ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກ​ນັກ​ສືບສວນນາໆຊາດ ເລີ້ມປະຕິບັດງານ ຢູ່​ບໍລິ​ເວນ ເຮືອບິນຕົກແລ້ວ (ວີດີໂອ/ສະໄລດ໌)


Ukraine SOTVO
please wait
Embed

No media source currently available

0:00 0:00:25 0:00

ຄະນະ​ນັກ​ສືບສວນ​ສອບ​ສວນ​ນາໆ​ຊາດ​ຫລາຍ​ສິບ​ຄົນ ​ໄດ້​ເລີ້ມ​ປະຕິບັດ​ງານ ຢູ່​ບໍລິ​ເວນ ຖ້ຽວ​ບິນ MH 17 ຂອງສາຍ​ການບິນ​ມາ​ເລ​ເຊຍ ຕົກ ​ໃນ​ພາກ​ຕາ​ເວັນ​ອອກ ຂອງ​ຢູ​ເຄຣນນັ້ນ​ແລ້ວ.

ພວກນັກ​ສືບສວນ​ຈາກ ​ເນ​ເທີ​ແລນ​ແລະ​ອອສ​ເຕຣ​ເລຍ ພ້ອມ​ດ້ວຍ​
ເຈົ້າ​ໜ້າ​ທີ່​ຕິດຕາມ ຈາກ ອົງການ​ຄວາມ​ໝັ້ນຄົງ​ແລະ​ການຮ່ວມມື
ຂອງ​ຢູ​ໂຣບ ຫຼື OSCE ​ໄດ້​ເລີ້ມພາກັນ​ສຳ​ຫລວດ​ເບິ່ງ​ບໍລິ​ເວນ ທີ່
​ບັດ​ນີ້​ຖືກ​ກຳໜົດ​ວ່າ ​ເປັນ​ບ່ອນ​ເກີດ​ອາຊະ​ຍາ​ກຳ​ ​ໃນ​ວັນ​ສຸກ​ມື້​ນີ້.

ພວກ​ເຂົາ​ເຈົ້າ​ຈະ​ສຸ​ມ​ໃສ່​ການ​ຊອກ​ຫາຊາກ​ສົບ​ຫລາຍ​ສິບ​ສົບ ທີ່​ຍັງບໍ່​ເຫັນ​ແລະ ເກັບ​ກູ້​ເອົາ​ສິ່ງ​ຂອງ​ຕ່າງໆ ຂອງ​ພວກ​ເຄາະ​ຮ້າຍ 298 ຄົນທີ່​ເສຍ​ຊີວິດ​ໄປ ​ເວລາ​ເຮືອບິນ Boeing 777 ລຳ​ນັ້ນ ຖຶກຍິງ​ຕົກ ​ໃນ​ເດືອນ​ແລ້ວ​ນີ້.

ກ່ອນ​ໜ້າ​ນັ້ນ ​ໃນ​ມື້​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ຢູ​ເຄຣນ​ກ່າວ​ວ່າ ມີ​ທະຫານ​ຂອງ​ລັດຖະບານຢ່າງ​ນ້ອຍ 10 ຄົນ​ ຖືກ​ສັງຫານ ຈາກ​ການ​ດັກໂຈມ​ຕີ ​ໂດຍ​ພວກຫົວແບ່ງ​ແຍກດິນ​ແດນ ທີ່ນິ​ຍົມຣັດ​ເຊຍ ​ໃນ​ເຂດ​ນຶ່ງ​ໃກ້ໆກັບ​ບ່ອນ​ທີ່​ຖ້ຽວ​ບິນ MH 17 ຂອງສາຍ​ການບິນ​ມາ​ເລ​ເຊຍ ຕົກນັ້ນ.

ພວກ​ທະຫານ​ໄດ້​ຖືກ​ດັກ​ໂຈມ​ຕີ ​ໃກ້ໆ​ກັບ​ເມືອງ Shakhtarsk ໃນ​ວັນ​ສຸກ​ມື້​ນີ້ ​ນຶ່ງ​ມື້ຫຼັງ​ຈາກ
ພວກ​ນັກ​ສືບສວນສອບ​ສວນ​ນາໆ​ຊາດ ​ໄດ້ເຂົ້າ​ໄປຮອດ​ຊາກ​ຫັກ​ພັງ​ຂອງ​ເຮືອບິນ ຊຶ່ງ​ເປັນ​ຄັ້ງ​ທຳ​ອິດ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ເຂົ້າ​ໄປສັງ​ເກດ​ການ​ບໍລິ​ເວນ ​ທີ່ເຮືອບິນ​ຕົກ ​ເມື່ອ​ວັນ​ທີ 17 ກໍລະກົດ​ຜ່ານມາ​ນີ້ ຫຼັງ​ຈາກ​ທີ່​ຄວາມ​ພະຍາຍາມເພື່ອ​ໃຫ້​ເຂົ້າ​ເຖິງ​ເຂດ​ດັ່ງກ່າວ ​ໄດ້​ຖືກ​ຂັດ
ຂວາງ ​ໂດຍພວກ​ກະບົດ​ປະກອບ​ອາວຸດ​ທີ່​ນິຍົມຣັດ​ເຊຍ.

XS
SM
MD
LG