ກຳລັງຂອງພວກກະບົດໃນມຽນມາ ເຂົ້າຢຶດຫົວເມືອງແຫ່ງນຶ່ງ ທີ່ຄວບຄຸມໂດຍກຳລັງຂອງພວກລັດຖະບານທະຫານ.
ແຫຼ່ງຂ່າວ ຈາກລັດຖະບານສາມັກຄີຊາດ ຊຶ່ງເປັນລັດຖະບານເງົາຂອງມຽນມາ ພ້ອມທັງພວກທີ່ເຫັນເຫດການ ແລະອົງການຂ່າວຢູ່ໃນທ້ອງຖິ່ນແຈ້ງວ່າ ກຳລັງຂອງພວກກະບົດ ໄດ້ທຳການໂຈມຕີເມືອງ ຄໍລິນ (Kawlin) ໃນມື້ວັນສຸກແລ້ວ ແລະໄດ້ທຳການສູ້ລົບກັບກຳລັງຮັກສາຄວາມສະຫງົບໃນທ້ອງຖິ່ນຈົນໃນທີ່ສຸດກໍສາມາດເຂົ້າຢຶດເອົາປ້ອມຕຳຫຼວດ ແລະຫ້ອງການປົກຄອງເມືອງ ໃນຕອນເຊົ້າຂອງມື້ວັນຈັນ.
ເມືອງຄໍລິນ ແມ່ນເມືອງເອກາຂອງເຂດຊາແກັງ (Sagaing). ການເຂົ້າຄວວບຄຸມເມືອງຄໍລິນ ແມ່ນເມືອງເອກຂອງແຂວງແຫ່ງທຳອິດ ທີ່ໄດ້ເຂົ້າຄວບຄຸມໂດຍກຳລັງຂອງພວກກະບົດ ນັບຕັ້ງແຕ່ພວກທະຫານໄດ້ໂຄ່ນລົ້ມລັດຖະບານພົນລະເຮືອນ ຂອງທ່ານນາງອອງຊານ ຊູຈີ ເມື່ອເດືອນກຸມພາປີ 2021.
ລັດຖະບານສາມັກຄີຊາດ ແມ່ນປະກອບດ້ວຍສະມາຊິກຂອງລັດຖະບານພົນລະເຮືອນທີ່ໄດ້ຖືກໂຄ່ນລົ້ມ. ການເປັນພັນທະມິດທີ່ ບໍ່ຄ່ອຍເຄັ່ງຄັດປານໃດຂອງກຳລັງຊົນກຸ່ມນ້ອຍ ທີ່ໄດ້ທຳການສູ້ລົບກັບພວກທະຫານມາໄດ້ຫຼາຍທົດສະວັດແລ້ວ ນັ້ນ ເພື່ອຮຽກຮ້ອງເອົາສິດ ໃນການປົກຄອງຕົນເອງຫຼາຍຂຶ້ນ ໄດ້ພາກັນສ້າງຕັ້ງກຳລັງປ້ອງກັນປະຊາຊົນ ຊຶ່ງໄດ້ພົວພັນໃນການປະທະກັນທີ່ຮ້າຍແຮງຢູ່ໃນເຂດຊົນນະບົດ ກັບພວກທະຫານ ນັບແຕ່ໄດ້ມີການເຮັດລັດຖະປະຫານມາ.
ກອງກຳລັງຂອງກຸ່ມກະບົດດັ່ງກ່າວ ເມື່ອໄວໆມານີ້ ໄດ້ທຳການໂຈມຕີແບບບໍ່ມີການປະກາດຕໍ່ເປົ້າໝາຍຕ່າງໆຂອງກຳລັງລັດຖະບານທະຫານ ຢູ່ຕາມບໍລິເວນຊາຍແດນທີ່ຕິດກັບຈີນ.
ຂໍ້ມູນສ່ວນນຶ່ງຂອງລາຍງານນີ້ ແມ່ນຈາກອົງການຂ່າວເອພີ ຣອຍເຕີ ແລະ ເອແອຟພີ.