ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວ ຈຳນວນຫຼາຍເປັນປະຫວັດການ ໄດ້ຖືກຄຸມຂັງ ຢູ່ໃນທົ່ວໂລກ ອີງຕາມການສຳຫຼວດ ປະຈຳປີ ຂອງອົງການ CPJ


ພວກຜູ້ສະໜັບສະໜຸນ ຮຽກຮ້ອງໃຫ້ປ່ອຍຕົວນັກຂ່າວຊາວໂຊມາເລຍ ທ່ານອັບເດຍຊີສ ອາເມດ ເກີຣບີເຢ ທີ່ໄດ້ຖືກຈັບກຸມ ຮູບຂອງຜູ້ກ່ຽວຢູ່ໃນແຜ່ນປ້າຍ ໄດ້ຖືກນຳລົງໃນທວີດເຕີ້ ໂດຍ ສະມາຄົມນັກຂ່າວໂຊມາລີ (Somali Journalists Syndicate) ຫຼື SJS (@sjs_Somalia)
ພວກຜູ້ສະໜັບສະໜຸນ ຮຽກຮ້ອງໃຫ້ປ່ອຍຕົວນັກຂ່າວຊາວໂຊມາເລຍ ທ່ານອັບເດຍຊີສ ອາເມດ ເກີຣບີເຢ ທີ່ໄດ້ຖືກຈັບກຸມ ຮູບຂອງຜູ້ກ່ຽວຢູ່ໃນແຜ່ນປ້າຍ ໄດ້ຖືກນຳລົງໃນທວີດເຕີ້ ໂດຍ ສະມາຄົມນັກຂ່າວໂຊມາລີ (Somali Journalists Syndicate) ຫຼື SJS (@sjs_Somalia)

ອິດສະຫຼະພາບດ້ານການຂ່າວ ກຳລັງຕົກຢູ່ພາຍໃຕ້ການຮາວີຢູ່ໃນທົ່ວໂລກ ໃນຂະນະທີ່ອຳນາດການປົກຄອງທັງຫຼາຍ ຫາທາງທີ່ຈະປິດປາກປິດສຽງການລາຍງານທີ່ຕ້ອງຕິທາງການ ດ້ວຍການຄຸມຂັງພວກນັກຂ່າວ ອີງຕາມຂໍ້ມູນໃໝ່ຈາກຄະນະກຳມະການເພື່ອປົກປ້ອງນັກຂ່າວ ຫຼື CPJ.

ພວກນັກຂ່າວຈຳນວນ 274 ຄົນທີ່ຫຼາຍເປັນປະຫວັດການ ແມ່ນຖືກຄຸມຂັງຢູ່ໃນທົ່ວໂລກ ໂດຍມີປະເທດ ຈີນ ເທີກີ ອີຈິບ ແລະຊາອຸດີອາຣາເບຍ ນຳໜ້າໝູ່ໃນຖານະເປັນປະເທດທີ່ກະທຳຜິດຮ້າຍແຮງສຸດ ອີງຕາມການສຳຫຼວດປະຈຳປີຂອງອົງການການຂ່າວຢ່າງເສລີ ທີ່ໄດ້ສະແດງໃຫ້ເຫັນ.

ລິ້ງ: https://cpj.org/reports/2020/12/record-number-journalists-jailed-imprisoned/

ການສຳຫຼວດດັ່ງກ່າວເປັນປີທີຫ້າລຽນຕິດທີ່ສະແດງໃຫ້ເຫັນວ່າ ມີຫຼາຍກວ່າ 250 ຄົນ ໄດ້ຖືກຂັງຄຸກ.

ຜູ້ອຳນວຍການອົງການລົນນະລົງຂອງ CPJ ທ່ານນາງ ຄວດນີ ຣາດສ໌ ກ່າວຕໍ່ວີໂອເອ ວ່າ ການນັບໃນປີ 2020 ແມ່ນ “ຂີ້ຮ້າຍທີ່ສຸດທີ່ໄດ້ຖືກບັນທຶກມາ” ຕົ້ນຕໍກໍຍ້ອນສອງເຫດຜົນ.

ທ່ານນາງກ່າວຕໍ່ໄປວ່າ “ນຶ່ງ ແມ່ນປະຕິກິລິຍາຕໍ່ການລະບາດດ້ານສຸຂະພາບໃນທົ່ວໂລກ ຊຶ່ງໄດ້ພົບດ້ວຍການນຳໃຊ້ ການລາຍງານຂ່າວຢ່າງບໍ່ຖືກຕ້ອງ ແລະຂ່າວປອມ ເປັນຂໍ້ກ່າວຫາຕໍ່ພວກນັກຂ່າວ ແລະຕອບໂຕ້ຄືນຕໍ່ການລາຍງານທີ່ເປັນອິດສະລະ. ແລະດ້ວຍການປາບປາມທີ່ກ່ຽວຂ້ອງກັບການປະທ້ວງຕ່າງໆ. ພວກເຮົາ ໄດ້ເຫັນວ່າ ພວກນັກຂ່າວ ໂດຍສ່ວນຫຼາຍ ເປັນຜູ້ທຳອິດທີ່ຖືກຈັບ ແລະຄວບຄຸມຕົວ ແລະເປັນເປົ້າໝາຍ ໃນລະຫວ່າງ ການປະທ້ວງທັງຫຼາຍເຫຼົ່ານັ້ນ.”

ໃນປີ 2020 ນັກຂ່າວຢ່າງໜ້ອຍ 34 ຄົນໃນທົ່ວໂລກ ໄດ້ຖືກຄວບຄຸມຕົວ ດ້ວຍຂໍ້ກ່າວຫາລາຍງານຂ່າວທີ່ບໍ່ຖືກຕ້ອງ ສ່ວນຫຼ່າຍແມ່ນຢູ່ໃນ ອີຈິບ ບ່ອນທີ່ 22 ຄົນໃນຈໍານວນທັງໝົດ 27 ຄົນ ຖືກຂັງຄຸກຢູ່ທີ່ນັ້ນ ພວກເຂົາປະເຊີນກັບຂໍ້ກ່າວຫາດັ່ງກ່າວ ອີງຕາມຂໍ້ມູນທີ່ໄດ້ສະແດງໃຫ້ເຫັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG