ ວິຕສັນ ຍີ້ມ ຫຼັງຈາກ ໄດ້ລົງມາສູ່ດິນ ຢູ່ນອກເມືອງເດສກາສການ ປະເທດກາຊັກສະຖານ ວັນທີ 3 ກັນຍາ 2017.
ນັກບິນອະວະກາດ ສະຫະລັດ ທ່ານາງເພກກີ ວິຕສັນ ຍີ້ມ ຫຼັງຈາກ ໄດ້ລົງມາສູ່ດິນ ຢູ່ນອກເມືອງເດສກາສການ ປະເທດກາຊັກສະຖານ ວັນທີ 3 ກັນຍາ 2017.

ນັກ​ບິນ​ອະວະກາດ​ສະຫະລັດ ທ່ານ​ນາງ​ເພ​ກກີ ວິຕ​ສັນ ຜູ້​ທີ່​ໄດ້​ໃຊ້​ເວລາ​ເວລາ​ຢູ່​ໃນ
​ອະວະກາດ​ດົນກວ່າ​ຊາວ​ອາ​ເມຣິກາ​ໃດໆ ​ໄດ້ອອກ​ບຳນານ​ໃນ​ວັນ​ສຸກ​ວານ​ນີ້.

ລະຫວ່າງ​ທີ່​ເຮັດ​ວຽກ​ຢູ່​ນັ້ນ​ ທ່ານ​ນາງ​ວິຕ​ສັນ ​ໄດ້​ບັນທຶກ 665 ມື້​ຢູ່​ໃນ​ອະວະກາດ ​ໃນ​ການປະຕິບັດ​ງານ​ທີ່​ຕ່າງ​ກັນ​ສາມ​ເທື່ອຊຶ່ງເທົ່າ​ກັບ​ນຶ່ງ​ປີ ​ແລະ 10 ​ເດືອນ​ຢູ່​ນ​ອກບັນຍາ
ກາດ​ຂອງ​ໂລກ.

ທ່າ​ນນາງ​ວິຕ​ສັນ ຍັງເປັນ​ແມ່ຍິງ​ຄົນ​ທຳ​ອິດ​ທີ່​ບັນຊາການ​ສະຖານີ​ອະວະກາດ​ສາກົນ
ຊຶ່ງກຳ​ໜ້າ​ທີ່ດັ່ງກ່າວ​ສອງ​ເທື່ອ ​ແລະ​ເປັນນັກ​ບິນ​ອະວະກາດ​ແມ່ຍິງ​ທີ່​ມີ​ອາຍຸ​ແກ່​ທີ່​ສຸດ
ບໍ່​ມີ​ມາ​ກ່ອນ.

ທ່ານ​ນາງ​ວິຕ​ສັນຂຽນ​ລົງ​ໃນ​ທວິດ​ເຕີ​ວ່າ “​ໄດ້​ເປັນ​ກຽດຕິ​ຍົດໃຫຍ່​ສຸດທີ່​ໄດ້​ຢູ່​ໃນ​ຄວາມ
​ຝັນ​ອັນ​ຍາວນານ ຂອງ​ກາ​ນ​ເປັນ​ນັກບິນ​ອະວະກາດ​ ຢູ່ໃນອົງການ​ນາ​ຊາ” ທ່ານ​ນາງ​
ຍັງ​ໄດ້​ຂອບ​ໃຈ “ຜູ້​ທີ່​ໄດ້​ສະໜັບສະໜູນ​ຂ້າພະ​ເຈົ້າ​ທັງ​ໝົດຕະຫຼອດ​ມາ” ​ແລະ​ກ່າວ​ວ່າ
“ການ​ເດີນທາງ​ຂອງຂ້າພະ​ເຈົ້າ​ ພາຍ​ໃຕ້​ອົງການ​ນາ​ຊາ ແມ່ນ​ອອກ​ໄປ​ນອກໂລກ​ນີ້.”

ທານ​ນາງ​ວິດ​ຕສັນ ອາຍຸ 58 ປີ ​ເປັນ​ນັກ​ຊີວະເຄມີ​ ຜູ້​ທີ່​ໄດ້​ເຕີບ​ໃຫຍ່​ຢູ່​ໃນ​ລັດ​ໄອ​ໂອວາ.
ທ່ານ​ນາງ​ໄດ້​ເຂົ້າຮ່​ວມອົງກາ​ນາ​ຊາ​ໃນ​ນາມ​ນັກ​ຄົ້ນຄວ້າ​ຜູ້​ນຶ່ງ​ໃນ​ປີ 1986 ​ແລະ​ໄດ້ກາຍ
​ມາ​ເປັນ​ນັກ​ບິນ​ອະວະກາດ​ໃນ​ປີ 1996. ທ່ານ​ນາງ​ວິຕ​ສັນ​ເສັດ​ສິ້ນການບິນ​ຢູ່​ໃນ​ອະວະ
ກາດ​ເທື່ອ​ສຸດ​ທ້າຍ​ໃນ​ເດືອນ​ກັນ​ຍາ ປີ​ກາຍ​ນີ້ ຫຼັງ​ຈາກ​ໄດ້​ໃຊ້​ເວລາ​ເກືອບ​ສິບເດືອນ ​ຢູ່
​ໃນອະວະກາດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG