ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ຈະກ່າວເນັ້ນ ຫຼາຍບັນຫາທີ່ສຳຄັນ ໃນການກ່າວຄຳປາໄສ ປະຈຳປີກ່ຽວກັບສະພາບການຂອງປະເທດຊາດ


ປະທານາທິບໍດີ ດໍໂນລ ທຣຳ ລົມກັບບັນດານັກຂ່າວ ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ. 22 ທັນວາ, 2017.
ປະທານາທິບໍດີ ດໍໂນລ ທຣຳ ລົມກັບບັນດານັກຂ່າວ ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ. 22 ທັນວາ, 2017.

ໃນລະຫວ່າງການກ່າວຄຳປາໄສປະຈຳປີຂອງທ່ານ ກ່ຽວກັບ ສະພາບການຂອງປະເທດ
ໃນຕອນຄໍ່າຂອງວັນອັງຄານທີ່ຈະມາເຖິງນີ້, ປະທານາທິບໍດີ ດໍໂນລ ທຣຳ ຈະເວົ້າເຖິງ
ການກັບຄືນມາ “ເພື່ອອະທິບາຍ ກ່ຽວກັບວ່າ ອັນໃດເປັນໝູ່ເພື່ອນ ແລະ ອັນໃດເປັນ
ສັດຕູຂອງພວກເຮົາ, ແລະ ຄວາມພະຍາຍາມຂອງທ່ານ ເພື່ອເອົາຊະນະພວກກໍ່ການ
ຮ້າຍ ໃນທົ່ວໂລກ,” ອີງຕາມການກ່າວຂອງເຈົ້າໜ້າທີ່ອາວຸໂສຂອງລັດຖະບານ.

ທຳນຽບຂາວ ຈະບໍ່ເວົ້າເລື່ອງສະເພາະເຈາະຈົງ, ແຕ່ບັນດາເຈົ້າໜ້າທີ່ຢືນຢັນວ່າ ການ
ສະແຫວງຫາລູກສອນໄຟຂີປະນາວຸດຕິດຫົວລະເບີດ ນິວເຄລຍ ທີ່ສາມາດຍິງເຖິງ
ແຜ່ນດິນໃຫຍ່ ສະຫະລັດ ຂອງ ເກົາຫຼີເໜືອ ນັ້ນແມ່ນຄາດວ່າຈະຖືກເວົ້າເຖິງ.

ຄຳປາໄສປະຈຳປີຂອງປະທານາທິບໍດີ ຕໍ່ກອງປະຊຸມຮ່ວມຂອງລັດຖະສະພາ ປົກກະຕິ
ແລ້ວ ຈະກ່ຽວກັບບັນຫາພາຍໃນປະເທດຢ່າງໜັກ. ຄຳປາໄສຂອງທ່ານ ທຣຳ ຈະບໍ່ມີ
ການຍົກເວັ້ນ. ມັນຍັງຈະເປັນຄວາມສົນໃຈຂອງບັນດາຜູ້ຊົມໃນຕ່າງປະເທດ, ແຕ່ແນວ
ໃດກໍຕາມ, ທ່ານກໍຈະເວົ້າເຖິງຄວາມປອດໄພແຫ່ງຊາດ, ການຄ້າ ແລະ ບັນຫາຄົນເຂົ້າ
ເມືອງ.

ທ່ານ ທຣຳ ຍັງຈະ “ກ່າວເນັ້ນ ເຖິງການຄ້າທີ່ຍຸດຕິທຳ ແລະ ເປັນປະໂຫຍດໃຫ້ກັນ ແລະ
ກັນ,” ອີງຕາມການກ່າວຂອງເຈົ້າໜ້າທີ່ ຜູ້ທີ່ໄດ້ລາຍງານຕໍ່ບັນດານັກຂ່າວ ກ່ຽວກັບ ສະ
ພາບທີ່ລາວບໍ່ສາມາດລະບຸໄດ້ຕໍ່ໄປ. ການປະຕິບັດການເມື່ອບໍ່ດົນມານີ້ ຂອງລັດຖະ
ບານຕໍ່ ການປະຕິບັດທາງການຄ້າຂອງ ຈີນ ແມ່ນເບິ່ງຄືວ່າຈະຖືກອ້າງເຖິງ.

ໃນບໍ່ເທົ່າໃດວັນ ກ່ອນເຖິງມື້ກ່າວຄຳປາໄສນັ້ນ, ຄາດວ່າໃນນຶ່ງຊົ່ວ ໂມງສຸດທ້າຍ, ທຳ
ນຽບຂາວ ຈະຮ່າງຂໍ້ສະເໜີຕ່າງໆ ທີ່ເປັນບັນຫາຂອງທ່ານ ທຣຳ ກ່ຽວກັບ ການປະຕິຮູບ
ບັນຫາຄົນເຂົ້າເມືອງ ແລະ ບັນດາເຈົ້າໜ້າທີ່ກ່າວວ່າ ທ່ານປະທານາທິບໍດີ, ໃນການ
ກ່າວຄຳປາໄສປະຈຳປີຂອງທ່ານນັ້ນ, ຈະຮຽກຮ້ອງໃຫ້ລັດຖະສະພາຮັບຮອງເອົາເອົາ
ເຂົາເຈົ້າ ເຖິງແມ່ນວ່າຈະມີການຕອບຮັບທີ່ຕໍ່າໃນເບື້ອງຕົ້ນໃນບັນດາສະມາຊິກສະພາ
ຫຼາຍຄົນນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG