ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ບູ​ລະ​ນະ​ສ້າງ​ສາ ​ເມືອງ​ສີ​ຫະ​ນຸກວິ​ລ ຂອງ​ກຳ​ປູ​ເຈຍ


Rebuilding Cambodia’s Gambling Mecca
please wait

No media source currently available

0:00 0:03:36 0:00

ການ​ບູ​ລະ​ນະ​ສ້າງ​ສາ​ຫົວ​ເມືອງ​ການ​ພະ​ນັນ​ໃຫຍ່​ສຸດຂອງ​ກຳ​ປູ​ເຈຍ

ເມື່ອ​ຫ້າ​ປີ​ກ່ອນ ພວກ​ນັກ​ລົງ​ທຶນ​ຈີນ ເລີ້ມ​ທຳ​ການ​ຫັນ​ປ່ຽນ​ສີ​ຫະ​ນຸກວີ​ລ ຊຶ່ງ​ເປັນ​ຫົວ​ເມືອງ​ແຄມ​ທະ​ເລ​ທີ່​ຫງຽບ​ເຫງົາ ມີ​ຫາດ​ຊາຍ​ທີ່​ສວຍ​ສົດ​ງົດ​ງາມ ໃຫ້​ກາຍ​ເປັນ​ຫົວ​ເມືອງ​ຫຼິ້ນ​ການ​ພະ​ນັນ​ອັນ​ດັບ​ນຶ່ງ​ຂອງ​ໂລກ ແຂ່ງ​ກັບ​ມາ​ເກົາ​ແລະ​ລາ​ສ​ເວ​ກາ​ສ ແຕ່​ເລື້ອງ​ດັ່ງ​ກ່າວ​ໄດ້​ສິ້ນ​ສຸດ​ລົງ​ຍ້ອນ​ມີ​ການ​ຫ້າມ​ຫຼິ້ນ​ກາ​ນ​ພະ​ນັນອອນ​ລາຍ​ ແລະ​ການ​ລະ​ບາດ​ຂອງພະ​ຍາດໂຄວິດ-19.

ມີ​ພວກ​ຄົນ​ງານ​ຈີນ 200,000 ຄົນ​ຕ້ອງ​ໄດ້​ເດີນ​ທາງ​ກັບ​ຄືນ​ປະ​ເທດ.

ກາ​ຊິ​ໂນ​ໄດ້​ຖືກ​ປິດ​ລົງ ​ແລະ​ໂຄງ​ການ​ຕຶກ​ສຽດ​ຟ້າທີ່​ສ້າງ​ແລ້ວ​ເປັນ​ບາງ​ສ່ວນ ສະ​ຖານ​ທີ່​ຕາ​ກ​ອາ​ກາດ​ ແລະຄອນ​ໂດ​ມີ​ນຽມ ໄດ້​ຖືກ​ປະ​ຖິ້​ມ​ລົ້ມ​ເລີກ. ນຶ່ງ​ໃນ​ບັນ​ດາ ອົງ​ການ​ຂ່າວ​ທີ່​ນິ​ຍົມ​ລັດ​ຖະ​ບານ​ ກ່າວ​ເຖິງ​ຕຶກ​ສຽດ​ຟ້າ​ທີ່​ຍັງ​ບໍ່​ແລ້ວນັ້ນ​ວ່າ “ເປັນ​ສິ່ງ​ເຕືອນ​ຄວາມ​ຊົງ​ຈຳ​ເຖິງ​ຄວາມ​ລົ້ມ​ແຫຼວ​ໃນ​ຂໍ້​ຕົກ​ລົງ​ການ​ລົງ​ທຶນ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ໂດຍ​ຊາວ​ຈີນ.”

ເຮືອນ​ຊານ​ໄດ້​ຕົກ​ລາ​ຄາ​ຫຼາຍ​ເຖິງ 90 ເປີ​ເຊັນ ໃນ​ໄລ​ຍະ​ສອງ​ສາມ​ປີ ​ທີ່​ຜ່ານ​ມານີ້ ອີງ​ຕາມ​ກະ​ຊວງ​ເສດ​ຖະ​ກິດ ​ແລະ​ການ​ເງິນ​ຂອງ​ກຳ​ປູ​ເຈຍ.

ທ່ານ​ຈັນ​ທາ ລັກ ທີ່​ບໍ່​ຕ່າງ​ຫຍັງ​ກັບ​ພວກ​ນັກ​ລົງ​ທຶນ​ຂະ​ໜາດ​ນ້ອຍ​ຫຼາຍໆ​ຄົນ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ໂອ​ກາດ​ເວ​ລາ​ແລະ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຈະ​ດີ​ຂຶ້ນ.

“ຊາວ​ກຳ​ປູ​ເຈຍ​ຢາກ​ໃຫ້​ພວກ​ນັກ​ລົງ​ທຶນ​ຈີນ​ກັບ​ຄືນ​ມາ ​ຍ້ອນ​ວ່າ​ລາ​ຄາ​ອະ​ສັງ​ຫາ​ລິມະ​ຊັບແມ່ນ​ຂີ້​ຮ້າຍ​ຫຼາຍ ແລະ​ພວກ​ເຮົາ​ຕ້ອງ​ການ​ໃຫ້​ນັກ​ທຸ​ລະ​ກິດ​ຈີນ ​ກັບ​ຄືນ​ມາ​ເພື່ອ​ຊ່ວຍ​ຕະ​ຫຼາດ​ໃຫ້​ຟື້ນ​ໂຕ​ຄືນ” ທ່ານ​ຈັນ​ທາ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG