ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກພົນລະເຮືອນ ຈຳນວນຫຼາຍເປັນສະຖິຕິິ ໄດ້ຖືກຂ້າຕາຍ ແລະ ໄດ້ຮັບບາດເຈັບ ໃນ ອັຟການິສຖານ


ແມ່ຍິງອັຟການິສຖານຄົນໜຶ່ງ ຮ້ອງໄຫ້ ຢູ່ສະຖານທີ່ເກີດເຫດ ຂອງການໂຈມຕີດ້ວຍລະເບີດສະຫຼະຊີບ ໃນນະຄອນຫຼວງ Kabul ຂອງ Afghanistan ວັນທີ 23 ກໍລະກົດ 2016.
ແມ່ຍິງອັຟການິສຖານຄົນໜຶ່ງ ຮ້ອງໄຫ້ ຢູ່ສະຖານທີ່ເກີດເຫດ ຂອງການໂຈມຕີດ້ວຍລະເບີດສະຫຼະຊີບ ໃນນະຄອນຫຼວງ Kabul ຂອງ Afghanistan ວັນທີ 23 ກໍລະກົດ 2016.

ບົດລາຍງານໃໝ່ ໄດ້ພົບເຫັນວ່າ ພົນລະເຮືອນອັຟການິສຖານ ໄດ້ຖືກຂ້າຕາຍ ຫຼື ໄດ້ຮັບ ບາດເຈັບ ເປັນຈຳນວນຫຼວງຫຼາຍ ໃນເຄິ່ງທຳອິດຂອງປີນີ້. ບົດລາຍງານ ໄດ້ຖືກເປີດເຜີຍ ໂດຍສຳນັກງານ ສິດທິມະນຸດຂອງອົງການສະຫະປະຊາຊາດ ແລະ ອົງການຊ່ວຍເຫຼືອ ຂອງສະຫະປະຊາຊາດ ປະຈຳອັຟການິສຖານ ພົບເຫັນວ່າ ພວກເດັກນ້ອຍ ແມ່ນມີເກືອບ 1 ສ່ວນ 3 ຂອງພວກພົນລະເຮືອນທີ່ຖືກຂ້າຕາຍ ຫຼື ບາດເຈັບ ຈຳນວນຫຼາຍກວ່າ 5,100 ຄົນ. Lisa Schlein ລາຍງານມາໃຫ້ວີໂອເອ ຈາກການປະກາດເປີດໂຕບົດລາຍງານນີ້ ຢູ່ໃນ ນະຄອນ Geneva.

ອົງການສະຫະປະຊາຊາດ ລາຍງານວ່າ ພົນລະເຮືອນເກືອບ 64,000 ຄົນ ຢູ່ໃນ ອັຟການິສຖານ ໄດ້ຖືກຂ້າຕາຍ ຫຼື ໄດ້ຮັບບາດເຈັບ ນັບຕັ້ງແຕ່ ມີການນັບທີ່ເລີ້ມຕົ້ນຂຶ້ນ ເມື່ອເດືອນມັງກອນ ປີ 2009 ເປັນຕົ້ນມາ. ບົດລາຍງານ ໄດ້ຊີ້ໃຫ້ເຫັນເຖິງສະຖານະການ ທີ່ຮ້າຍແຮງຂຶ້ນເລື້ອຍໆ ໂດຍມີພົນລະເຮືອນ ຖືກຂ້າຕາຍ ຫຼື ໄດ້ຮັບບາດເຈັບ ຫຼາຍຈົນ ຮອດສະຖິຕິທີ່ສູງໃນປີນີ້.

ບົດລາຍງານນີ້ຖິ້ມໂທດໃສ່ກຸ່ມ ຕາລີບານ ກຸ່ມລັດອິສລາມ ແລະ ກຸ່ມອື່ນໆ ທີ່ເອີ້ນວ່າ ກຸ່ມຕໍ່ຕ້ານລັດຖະບານ ສຳລັບ ການເຮັດໃຫ້ພົນລະເຮືອນ ຖືກຂ້າຕາຍ ຫຼື ໄດ້ຮັບບາດເຈັດ ເປັນສ່ວນໃຫຍ່. ບົດລາຍງານນີ້ ຍັງໄດ້ພົບເຫັນວ່າ ແມ່ນແຕ່ຈຳນວນຂອງຜູ້ເສຍຊີວິດ ຫຼື ໄດ້ຮັບບາດເຈັບ ຈາກກອງກຳລັງລັດຖະບານກໍ່ເພີ້ມຂຶ້ນ. ບົດລາຍງານ ກ່າວວ່າ ການໂຈມຕີ ທາງພາ ພື້ນດິນ ຕິດຕາມດ້ວຍການໂຈມຕີດ້ວຍລະເບີດສະຫຼະຊີບ ແລະ ການລະເບີດຂຶ້ນ ຂອງສົງຄາມ ເປັນເຫດຜົນກໍ່ໃຫ້ເກີດການສູນເສຍທີ່ຍິ່ງໃຫຍ່ທີ່ສຸດ.

ບົດລາຍງານ ນຳສະເໜີ ຄຳໃຫ້ການໂດຍພວກຜູ້ເຄາະຮ້າຍ ແລະ ຄອບຄົວຂອງ ພວກເຂົາເຈົ້າ ເຖິງຜົນກະທົບທີ່ເຮັດໃຫ້ເຈັບປວດທໍລະມານ ຂອງການໂຈມຕີ ດັ່ງກ່າວເຫຼົ່ານັ້ນ ຕໍ່ຊີວິດການເປັນຢູ່ຂອງພວກເຂົາເຈົ້າ. ໂຄສົກຍິງ ດ້ານສິດທິມະນຸດ ຂອງອົງການສະຫະປະຊາຊາດ ທ່ານນາງ Ravina Shadasani ກ່າວຕໍ່ວີໂອເອວ່າ ພວກຜູ້ເຄາະຮ້າຍ ມາຈາກພາກສ່ວນຕ່າງໆຂອງສັງຄົມ.

ທ່ານນາງ Shadasani ເວົ້າວ່າ “ພວກເຮົາເວົ້າເຖິງ ພວກເດັກນ້ອຍ ຜູ້ທີ່ອອກໄປຫຼິ້ນ ຢູ່ທາງນອກ ແລະ ພວກເຂົາເຈົ້າບໍ່ກັບຄືນມາເລີຍ. ພວກເຮົາເວົ້າເຖິງ ແມ່ຍິງຄົນໜຶ່ງ ຜູ້ນີ້ ຜູ້ທີ່ນັ່ງໄວ້ພະຢູ່ ແລະ ລະເບີດໄດ້ແຕກຂຶ້ນຢູ່ໃກ້ໆລາວ ແລະລາວໄດ້ເສຍຊີວິດ. ໃນກໍລະນີນຶ່ງ ຂອງຄົນລ້ຽງແກະ ຜູ້ທີ່ໄດ້ເບິ່ງແຍງຝູງແກະຂອງລາວຕາມລຳພັງ ແລະ ກຸ່ມພວກສະໜັບສະໜູນລັດຖະບານ ໄດ້ໂຜ່ໂຕອອກມາ ແລະ ໄດ້ເອົາໄມ້ຟາດລາວ. ແລະພວກເຂົາເຈົ້າຖຸບຕີລາວແຮງ ຈົນໄມ້ຫັກ ເພື່ອພະຍາຍາມ ສອບປາກຄຳເອົາ ຂໍ້ມູນຈາກລາວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG