ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວ ໄດ້ຖືກຈັບກຸມຄຸມຂັງ ຈຳນວນຫຼາຍ ເປັນປະຫວັດການ ໃນ​ທົ່ວໂລກ


ແຟ້ມພາບ - ແມ່ຍິງຄົນນຶ່ງ ເບິ່ງພາບໃນຈໍພາບ ຂອງນາງ ນາຊີລາ ມາຣູຟຽນ (Nazila Maroufian) ຜູ້ທີ່ລວມຢູ່ໃນຫຼາຍສິບຄົນທີ່ໄດ້ຖືກຄວບຄຸມໂຕ ໃນອີຣ່ານ ສຳລັບການລາຍງານຂ່າວກ່ຽວກັບການປະທ້ວງ, ໃນວັນທີ 4 ພະຈິກ 2022.
ແຟ້ມພາບ - ແມ່ຍິງຄົນນຶ່ງ ເບິ່ງພາບໃນຈໍພາບ ຂອງນາງ ນາຊີລາ ມາຣູຟຽນ (Nazila Maroufian) ຜູ້ທີ່ລວມຢູ່ໃນຫຼາຍສິບຄົນທີ່ໄດ້ຖືກຄວບຄຸມໂຕ ໃນອີຣ່ານ ສຳລັບການລາຍງານຂ່າວກ່ຽວກັບການປະທ້ວງ, ໃນວັນທີ 4 ພະຈິກ 2022.

ການເຮັດໃຫ້ລາຍງານຂ່າວກາຍເປັນອາຊະຍາກຳ ກຳລັງສູງຂຶ້ນໃນທົ່ວໂລກ ໂດຍມີພວກນັກຂ່າວຫຼາຍເປັນປະຫວັດການເຖິງ 363 ຄົນ ໄດ້ຖືກຄຸມຂັງ ອີງຕາມຂໍ້ມູນທີ່ໄດ້ຖືກພິມອອກເຜີຍແຜ່ ໃນວັນພຸດວານນີ້.

ໃນການສຳຫຼວດປະຈຳປີຂອງຕົນ ກ່ຽວກັບພວກນັກຂ່າວທີ່ໄດ້ຖືກຄຸມຂັງ ໃນການຕອບໂຕ້ສຳລັບວຽກງານຂອງພວກເຂົານັ້ນ ຄະນະກຳມະການເພື່ອການປົກປ້ອງບັນດານັກຂ່າວ ຫຼື CPJ ກໍໄດ້ບັນທຶກຈຳນວນນັກຂ່າວທີ່ຖືກຄຸມຂັງທີ່ສູງທີ່ສຸດ ນັບຕັ້ງແຕ່ຕົນໄດ້ເລີ້ມເກັບກຳຂໍ້ມູນ ໃນປີ 1992. ຈຳນວນ 363 ຄົນທີ່ຕິດຄຸກຢູ່ ມາເຖິງຕອນກາງຄືນວັນທີ 1 ທັນວາ ອັນເປັນຂີດໝາຍການເພີ້ມຂຶ້ນເຖິງ 20 ເປີເຊັນ ຈາກປີກາຍນີ້ ອີງຕາມບົດລາຍງານ.

“ການຈັບກຸມຄຸມຂັງ ເປັນແນວໂນ້ມຂອງການກະທຳທີ່ຮ້າຍກາດທີ່ສຸດ ແຕ່ມັນບໍ່ພຽງແຕ່ເປັນສິ່ງດຽວເທົ່ານັ້ນ” ທ່ານຄາຣໂລສ ມາຣຕີເນສ ເດີ ລາ ເຊີນາ ຜູ້ອຳນວຍການໂຄງການ ປະຈຳ ອົງການ CPJ ໄດ້ກ່າວຕໍ່ວີໂອເອ ຂະນະທີ່ທ່ານໄດ້ສົນທະນາເລື້ອງການເພີ້ມຂຶ້ນໃນການຈັບກຸມ ແລະການໂຈມຕີຕໍ່ສື່ມວນຊົນ.

“ຄຳສັບໃນຮ່າງກົດໝາຍທີ່ຄຸມເຄືອ” ແລະກົດໝາຍໃໝ່ໆໃນການຫ້າມ “ຂ່າວປອມ ຫຼື fake news” ໄດ້ເຮັດໃຫ້ການລາຍງານຂ່າວ ເປັນການກະທຳທີ່ອາດຖືກລົງໂທດໄດ້ໃນບາງປະເທດ ໃນຂະນະດຽວກັນ ຄະດີໃນດ້ານການລັກເຈາະຂໍ້ມູນ ຫຼື spyware ແລະການໝິ່ນປະໝາດ ແມ່ນໄດ້ຖືກນຳໃຊ້ເພື່ອປິດປາກປິດສຽງ ແລະຂົ່ມຂູ່ພວກນັກຂ່າວ ຊຶ່ງອົງການ CPJ ໄດ້ພົບເຫັນ.

ປະເທດທີ່ຄຸມຂັງພວກນັກຂ່າວສູງທີ່ສຸດໃນໂລກ ສຳລັບປີນີ້ ແມ່ນອີຣ່ານ ໂດຍມີ ນັກຂ່າວ 62 ຄົນ, 24 ຄົນໃນນັ້ນເປັນແມ່ຍິງ. ສ່ວນໃຫຍ່ໄດ້ຖືກຈັບກຸມ ຍ້ອນການລາຍງານຂ່າວຂອງການປະທ້ວງທີ່ກຳລັງດຳເນີນຢູ່ຕໍ່ໄປ ຊຶ່ງໄດ້ເລີ້ມຕົ້ນຂຶ້ນ ໃນທ້າຍເດືອນກັນຍາ ຫຼັງຈາກທີ່ນາງມາຊາ ອາມີນີ ອາຍຸ 22 ປີ ຜູ່ທີ່ເປັນແມ່ຍິງຊາວເຄີດນັ້ນ ໄດ້ເສຍຊີວິດ ໃນຂະນະທີ່ຢູ່ໃນການຄວບຄຸມໂຕໂດຍທາງການ.

ທາງການຂອງອີຣ່ານ ໄດ້ຄຸມໂຕນັກຂ່າວ 71 ຄົນ ນັບຕັ້ງແຕ່ການປະທ້ວງໄດ້ເລີ້ມຕົ້ນຂຶ້ນ ແຕ່ບາງຄົນເຫຼົ່ານັ້ນ ກໍໄດ້ຖືກປ່ອຍໂຕ ໃນເວລາຕໍ່ມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG