ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຳລັງຕໍ່ຕ້ານລັດຖະບານ ຍຶດຄ້າຍທະຫານ​ ທີ່​ສຳຄັນ​ແຫ່ງ​ນຶ່ງ ໃນຊີເຣຍ


ສະມາຊິກຊີເຣຍເສລີ ວາງຕີນໃສ່ໜ້າຮູບປັ້ນ ມື້ລາງປະທານາທິບໍດີຊີເຣຍ ທ່ານ Hafez al-Assad,
ສະມາຊິກຊີເຣຍເສລີ ວາງຕີນໃສ່ໜ້າຮູບປັ້ນ ມື້ລາງປະທານາທິບໍດີຊີເຣຍ ທ່ານ Hafez al-Assad,

ກຳລັງປະສົມຕໍ່ຕ້ານລັດຖະບານ ທີ່ນິຍົມແນວທາງປານ​ກາງ ໃນ
ຊີເຣຍ​ໄດ້​ຍຶ​ດ​ເອົາ​ຄ້າຍ​ທະຫານ​ທີ່​ສຳຄັນ​ແຫ່ງ​ນຶ່ງຢູ່​ທາງ​ພາກ​ໃຕ້
ປະເທດຈາກ​ກຳລັງລັດຖະບານ​ ໃນ​ວັນ​ອັງຄານ​ວານ​ນີ້.

ກຸ່ມພັນທະ​ມິດ​ແນວ​ໜ້າ​ທາງ​ພາກ​ໃຕ້ ​ໄດ້​ຍຶດ​ເອົາ​ໃນອັນ​ທີ່​ຮູ້​ກັນ​ວ່າ
ເປັນຄ້າຍ​ທະຫານກອງພັນ​ທີ 52 ຫລັງ​ຈາກ​ໜຶ່ງ​ມື້ ໃນອັນ​ທີ່​ໂຄສົກ
​ ຂອງ​ພວກ​ຕໍ່ຕ້ານ ຮ້ອງ​ວ່າ “ໃຊ້ເວລາສັ້ນໆ ​ ແລະວ່ອງ​ໄວ” ​ແຕ່​ມີ
​ການ​ສູ້​ລົບ​ຢ່າ​ງດຸ​ເດືອ​ດ.

ຫ້ອງການ​ສິ້ງຊອ​ມສິດທິ​ມະນຸດ​ໃນ​ຊີ​ເຣຍ ທີ່ມີຫ້ອງການຢູ່ອັງກິດ
ກ່າວ​ວ່າ ທະຫານ​ລັດຖະບານ 20 ຄົນ ​ແລະ​ພວກນັກ​ລົບ​ກະບົດ 14 ຄົນ​ໄດ້​ເສຍຊີວິດ.

ຄ້າຍ​ທະຫານນີ້ ​ຕັ້ງ​ຢູ່ໃກ້​ກັບທາງ​ຫຼວງທີ່​ສຳຄັນ ຈາກ​ນະຄອນDamacus ​ໄປ​ຫາຊາຍ
ແດນ​ຂອງປະ​ເທດ​ຈໍ​ແດນ ​ໃນ​ແຂວງDaraa ຂອງ​ຊີ​ເຣຍ. ກຳລັງຊີ​ເຣຍ ​ໄດ້​ປະສົບກັບ
ການສູນ​ເສຍ​ທີ່​ສຳ​ຄັນຢູ່​ໃນ​ແຂວງດັ່ງກ່າວໃນ​ບໍ່​ເທົ່າ​ໃດ​ ເດືອນ ​ທີ່​ຜ່ານ​ມານີ້ຮວມທັງ​
ການ​ສູນ​ເສຍດ່ານ​ຂ້າມ​ຊາຍ​ແດນ​ໄປຈໍ​ແດນ ​ໃຫ້​ແກ່​ພວກ​ຕໍ່ຕ້ານລັດຖະບານ.

ລັດຖະບານ ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ຍັງ​|ໄດ້ສູນ​ເສຍ​ບໍລິເວນ​
ອັນ​ກວ້າ​ງ​ໃຫຍ່ ​ໃຫ້​ແກ່​ພວກ​ຫົວ​ຮຸນ​ແຮງຈັດ ຢູ່​ທາງ​ພາກ​ເໜືອຂອງປະ ເທດ​ໃກ້​ກັບ​ຊາຍແດນ​ເທິ​ກີ.

XS
SM
MD
LG