ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ​ໄຕ້​ຫວັນ ກ່າວ​ປ້ອງ​ກັນ ສະ​ຖາ​ນະ​ພາບ ​ການເປັນ​ເກາະ ​ທີ່​ປົກ​ຄອງ​ຕົນ​ເອງ ໂດຍບໍ່​ຂຶ້ນ​ກັບ​ຈີນ


ທ່ານນາງ ຊາຍ ອິງ-ເວນ ກ່າວ​ຄຳ​ປາ​ໄສ​ ໃນ​ວັນ​ປີ​ໃໝ່ ຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຢູ່​ນະ​ຄອນໄທ​ເປ ໃນວັນ​ທີ 1 ມັງ​ກອນ 2019
ທ່ານນາງ ຊາຍ ອິງ-ເວນ ກ່າວ​ຄຳ​ປາ​ໄສ​ ໃນ​ວັນ​ປີ​ໃໝ່ ຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຢູ່​ນະ​ຄອນໄທ​ເປ ໃນວັນ​ທີ 1 ມັງ​ກອນ 2019

ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ, ທ່ານນາງ ຊາຍ ອິງ-ເວນ (Tsai Ing-wen) ເວົ້າ​ວ່າ ຈີນ​ຕ້ອງ
​ຮັບ​ຮູ້​ສະ​ຖາ​ນະ​ພາບ​ຂອງ​ໄຕ້​ຫວັນ​ວ່າ ​ເປັນ​ເກາະ​ທີ່​ປົກ​ຄອງ​ຕົນ​ເອງ ແຫ່ງ​ນຶ່ງ.

ຢູ່​ໃນ​ການ​ກ່າວ​ຄຳ​ປາ​ໄສ​ ໃນ​ວັນ​ປີ​ໃໝ່​ຈາກ​ຫ້​ອງ​ການ​ຂອງ​ທ່ານ​ນາງນັ້ນ, ປະ​ທາ​ນາ​ທິ​ບໍ
​ດີ ຊາຍ ເວົ້າ​ວ່າ ຈີນ​ຕ້ອງໄດ້​ "ເຄົາ​ລົບຕໍ່​ການ​ຢືນ​ຢັດ​ໃນ​ເສ​ລີ​ພາບ ແລະ​ປະ​ຊາ​ທິ​ປະ​ໄຕ
​ຂອງປະ​ຊາ​ຊົນ​ 23 ລ້ານ​ຄົນ" ແລະ​ຮຽກ​ຮ້ອງ​ໃຫ້​ທັງ​ສອງ​ຝ່າຍ​ຮັບ​ຮູ້ຄວາມ​ເປັນ​ຈິງວ່າ ມີ​
ຄວາມ​ແຕກ​ຕ່າງ​ກັນ ແບບ​ເປັນ​ພື້ນ​ຖານ​ສຳ​ຄັນ​ໃນດ້​ານ "ຄ່າ​ນິຍົມ ແລະ​ແບບ​ແຜນ​ດຳ​ລົງ
​ຊີ​ວິດ" ແລະ​ລະ​ບົບ​ການ​ເມືອງ​ຂອງ​ຄົນ ​ຢູ່​ໃນ​ສອງ​ຝ່າຍ.

ສາຍ​ສຳ​ພັນ​ລະ​ຫວ່າງ​ປັກ​ກິ່ງ​ກັບ​ໄທ​ເປ ມີ​ຄວາມ​ເຄັ່ງ​ຕຶງ ນັບ​ແຕ່​ທ່ານ​ນາງ ຊາຍ, ຜູ້​ນຳ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ​ກ້າວ​ໜ້າ ທີ່​ສົ່ງ​ເສີມ​ຄວາມ​ເປັນເອ​ກະ​ລາດ ໄດ້​ຂຶ້ນ​ກຳ​ຕຳ​ແໜ່ງ​ໃນ​ປີ 2016 ເປັນ​ຕົ້ນ​ມາ ແລະ​ບໍ່​ຍອມ​ຮັບ​ເອົາ​ແນວ​ຄວາມ​ຄິດ​ທີ່​ວ່າ ຈີນ ແລະ​ໄຕ້​ຫວັນ​ເຊື່ອມ​ໃສ່​ກັນ​ເປັນ​ປະ​ເທດ​ຈີນ​ອັນດຽວ. ປັກ​ກິ່ງ​ໄດ້​ເພີ້ມ​ທ່າ​ທີ ​ທີ່​ຮຸນ​ແຮງ​ຂຶ້ນ ຕໍ່​ເກາະ​ທີ່​ປົກ​ຄອງ​ຕົນ​ເອງແຫ່ງນັ້ນ ໂດຍ​ດຳ​ເນີນ​ການ​ຊ້ອມ​ລົບ​ຫລາຍໆ​ຄັ້ງ ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ, ສະ​ກັດ​ກັ້ນ​ບໍ່​ໃຫ້​ໄຕ້​ຫວັນ​ເຂົ້າ​ຮ່ວມ​ອົງ​ການ​ສາ​ກົນ​ຕ່າງໆ, ແລະ​ຊັກ​ຊວນ​ໃຫ້​ປ​ະ​ເທດ​ອື່ນ​ປ່ຽນຈາກ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ໄຕ້​ຫວັນ ມາ​ພົວ​ພັນ​ກັບ​ຈີນ.

ປະ​ທາ​ນາ​ທິ​ບໍ​ດີຊາຍ ຮຽກ​ຮ້ອງ​ໃຫ້ຈີນຫາ​ຊ່ອງທາງໃນ​ການ​ຈຳ​ແນກ​ຄວາມ​ແຕກ​ຕ່າງ​ກັນ
ລະ​ຫວ່າງ​ສອງຊາດ "ຢ່າງ​ສັນ​ຕິ​ວິ​ທີ".

ຄຳ​ປາ​ໄສ​ຂອງ​ທ່ານ​ນາງຊາຍ ​ມີ​ຂຶ້ນ​ກ່ອນ​ຮອດ​ກຳ​ນົດ​ເວ​ລາ​ທີ່​ປະ​ທານ​ປະ​ເທດ ສີ ຈິ້ນ​ຜິງ​ຂອງ​ຈີນ ຈະ​ກ່າວ​ຄຳ​ປາ​ໄສ​ ເພື່ອ​ລະ​ນຶກ​ເຖິງວັນ​ຄົບ​ຮອບ 40 ປີ ຂອງ​ການ​ກ່າວ​ຄຳ​ປາ​ໄສ ທີ່ເປັນ​ປະ​ຫວັດ​ການຊຶ່ງ​ແມ່ນ "ຖ້ອຍ​ຄຳ​ສົ່ງ​ເຖິງ​ເພື່ອ​ນຮ່ວມ​ຊາດໃນ​ໄຕ້​ຫວັນ" ຊຶ່ງ​ໃນ​ທີ່​ສຸດ​ກໍ​ເຮັດ​ໃຫ້​ມີ​ການ​ພົວ​ພັນທາງ​ການ​ທູດ​ ລະ​ຫວ່າງ​ສອງ​ປະ​ເທດ ທີ່​ເປັນ​ປໍ​ລະ​ປັກກັນ​ຢູ່​ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG