ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກຕໍ່ຕ້ານ ລັດຖະບານ ໃນຊີເຣຍ ບຸກໂຈມຕີ ເພື່ອຄວບຄຸມ ເມືອງ Aleppo


ພວກຕໍ່ຕ້ານລັດຖະບານຄົນນຶ່ງ ນັ່ງຢູ່ໃກ້ໆ ເມືອງ al-Bab city ໃນພາກເໜືອຂອງແຂວງ Aleppo. (26 ຕຸລາ 2016)
ພວກຕໍ່ຕ້ານລັດຖະບານຄົນນຶ່ງ ນັ່ງຢູ່ໃກ້ໆ ເມືອງ al-Bab city ໃນພາກເໜືອຂອງແຂວງ Aleppo. (26 ຕຸລາ 2016)

ພວກ​ຕໍ່ຕ້ານ​ລັດຖະບານ​ໃນ​ຊີ​ເຣຍກ່າວ​ວ່າ ຕົນໄດ້​ເລີ້ມ​ເປີດ​ສາກ​ບຸກ​ໂຈມ​ຕີຂະໜາດ​ໃຫຍ່ ຕໍ່​ເມືອງ Aleppo ​ເພື່ອ​ທັບ​ມ້າງ​ການ​ປິດ​ລ້ອມ ​ຂອງ​ລັດຖະບານ ຕໍ່ຄຸ້ມ​ຕ່າງໆ​ທາງ​ພາກ​ຕາ​ເວັນ ອອກຂອງ​ເມືອງ​ທີ່​ມີ​ການ​ແບ່ງ​ແຍກ​ດັ່ງກ່າວ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ຖະ​ແຫຼງ​ໃນ​ວັນ​ສຸກ​ມື້ນີ້ວ່າ ພວກ​ຕໍ່ຕ້ານ​ລັດຖະບານ​ໄດ້​ຍິງ​ໂຈມ​ຕີ​ເຂດ​ກ້ຳ​ຕ​າ​ເວັນ​ຕົກ​ຂອງ​ເມືອງ Aleppo ​ໃນ​ວັນ​ສຸກ​ມື້ນີ້ ​ໂດຍໄດ້​ສັງຫານ​ພົນລະ​ເຮືອນ 15 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ 100 ຄົນ. ຍັງ​ບໍ່​ໄດ້​ຮັບ​ຂໍ້​ມູນ​ອື່ນ​ໃດ​ຕື່ມ​ອີກໃນ​ເວ ລາ​ນີ້​ເທື່ອ.

ໃນ​ວັນ​ພະຫັດ​ວານ​ນີ້ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ຮຽກຮ້ອງ​ໃຫ້​ທຳ​ການ​ສືບສວນ ກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​ອາກາດ ​ໃສ່​ໂຮງຮຽນ​ຢູ່​ຊີ​ເຣຍ ຊຶ່ງ​ໄດ້​ສັງຫານ​ເກືອບ 30 ຄົນ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ພວກ​ເດັກນ້ອຍ.

ຖະ​ແຫຼງການ​ຈາກຫ້ອງການ​ທ່ານ Ban ກ່າວ​ວ່າ “ຖ້າ​ຫາກ​ມີ​ຂຶ້ນດ້ວຍ​ຄວາມ​ຕັ້ງ​ໃຈ ການ​ໂຈ​ມຕີນີ້ອາດ​ເທົ່າ​ກັບ​ເປັນ​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງຄາມ.”

ອະດີດ​ນາຍົກລັດຖະມົນຕີອັງກິດ ທ່ານ Gordon Brown ຊຶ່ງ​ເປັນ​ທູດ​ພິ​ເສດໃນ​ດ້ານ​ການ​ສຶກສາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ກໍ​ໄດ້​ຮຽກຮ້ອງ​ໃຫ້​ທຳ​ການ​ສືບສວນ​ກ່ຽວ​ກັບ​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມໃນການ​ໂຈມ​ຕີ​ທີ່​ໄດ້​ມີ​ຂຶ້ນນີ້.

ຫ້ອງຮຽນທີ່ໄດ້ຮັບຄວາມເສຍຫາຍ ທີ່ເມືອງ Hass ແຂວງ Idlib.
ຫ້ອງຮຽນທີ່ໄດ້ຮັບຄວາມເສຍຫາຍ ທີ່ເມືອງ Hass ແຂວງ Idlib.


ທ່ານ Brown ກ່າວ​ໃນ​ການ​ໃຫ້​ສຳພາດຕໍ່​ວີ​ໂອ​ເອ​ວ່າ “ຄວາມ​ຈິງ​ແລ້ວມັນ​ເປັນ​ໜ້າ​ທີ່​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ທີ່​ຈະ​ສືບສວນ ກ່ຽວ​ກັບ​ເຫດການ​ນີ້ ທຳ​ການ​ລົງ​ໂທດ​ຖ້າ​ຫາກ​ມີ ​ກາ​ນກໍ່​ອາ​ຊະ​ຍາ​ກຳ​ສົງຄາມ ນຳ​ເອົາ​ສານ​ອາຍາ​ສາກົ​ນ​ເຂົ້າມາ​ຮ່ວມ​ນຳ ​ແລະ​ຈະ​ທຳ​ການ​ສືບສວນ.”

​ເຮືອບິນ​ລົບ​ໄດ້​ທຳ​ການ​ໂຈມ​ຕີ 6 ​ເທື່ອ​ໃນ​ມື້ວັນ​ພຸດ​ຜ່ານ​ມາ​ໃສ່​ບ້ານ​ແຫ່ງ​ນຶ່ງ​ທີ່​ພວກຕໍ່ຕ້ານ ຄວບຄຸມ​ໃນແຂວງ Idlib ​ແລະ​ໄດ້​ຖືກ​ໂຮງຮຽນ​ເຮັດ​ໃຫ້​ນາຍຄູ 6 ຄົນ​ແລະ​ນັກຮຽນ 22 ຄົນ​ເສຍ​ຊີວິດ ອີງ​ຕາມ​ກຸ່ມ​ສິ້ງຊອມ​ສິດ​ທິມະນຸດ​ໃນ​ຊີ​ເຣຍ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG