ຜູ້ສະໜັບສະໜຸນລັດຖະບານ ທີ່ຮູ້ກັນດີຄົນນຶ່ງ ຖືກຍິງແລະໄດ້ຮັບ
ບາດເຈັບ ຢູ່ທີ່ພາກຕາເວັນອອກສຽງເໜືອ ຂອງໄທ ໃນຂະນະທີ່
ບາງກອກ ໄດ້ປະກາດພາວະສຸກເສີນ ເພື່ອຮັບມືກັບຄວາມຮຸນ
ແຮງທາງດ້ານການເມືອງ ທີ່ຍັງດຳເນີນຢູ່ຕໍ່ມາ.
ຕໍາຫລວດກ່າວວ່າ ຜູ້ນໍາ “ເສື້ອແດງ” ທ່ານຂວັນໄຊ ໄພຣພະນາ
ໄດ້ຖືກຍິງສອງລູກຊ້ອນ ໂດຍພວກໂຈມຕີບໍ່ຊາບຝ່າຍ ທີ່ຍິງປືນ
ສາດເຂົ້າ ໃສ່ຂະນະທີ່ຂັບລົດຜ່ານໄປ ໃນວັນພຸດມື້ນີ້ ຢູ່ທີ່ບ້ານ
ພັກຂອງທ່ານ ໃນ ຈັງຫວັດອຸດອນທານີ ທາງພາກຕາເວັນອອກ
ສຽງເໜືອຂອງໄທ.
ເຫດຮ້າຍດັ່ງກ່າວ ເກີດຂຶ້ນຫລັງຈາກມີການໂຈມຕີຫລາຍໆຄັ້ງ ຕໍ່ພວກປະທ້ວງຕໍ່ຕ້ານລັດຖະ
ບານ ຊຶ່ງໃນວັນພຸດມື້ນີ້ ເລີ້ມການປະທ້ວງເປັນມື້ ທີເກົ້າລຽນຕິດ ຢູ່ທີ່ເມືອງຫລວງຂອງໄທ.
ຄວາມຮຸນແຮງໄດ້ເຮັດໃຫ້ມີປະກາດພາວະສຸກເສີນ 60 ມື້ຢູ່ທີ່ບາງກອກ ແລະເຂດອ້ອມແອ້ມ
ເຖິງ ແຕ່ກໍບໍ່ມີຮ່ອງຮອຍ ຂອງກໍາລັງຮັກສາຄວາມ ປອດໄພ ທີ່ຈະມາຂັບໄລ່ ກວດລ້າງພວກ ປະທ້ວງ.
ເຖິງແມ່ນວ່າ ມີຕໍາຫລວດ ເພີ້ມການກວດຄົ້ນ ທີ່ດ່ານກວດຕ່າງໆ ໃກ້ກັບຄ້າຍຂອງພວກປະ ທ້ວງກໍດີ ແຕ່ຍັງບໍ່ມີກໍາລັງທະຫານທີ່ຕິດອາວຸດເຕັມອັດຕາ ມີໜ້າຢູ່ໃນເຂດດັ່ງກ່າວ. ບັນດາເຈົ້າໜ້າທີ່ບໍ່ໄດ້ຫ້າມການອອກນອກເຮືອນຫລືຫ້າມບໍ່ໃຫ້ໂຮມຊຸມນຸມທາງການເມືອງ ດັ່ງທີ່ໄດ້ກຳນົດໄວ້ພາຍໃຕ້ດໍາລັດພາວະສຸກເສີນ.
ຜູ້ບັນຊາການກອງທັບບົກຂອງໄທ ນາຍພົນ Prayuth Chan-Ocha ກ່າວໃນວັນພຸດມື້ນີ້ວ່າ
ທະຫານຂອງທ່ານຈະ “ບໍ່ນໍາພາປະເທດຊາດເຂົ້າໄປສູ່ຄວາມຮຸນແຮງ.” ແຕ່ທ່ານກໍໄດ້ເຕືອນ
ວ່າ ຖ້າຫາກສະຖານະການຕົກຢູ່ໃນສະພາບທີ່ແກ້ໄຂກັນບໍ່ໄດ້ແລ້ວ “ທະຫານຈຶ່ງຈະຕ້ອງໄດ້
ກ້າວເຂົ້າໄປ ເພື່ອແກ້ໄຂສະຖານະການ.”

ການປະທ້ວງ ຢູ່ ບາງກອກ
2/10
Anti-government protesters remove letters from the exterior of the Royal Thai police headquarters during a rally in Bangkok, Jan. 22, 2014.
ເບິ່ງຕື່ມອີກ
Show less
3/10
Anti-government protesters break the gate of the police headquarters during a rally in Bangkok, Jan. 22, 2014.
ເບິ່ງຕື່ມອີກ
Show less
4/10
Anti-government protesters wave flags as they march through Bangkok's financial district, Jan. 21, 2014.
ເບິ່ງຕື່ມອີກ
Show less
5/10
Anti-government protesters block the main gate of the Ministry of Natural Resources during a rally in Bangkok, Jan. 21, 2014.
ເບິ່ງຕື່ມອີກ
Show less
6/10
An anti-government protester holds a placard and chants slogans during a rally at Victory Monument intersection in Bangkok, Jan. 21, 2014.
ເບິ່ງຕື່ມອີກ
Show less
7/10
Medical workers display placards in support of an anti-government march in Bangkok, Jan. 20, 2014.
ເບິ່ງຕື່ມອີກ
Show less
8/10
Police officers investigate the scene where an explosion took place near a camp of anti-government protesters at the Victory Monument in Bangkok, Jan. 19, 2014.
ເບິ່ງຕື່ມອີກ
Show less
Previous slide
Next slide