ກະຊວງປ້ອງກັນປະເທດຢູເຄຣນ ກ່າວວ່າ ການໂຈມຕີດ້ວຍຈະ
ຫຼວດຂອງພວກ ແບ່ງແຍກດິນແດນທີ່ນິຍົມຣັດເຊຍ ຢູ່ໃນພາກ
ຕາເວັນອອກຂອງຢູເຄຣນໃນມື້ວັນສຸກວານນີ້ ເຮັດໃຫ້ທະຫານ
ເສຍຊີວິດຢ່າງໜ້ອຍ 19 ຄົນແລະໄດ້ຮັບາດເຈັບອີກ 93 ຄົນ.
ພວກກະບົດໄດ້ແນເປົ້າໝາຍໃນການໂຈມຕີໃສ່ບ້ານ Zeleno-
pillya ທີ່ຕັ້ງຢູ່ໃນ ເຂດ Luhansk ໃກ້ໆຊາຍແດນຣັດເຊຍ.
ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ກ່າວວ່າ
ພວກທີ່ຮັບຜິດ ຊອບຈະຖືກຕາມລ່າຫາໂຕ ແລະຖືກທຳລາຍ.
ທ່ານເວົ້າວ່າ ທະຫານຢູເຄຣນທີ່ ເສຍຊີວິດແຕ່ລະຄົນ ຈະຖືກ
ຊົດໃຊ້ຄືນໂດຍພວກກະບົດຈຳນວນຫຼາຍຮ້ອຍຄົນ.
ການສູ້ລົບກັນໄດ້ເພີ້ມທະວີຂຶ້ນໃນພາກຕາເວັນອອກຂອງຢູເຄຣນນັບຕັ້ງແຕ່ການຢຸດຍິງ
ຂອງລັດຖະບານຢູເຄຣນໝົດອາຍຸລົງ ໃນທ້າຍເດືອນມິຖຸນາ.
ນັບແຕ່ນັ້ນມາ ກຳລັງທະຫານຢູເຄຣນກໍໄດ້ຂັບໄລ່ພວກກະບົດອອກຈາກຫຼາຍໆ ຫົວເມືອງ
ຮວມທັງເມືອງ Slovyansk ຊຶ່ງເປັນທີ່ໝັ້ນທີ່ໃຫຍ່ທີ່ສຸດຂອງພວກ ກະບົດນັ້ນ.
ຂະນະດຽວກັນ ອົງການນິລະໂທດກຳສາກົນກ່າວວ່າ ຕົນມີຫລັກຖານທີ່ຈະແຈ້ງ ວ່າ ພວກ
ແບ່ງແຍກດິນແດນນິຍົມຣັດເຊຍ ໄດ້ກະທຳການໃນອັນທີ່ທາງອົງການ ດັ່ງກ່າວເວົ້າວ່າເປັນ
ການທຸບຕີແລະທໍລະມານຢ່າງໂຫດຮ້າຍ ຢູ່ໃນພາກຕາເວັນອອກຂອງຢູເຄຣນ.
ນອກນັ້ນ ອົງການນິລະໂທດກຳສາກົນຍັງເວົ້າວ່າຕົນມີຫລັກຖານກ່ຽວກັບການລ່ວງລະເມີດ
ໃນຈຳນວນທີ່ໜ້ອຍກວ່າ ໂດຍກຳລັງນິຍົມລັດຖະບານຢູເຄຣນ.