ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຄົນງານ ສະຫະລັດ 6 ລ້ານ 6 ແສນກວ່າຄົນ ຍື່ນຄຳຮ້ອງຂໍຊົດເຊີຍ ຍ້ອນການສູນເສຍວຽກເຮັດງານທຳ


ປະຊາຊົນຍ່າງໜີຈາກປະຕູຂອງກະຊວງແຮງງານ ທີ່ຖືກປິດຍ້ອນຄວາມເປັນຫ່ວງ ກ່ຽວກັບ ໄວຣັສໂຄໂຣນາ, ລັດນິວຢອກ, 18 ມີນາ, 2020.
ປະຊາຊົນຍ່າງໜີຈາກປະຕູຂອງກະຊວງແຮງງານ ທີ່ຖືກປິດຍ້ອນຄວາມເປັນຫ່ວງ ກ່ຽວກັບ ໄວຣັສໂຄໂຣນາ, ລັດນິວຢອກ, 18 ມີນາ, 2020.

ພວກຄົນງານສະຫະລັດ ຈຳນວນຫຼາຍເປັນປະຫວັດການ ຫົກລ້ານຫົກແສນ ຫ້າສິບພັນຄົນ ໄດ້ຍື່ນຄຳຮ້ອງຂໍຊົດເຊີຍ ສຳລັບການຫວ່າງງານໃນອາທິດແລ້ວນີ້ ໃນຂະນະທີ່ທຸລະກິດຂະໜາດໃຫຍ່ ແລະນ້ອຍໄດ້ປິດປະຕູຂອງເຂົາ ເຈົ້າ ຍ້ອນການລະບາດຂອງໄວຣັສໂຄໂຣນາ, ອີງຕາມກະຊວງແຮງງານ ສະ ຫະລັດ ໄດ້ລາຍງານໃນວັນພະຫັດວານນີ້.

ຕົວເລກໃໝ່ລວມກັນທັງໝົດສາມອາທິດ ໄດ້ເຮັດໃຫ້ມີພວກຄົນງານຫຼາຍກວ່າ 10 ລ້ານຄົນ ທີ່ກຳ ລັງຂໍການຊ່ວຍເຫຼືອດ້ານການເງິນ, ໂດຍທີ່ພະນັກງານອີກ ຫຼາຍລ້ານຄົນທີ່ຖືກປົດອອກຈາກວຽກ ຈະຍື່ນຄຳຮ້ອງໃນບໍ່ເທົ່າໃດອາທິດຂ້າງ ໜ້ານີ້ ໃນຂະນະທີ່ໄວຣັສໂຄໂຣນາ ໄດ້ສ້າງຄວາມເສຍ ຫາຍຢ່າງຮຸນແຮງ ຕໍ່ ເສດຖະກິດ ສະຫະລັດ.

ໃນເວລານີ້ພວກຄົນງານ ສະຫະລັດ ໃນຈຳນວນເພີ່ມຂຶ້ນ ໄດ້ຍື່ນຄຳຮ້ອງ ຂໍເງິນຊ່ວຍເຫຼືອ ໃນສອງອາທິດທີ່ຜ່ານມາ ຫຼາຍກວ່າຫົກເດືອນທຳອິດຂອງພາ ວະເສດຖະກິດຕົກຕໍ່າຂັ້ນຮຸນແຮງໃນປີ 2008.

ນັກເສດຖະສາດສະຫະລັດ ບາງຄົນໄດ້ທຳນາຍວ່າ ພວກຄົນງານ 25 ລ້ານ ຫາ 40 ລ້ານຄົນ ຈາກກຳລັງແຮງງານ ສະຫະລັດ ເກືອບ​ 165 ລ້ານຄົນອາດສູນ ເສຍ ວຽກການພາຍໃນເດືອນກໍລະ ກົດ, ດ້ວຍເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ ກຳລັງກ້າວເຂົ້າສູ່ພາວະເສດຖະກິດຕົກຕໍ່າໃນໄລຍະເດືອນເມສາ ຫາ ມິຖຸນາ ນີ້.

ຄື້ນຂອງການຍື່ນຄຳຮ້ອງ ໂດຍຜູ້ທີ່ຫວ່າງງານໃໝ່ໆ ໄດ້ຄອບງຳອົງການບາງ ແຫ່ງຂອງລັດ ທີ່ຮັບມືກັບເອກະສານຢ່າງຖ້ວມລົ້ນ, ໂດຍຜູ້ທີ່ສູນເສຍວຽກງານ ໄດ້ຖືກບັງຄັບໃຫ້ລຽນແຖວລໍຖ້າຫຼາຍຊົ່ວ ໂມງ ຢູ່ຫ້ອງການ ຫຼື ທາງອອນໄລນ໌ ຖ້າເຂົາເຈົ້າຍື່ນຄຳຮ້ອງທາງອີເລັກໂທຣນິກ. ເວັບໄຊ້ຮ້ອງຮຽນການຫວ່າງງານ ຕ່າງໆ ໃນບາງລັດ, ລວມທັງລັດ ນິວຢອກ ແລະ ອໍເຣກອນ ແມ່ນໄດ້ພັງລົງ ຍ້ອນ ຄື້ນຂອງການຍື່ນຄຳຮ້ອງ.

ໂຕເລກຜູ້ທີ່ບໍ່ມີວຽກເຮັດງານທຳຫຼ້າສຸດ ສຳລັບອາທິດທີ່ຜ່ານມາແມ່ນໄດ້ເພີ່ມ ຂຶ້ນສອງເທົ່າຈາກຈຳນວນສາມລ້ານສາມແສນຄົນ ໃນອາທິດກ່ອນ, ໂດຍທີ່ທັງ ສອງອາທິດດັ່ງກ່າວໄດ້ແຊງກາຍສະ ຖິຕິຄັ້ງນຶ່ງຂອງ ສະຫະລັດ ທີ່ 695,000 ຄົນໃນປີ 1982 ຢ່າງງ່າຍດາຍ ໃນຂະນະທີ່ ສະຫະລັດ ໄດ້ຕໍ່ສູ້ກັບອັດຕາເງິນ ເຟີ້ສູງໃນເວລານັ້ນ.

ລັດ ຄາລິຟໍເນຍ ທາງພາກຕາເວັນຕົກຂອງປະເທດ, ເປັນລັດທີ່ຕັ້ງຢູ່ຊາຍຝັ່ງ ມະຫາສະໝຸດ ປາຊີ ຟິກ ທີ່ມີຄົນໜາແໜ້ນທີ່ສຸດຂອງປະເທດນັ້ນ, ໄດ້ນຳໜ້າ ການຍື່ນຄຳຮ້ອງບໍ່ມີວຽກເຮັດງານທຳຫຼາຍກວ່າໝູ່ທີ່ 879,000 ​ຄົນໃນອາທິດທີ່ຜ່ານມາ, ຕິດຕາມດ້ວຍລັດ ເພັນຊິລເວເນຍ ຕັ້ງຢູ່ພາກຕາ ເວັນອອກຂອງ ສະຫະລັດ ດ້ວຍ 406,000 ຄົນ ແລະ ລັດ ນິວຢອກ ທີ່ຢູ່ໃກ້ຄຽງ 366,000 ຄົນ.

ໃນວັນສຸກມື້ນີ້, ລັດຖະບານ ສະຫະລັດ ຈະລາຍງານ ອັດຕາຄົນຫວ່າງງານ ໃໝ່ຂອງເຂົາເຈົ້າ. ໃນຂະນະທີ່ເຂົາເຈົ້າຄາດວ່າໂຕເລກຈະເພີ້ມຂຶ້ນຈາກ 3.5 ເປີເຊັນທີ່ໄດ້ຄົງຢູ່ຢ່າງສະໝໍ່າສະເໝີເປັນເວລາ 6 ເດືອນນັ້ນ, ມັນເກືອບແນ່ ນອນວ່າຈະເປັນຕົວເລກທີ່ບໍ່ຖືກຕ້ອງ, ໃນເມື່ອການສຳຫຼວດຂອງລັດຖະບານ ກ່ຽວກັບ ການຈ້າງງານ ໄດ້ປົກຄຸມແຕ່ຕົ້ນເດືອນມີນາ ກ່ອນເກີດການປົດຄົນງານອອກຈາກວຽກຄັ້ງໃຫຍ່ ແລະ ການປິດທຸລະກິດຕ່າງໆ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG