ປະຊາກອນສ່ວນຫລາຍ ຢູ່ໃນ ສະຫະລັດ ກໍາລັງພາກັນປະເຊີນ
ໜ້າກັບ ອາກາດໜາວທີ່ບໍ່ໄດ້ເຫັນມາເປັນ 20 ປີແລ້ວ.
ກົມອຸຕຸນິຍົມແຫ່ງຊາດ ລາຍງານວ່າ ອາກາດທີ່ແຜ່ຂະຫຍາຍທົ່ວ
ປະເທດເວລານີ້ “ເປັນອາກາດໜາວອັນຕະລາຍທີ່ສຸດ” ແລະໄດ້
ເຕືອນເຖິງລົມໜາວໃນວັນຈັນມື້ນີ້ ວ່າຈະມີໄປຕັ້ງແຕ່ ລັດ North
Dakota ມາຫາພາກເໜືອຂອງລັດ New York ແລະລົງສູ່ພາກ
ໃຕ້ໃນລັດ Alabama.
ທ່ານ Carl Erickson ນັກພະຍາກອນອາກາດຄົນນຶ່ງ ກ່າວຕໍ່ ວີໂອເອ ວ່າ ລົມໜາວ ຢູ່ໂຕເມືອງຕ່າງໆຂອງຝັ່ງຕາເວັນອອກ ອາດຕໍ່າເຖິງລົບ 20 ຫາ 30 ອົງສາແຊັນຊຽດ ຕໍ່າກວ່າສູນ ໃນຂະນະຢູ່ທີ່ ລັດ Montana ແລະ North Dakota ໂຕເລກດັ່ງກ່າວອາດຕໍ່າເຖິງລົບ 50 ອົງສາກໍເປັນໄດ້.
ທ່ານ Erickson ກ່າວວ່າ:
“ຂ່າວດີນັ້ນກໍຄື ເຖິງແມ່ນວ່າ ນີ້ເປັນລະບົບອາກາດທີ່ໜາວຫລາຍ ທີ່ພວກເຮົາບໍ່ໄດ້ພົບເຫັນມາ
ໄດ້ຫລາຍສິບປິແລ້ວກໍຕາມແຕ່ ມັນກໍຈະຢູ່ບໍ່ດົນ. ຊຶ່ງເມື່ອຕົກເຖິງ ວັນພຸດ ລົມຈະເລີ້ມອ່ອນລົງ
ຄວາມໜາວກໍຈະເບົາລົງ ແລະເຖິງແມ່ນວ່າຈະບໍ່ມີກາກາດອົບອຸ່ນຂື້ນມາກໍຕາມ ແຕ່ແນ່ນອນ
ວ່າ ມັນຈະຮູ້ສຶກດີຂື້ນມາໜ້ອຍນຶ່ງໃນວັນພຸດ ປຽບທຽບໃສ່ກັບສອງສາມມື້ຂ້າງໜ້ານີ້.ເບິ່ງຄືວ່າ
ເມື່ອ ກ້າວເຂົ້າສູ່ວັນພະຫັດ ແລະວັນສຸກ ອາກາດຈະກັບຄືນເຂົ້າສູ່ລະດັບປົກກະຕິທົ່ວໄປ ອາດ
ຈະຢູ່ໃນລະດັບ 5 ຫາ 10 ອົງສາສູງກວ່າສູນ ຢູ່ໃນໂຕເມືອງໃຫຍ່ຕ່າງໆ ໃນວັນພະຫັດ ແລະ
ວັນສຸກ.
ອາກາດໜາວ ແລະຫິມະຕົກໃໝ່ ແທກໄດ້ 30 ຊັງຕີແມດ ຢູ່ບາງບ່ອນ ທີ່ພາກຕາເວັນຕົກກາງ
ຂອງປະເທດ ໄດ້ເຮັດໃຫ້ເປັນອັນຕະລາຍແກ່ສະພາບການເດີນທາງ ບັງຄັບໃຫ້ໂຮງຮຽນທັງ
ຫລາຍປິດ ແລະບັນດາສາຍການບິນ ລົບລ້າງຫລາຍພັນຖ້ຽວບິນ.