ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຜູ້ບັນຊາການ ກຸ່ມກະບົດ FARC ໃນ ໂຄລົມເຍຍ ສັ່ງໃຫ້ຢຸດຍິງ ຢ່າງຖາວອນ


ປະທານາທິບໍດີ ຂອງໂຄລົມເຍຍ ທ່ານ Juan Manuel Santos ຖືເອົາສັນຍາສັນຕິພາບ ກັບພວກກະບົດ ກອງທັບປະຕິວັດ ຂອງໂຄລົມເບຍ ຫຼື FARC ໄປຍັງລັດຖະສະພາໃນນະຄອນຫຼວງ Bogota, ວັນທີ 25 ສິງຫາ 2016.
ປະທານາທິບໍດີ ຂອງໂຄລົມເຍຍ ທ່ານ Juan Manuel Santos ຖືເອົາສັນຍາສັນຕິພາບ ກັບພວກກະບົດ ກອງທັບປະຕິວັດ ຂອງໂຄລົມເບຍ ຫຼື FARC ໄປຍັງລັດຖະສະພາໃນນະຄອນຫຼວງ Bogota, ວັນທີ 25 ສິງຫາ 2016.

ບັນດາຜູ້ບັນຊາການ ກອງທັບປະຕິວັດ ຂອງໂຄລົມເບຍ ຫຼື FARC ໃນໂຄລົມເບຍ ໄດ້ ອອກຄຳສັ່ງສຸດທ້າຍ ໃຫ້ຢຸດຍິງ ເລີ້ມຕົ້ນແຕ່ວັນຈັນມື້ນີ້ໄປ ອັນເປັນພາກສ່ວນໜຶ່ງຂອງ ຂໍ້ຕົກລົງສັນຕິພາບຢ່າງຖາວອນ ກັບລັດຖະບານ ໂດຍເປັນການສິ້ນສຸດ ການສູ້ລົບກັນ ທີ່ຍາວນານທີ່ສຸດຂອງໂລກນັ້ນ.

ຜູ້ນຳກຸ່ມກະບົດ ທີ່ຮູ້ຈັກກັນວ່າ Timoshenko ໄດ້ກ່າວວ່າ “ບໍ່ມີອີກແລ້ວ ທີ່ພໍ່ແລະແມ່ ຈະຕ້ອງຝັງພວກລູກຊາຍ ແລະລູກສາວ ຂອງພວກເພິ່ນ ຜູ້ທີ່ຖືກຂ້າຕາຍ ໃນສົງຄາມ. ການເປັນປໍລະປັກທັງໝົດ ແລະ ຄວາມຄຽດແຄ້ນທັງຫຼາຍ ໄດ້ກາຍເປັນອະດີດ ໄປແລ້ວ.”

ທັງສອງຝ່າຍ ໄດ້ທຳການເຈລະຈາກັນມາເປັນເວລາ 4 ປີ ໃນນະຄອນຫຼວງ Havana ຂອງຄິວບາ. ຂໍ້ຕົກລົງສັນຕິພາບ ໄດ້ບັນລຸ ເມື່ອສັບປະດາແລ້ວນີ້ ແລະ ໄດ້ຍຸຕິ ໃນທີ່ສຸດ ການສູ້ລົບກັນ ໄລຍະ 52 ປີ ລະຫວ່າງ ກຸ່ມກະບົດ Marxist ແລະ ລັດຖະບານຕ່າງໆ ຂອງໂຄລົມເບຍ.

ທ່ານ Timoshenko ກ່າວຕື່ມວ່າ “ຕໍ່ພວກທະຫານ ພວກນາວິກະໂຍທິນ ພວກນັກບິນ ຂອງກອງທັບອາກາດ ຕຳຫຼວດ ແລະ ພະນັກງານຮັກສາຄວາມປອດໄພ ແລະ ອົງການ ສືບລັບຂອງລັດ ພວກເຮົາຢາກຈະສະແດງໃຫ້ເຫັນ ເຖິງຄວາມຈະແຈ້ງຂອງພວກເຮົາ ແລະ ຈຸດປະສົງອັນແນ່ນອນ ສຳລັບການປະນີປະນອມກັນ. ການແຂ່ງດີແຂ່ງເດັ່ນກັນ ແລະ ຄວາມຄຽດແຄ້ນກັນ ຄວນປະມັນໄວ້ໃນອະດີດສະ.”

ປະທານາທິບໍດີ ໂຄລົມເບຍ ທ່ານ Juan Manuel Santos ກ່າວວ່າ ພວກທະຫານ ຈະ ວາງອາວຸດຂອງພວກຕົນລົງເຊັ່ນກັນ ໃນການຕໍ່ຕ້ານພວກກຸ່ມກະບົດ ເລີ້ມຕົ້ນແຕ່ມື້ ວັນ ຈັນນີ້ເປັນຕົ້ນໄປ.

ຊາຕາກຳຂອງສັນຍາສັນຕິພາບນັ້ນ ແມ່ນຈະຂຶ້ນຢູ່ກັບ ພວກຜູ້ມີສິດລົງຄະແນນສຽງ. ຂໍ້ຕົກລົງຂອງລັດຖະບານ ກັບກຸ່ມກະບົດ FARC ຫຼື ກອງທັບປະຕິວັດ ຂອງໂຄລົມເບຍ ແມ່ນຍັງຈະຕ້ອງໄດ້ຖືກຮັບຮອງເອົາ ໃນການລົງປະຊາມະຕິ ທີ່ໄດ້ຖືກກຳນົດໄວ້ ໃນວັນ ທີ 2 ຕຸລາ ຈະມາເຖິງນີ້.

ບັນດາຜູ້ບັນຊາການຂັ້ນສູງຂອງ FARC ມີແຜນການທີ່ຈະພົບປະກັນເປັນຄັ້ງສຸດທ້າຍ ອີກເທື່ອນຶ່ງ ໃນເດືອນກັນຍາ ເພືຶ່ອລົງນາມຮັບຮອງເອົາຂໍ້ຕົກລົງດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Colombia Cease-Fire
please wait
Embed

No media source currently available

0:00 0:02:13 0:00

XS
SM
MD
LG