ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີປະຕິກິຍາ ຫຼວງຫຼາຍ ຕໍ່ ການເຖິງແກ່ ອະສັນຍະກຳ ຂອງ ທ. ຈອຣ໌ຈ ເອຈ ດັບໂບຢູ ບຸຊ


ທ່ານ ຈອຣ໌ຈ ເອຈ ດັບໂບຢູ ບຸຊ, ຜູ້ທີ່ຫາກໍຖືກເລືອກໃໝ່ ໃຫ້ເປັນເອກອັກຄະລັດຖະທູດ ສະຫະລັດ ປະຈຳ ອົງການສະຫະປະຊາຊາດ, ວັນທີ 18 ທັນວາ 1970.
ທ່ານ ຈອຣ໌ຈ ເອຈ ດັບໂບຢູ ບຸຊ, ຜູ້ທີ່ຫາກໍຖືກເລືອກໃໝ່ ໃຫ້ເປັນເອກອັກຄະລັດຖະທູດ ສະຫະລັດ ປະຈຳ ອົງການສະຫະປະຊາຊາດ, ວັນທີ 18 ທັນວາ 1970.

ອະດີດປະທານາທິບໍດີ ຈອຣ໌ຈ ດັບໂບຢູ ບຸຊ ໄດ້ກ່າວໃນຖະແຫລງການ ຫຼັງຈາກມີ
ການປະກາດ ພໍ່ຂອງທ່ານໄດ້​ເຖິງ​ແກ່​ອະ​ສັນ​ຍະ​ກຳ ວ່າ “ທ່ານ ຈອຣຈ໌ ເອຈ ດັບໂບຢູ
ບຸຊ ເປັນຄົນທີ່ມີ​ບຸກ​ຄະ​ລິກລັກສະນະສູງສຸດ ແລະ ເປັນພໍ່ທີ່ດີທີ່ສຸດສຳລັບ ລູກຊາຍ
ຫຼື ລູກສາວ ທີ່ຢາກຈະມີ.”

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ພັນລະຍາ ທ່ານນາງ ເມລາເນຍ
ໄດ້ຍົກຍ້ອງ ຄວາມສາມາດ ຂອງປະທານາທິບໍດີ ຄົນທີ 41 ໃນການດຶງດູດຈິດໃຈ
“ໃຫ້​ເພື່ອນ​ຮ່ວມ​ຊາດຊາວອາເມຣິກັນຫຼາຍໆລຸ້ນ ເຂົ້າມາຮັບໃຊ້ວຽກ​ງານ​ລັດ​ຖະ​ບານ
ໃນຄຳເວົ້າຂອງທ່ານວ່າ ໃຫ້ເປັນ ‘ຈຸດປະກາຍຂອງແສງໄຟຫຼາຍ​ພັນ​ຈຸດ’ ທີ່ສ່ອງແສງ
ແຈ້ງສະຫວ່າງ ຂອງຄວາມຍິ່ງໃຫຍ່ ຄວາມຫວັງ ແລະ ໂອກາດຂອງອາເມຣິກາ
ຕໍ່ໂລກ.”

ທ່ານ ທຣຳ ໄດ້ກ່າວຕື່ມວ່າ “ພ້ອມກັນກັບ ຊີວິດຂອງການຮັບໃຊ້ຊາດຢ່າງເຕັມສ່ວນ
ຂອງທ່ານແລ້ວ ພວກເຮົາຈະຈົດຈຳອະດີດ ປະທານາທິບໍດີ ບຸຊ ໃນການອຸທິດຕົນ
ຕໍ່ຄອບຄົວຂອງທ່ານ ໂດຍສະເພາະ ຄູ່ຮັກໃນຊີວິດຂອງທ່ານ ກໍຄືທ່ານ ນາງ
ບາຣບາຣາ.”

ອະດີດປະທານາທິບໍດີ ບາຣັກ ໂອບາມາ ແລະ ພັນລະຍາຂອງທ່ານ ທ່ານນາງ ມິແຊລ໌ລ
ໄດ້ອອກຖະແຫລງການຮ່ວມ ທີ່ກ່າວວ່າ “ຊີວິດຂອງທ່ານບຸຊ ແມ່ນ ເປັນຫຼັກຖານເຮັດ
ໃຫ້ມີແນວຄິດວ່າ ການຮັບໃຊ້ປະ​ເທດ​ຊາດ ເປັນຄຸນນະທຳສູງ ເປັນການຮຽກຮ້ອງ
ຈາກໃຈທີ່ເປັນສຸກ.”

ຄອບຄົວ​ທ່ານໂອບາມາ ໄດ້ຫວນຄຶດເຖິງ ເມື່ອທ່ານບຸຊ ໃນຄັ້ງນຶ່ງ ໄດ້ກ່າວວ່າ ທ່ານມີ
ຄວາມດີອົກດີໃຈ ທີ່ເປັນຄົນນຶ່ງ ໄດ້ສ້າງຕັ້ງ ອົງການບໍ່ຫວັງຜົນກຳໄລ YMCA ຢູ່ໃນ
ເມືອງ ມິດແລນ ລັດເທັກຊັສ ໃນປີ 1952 ຫຼາຍກວ່າສິ່ງໃດໆ ທີ່ ທ່ານໄດ້ເຄີຍເຮັດມາ.
ຄອບຄົວທ່ານໂອບາມາ ໄດ້ເວົ້າວ່າ “ສິ່ງທີ່ສະແດງໃຫ້ເຫັນ ເຖິງຄຸນລັກສະນະ ທີ່
ເຮັດໃຫ້ປະເທດນີ້ຍິ່ງໃຫຍ່.”

ສ່ວນທ່ານບີລ ແລະ ທ່ານ​ນາງຮີລລາຣີ ຄຣິນຕັນ ອະດີດປະທານາທິບໍດີ ແລະ
ລັດຖະມົນຕີ ວ່າການຕ່າງປະເທດ​ສະ​ຫະ​ລັດ ໄດ້ກ່າວກ່າວວ່າ “ຊາວອາເມຣິກັນ
ສ່ວນນ້ອຍ ທີ່ຈະສາມາດເຮັດໄດ້ ຫຼື ຈະເປັນໄດ້ ເທົ່າກັບປະຫວັດການຮັບໃຊ້
ປະເທດຊາດ ຂອງປະທານາທິບໍດີ ບຸຊ ແລະ ຄວາມພໍອົກພໍໃຈທີ່ໄດ້ຮັບໃນທຸກໆ
ວັນ.”
ທ່ານທັງສອງ ໄດ້ໃຫ້ຂໍ້ສັງເກດເຖິງ ການຮັບລາດຊະການ ເປັນທະຫານ ໃນ
ສົງຄາມໂລກຄັ້ງທີ 2 ຂອງທ່ານ ບຸຊ ຈົນເຖິງ “ວຽກງານຂອງທ່ານໃນລັດຖະສະພາ
ໃນອົງການສະຫະປະຊາຊາດ ໃນຈີນ ໃນອົງການສືບລັບ CIA ໃນ ການເປັນຮອງ
ປະທານາທິບໍດີ ບ່ອນທີ່ທ່ານ ໄດ້ເຮັດວຽກເພື່ອ​ເຮັດ​ໃຫ້ໂລກ ໃນຍຸກຫຼັງສົງເຢັນ
ກ້າວໄປສູ່ການເປັນ ເອກກະພາບ ສັນຕິພາບ ແລະເສລີພາບ ຫຼາຍຂຶ້ນກວ່າເກົ່າ.”

ທ່ານ ເຈມສ໌ ເບກເກີ ອະດີດລັດຖະມົນຕີວ່າການຕ່າງປະເທດຂອງທ່ານ ບຸຊ ໄດ້ກ່າວ
ວ່າ ໃນແຕ່ລະຕຳແໜ່ງທີ່ທ່ານບຸຊ ໄດ້​ເຂົ້າດຳລົງ​ນັ້ນ ທ່ານ “ໄດ້ນຳ ພາດ້ວຍຄວາມເຂັ້ມ
ແຂງ ຄວາມຊື່ສັດ ຄວາມເມດຕາ ແລະຄວາມ​ຖ່ອມໂຕ ອັນເປັນຄຸນລັກສະນະທີ່ ກຳນົດ
ເຖິງ ຄວາມເປັນບຸກຄົນທີ່ຍິ່ງໃຫຍ່ ແລະເປັນ ຜູ້ນຳທີ່ມີປະສິດທິພາບ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG