ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກຍົກຍ້າຍ ຖິ່ນຖານ ທີ່ເດີນທາງ ໄປຮອດ ສະເປນ ມີຈຳນວນຫຼາຍ ເປັນປະຫວັດການ

ພວກຍົກຍ້າຍຖິ່ນຖານ ລໍຖ້າຢູ່ເທິງກຳປັ່ນ ຂອງໜ່ວຍທະຫານ ຍາມຝັ່ງຂອງສະເປນ ໃນຂະນະ ເດີນທາງໄປຮອດທ່າເຮືອ ຂອງເມືອງ ມາລາກາ ວັນທີ 10 ທັນວາ 2018, ຫຼັງຈາກ ເຮືອຢາງລົມ ທີ່ບັນຈຸພວກຍົກຍ້າຍຖິ່ນຖານ 118 ຄົນ ຂອງເຂົາເຈົ້ານັ້ນ ໄດ້ຖືກຊ່ອຍເຫຼືອ ໂດຍໜ່ວຍທະຫານ ຍາມຝັ່ງຂອງສະເປນ.

ມີພວກຍົກຍ້າຍຖິ່ນຖານ ຈາກອາຟຣິກາ ຫຼາຍເປັນປະຫວັດການ ເດີນທາງໄປເຖິງ
ປະເທດ ສະເປນ ຜ່ານທາງທະເລເມດີແຕເຣນຽນ ໃນປີ 2018.

ອິງຕາມອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຂອງປະຊາກອນ ຫຼື IOM ແລ້ວ
ສະເປນໄດ້ຮັບເອົາພວກຍົກຍ້າຍຖິ່ນຖານ 57,250 ຄົນ ນັບຕັ້ງແຕ່ຕົ້ນປີ ມາຈົນຮອດ
ວັນທີ 26 ທັນວາ ຫຼື ສະເລ່ຍແລ້ວ ແມ່ນ 160 ຄົນຕໍ່ມື້.

ພວກອົບພະຍົບ ເຕົ້າໂຮມກັນ ຢູ່ເທິງກຳປັ່ນກູ້ໄພ ຂອງສະເປນ ຊື່ວ່າ NGO Proactiva Open Arms ຫຼັງຈາກໄດ້ຖືກຊ່ອຍເຫຼືອຂຶ້ນມາຈາກ ກາງທະເລ ເມດີແຕເຣນຽນ ໃນວັນທີ 21 ທັນວາ 2018, ກ່ອນໜ້າຈະຖືກນຳໄປລົງຢູ່ທີ່ທ່າເຮືອ ຂອງເມືອງ ຄຣີນາວິສ ໃນສະເປນ, ວັນທີ 28 ທັນວາ 2018.

ສ່ວນຈຳນວນຜູ້ເສຍຊີວິດ ຢູ່ໃນທະເລ ກໍສູງເປັນປະຫວັດການ ໃນໄລຍະດຽວກັນນີ້ ຄື
ມີທັງໝົດ 769 ຄົນ ຄືສາມເທົ່າຂອງໂຕເລກປີ 2017.

ພວກຍົກຍ້າຍຖິ່ນຖານ ໃນຈຳນວນເພີ້ມຂຶ້ນໄດ້ເດີນທາງໄປເຖິງສະເປນ ມີຂຶ້ນໃນຂະນະ
ທີ່ ມາລຕາ ແລະ ອີຕາລີ ໄດ້ປິດທ່າກຳປັ່ນຂອງຕົນ ພ້ອມໆກັບການຕົກລົງ ລະຫວ່າງ
ສະຫະພາບຢູໂຣບ ແລະ ເທີກີ ທີ່ຈະຈັບເຮືອຂອງພວກຍົກຍ້າຍຖິ່ນຖານ.

ທ່ານນາງ ອຳປາໂຣ ກອນຊາເລສ ຈາກອົງການຄົ້ນຄວ້າວິທະຍາສາດ CSIC ທີ່ໄດ້ຮັບ
ທຶນຈາກລັດຖະບານ ກ່າວຕໍ່ໜັງສືພິມ El Pais ຂອງສະເປນ ວ່າ ພວກຍົກຍ້າຍຖິ່ນຖານ
ຫຼາຍກວ່າ 57,000 ຄົນ ຈະບໍ່ຕັ້ງຖິ່ນຖານຢູ່ໃນປະເທດສະເປນ.

ທ່ານນາງກ່າວຕື່ມວ່າ "ໃນລະຫວ່າງນຶ່ງສ່ວນສາມ ຫາປະມານເຄິ່ງນຶ່ງ ຂອງພວກເຂົາ
ເຈົ້າ ອາດຈະຖືກສົ່ງໄປບ່ອນອື່ນ ຫຼື ບໍ່ດັ່ງນັ້ນ ກໍຖືກເນລະເທດ ກັບຄືນໄປຍັງປະເທດ
ຂອງພວກເຂົາເຈົ້າ."

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG