ການສູ້ລົບກັນ ຢູ່ໃນພາກເໜືອຂອງມຽນມາ ລະຫວ່າງ ກຳລັງຂອງລັດຖະບານ ກັບ
ກຸຸ່ມກະບົດ ກອງທັບອິດສະລະຂອງກາຈິນ ຫຼື KIA ໄດ້ກົດດັນໃຫ້ປະຊາຊົນຫຼາຍກວ່າ
4,000 ຄົນ ຕ້ອງພາກັນຫລົບໜີອອກຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າໄປ.
ພັນເອກ ນໍ ບູ ໂຄສົກຂອງກຸ່ມກະບົດ KIA ກ່າວວ່າ ການຕໍ່ສູ້ຈະ “ຮ້າຍແຮງຂຶ້ນຕື່ມ”
ຍ້ອນວ່າ ກອງທັບບົກ ກຳລັງສົ່ງທະຫານໄປພື້ນທີ່ ຫຼາຍຂຶ້ນ.
ອົງການຊ່ອຍເຫຼືອຕ່າງໆ ໄດ້ຂໍຮ້ອງໃຫ້ອະນຸຍາດເຂົ້າໄປຫາ ພື້ນທີ່ຫ່າງໄກສອກຫລີກ
ທາງພາກຕາເວັນອອກສຽງເໜືອ ຂອງປະເທດທີ່ຢູ່ໃກ້ໆເຂດຊາຍແດນຕິດກັບປະເທດ
ຈີນ ບ່ອນທີ່ເກີດການປະທະກັນຢ່າງໜັກນັ້ນ. ກຸ່ມເພື່ອການກຸສົນຕ່າງໆ ຢ້ານກົວວ່າ
ພວກປະຊາຊົນ ຜູ້ທີ່ອ່ອນແອ ຫຼາຍພັນຄົນ ຈະຕົກຄ້າງ ຢູ່ໃນບໍລິເວນດັ່ງກ່າວ ນັບແຕ່
ການສູ້ລົບກັນໄດ້ທະວີຂຶ້ນ ໃນເດືອນເມສາ ເປັນຕົ້ນມາ.
ທ່ານ ມາກ ຄຸຕສ໌ ຫົວໜ້າຫ້ອງການຮັບຜິດຊອບ ກິດຈະການດ້ານການປະສານງານ
ຂອງອົງການສະຫະປະຊາຊາດ ໄດ້ກ່າວບອກ ອົງການຂ່າວຝຣັ່ງ ວ່າ “ຄວາມເປັນ
ຫ່ວງທີ່ໃຫຍ່ທີ່ສຸດ ຂອງພວກເຮົາ ແມ່ນເລື່ອງຄວາມປອດໄພຂອງພວກພົນ
ລະເຮືອນ ລວມທັງ ພວກແມ່ຍິງ ທີ່ຖືພາ ພວກຜູ້ເຖົ້າ ພວກເດັກນ້ອຍ ແລະ
ປະຊາຊົນຜູ້ທີ່ພິການ.” ທ່ານກ່າວຕື່ມວ່າ “ ພວກເຮົາຈະຕ້ອງຮັບປະກັນວ່າ
ພວກຄົນເຫຼົ່ານີ້ ແມ່ນໄດ້ຮັບ ການປົກປ້ອງ.”