ໃນຂະນະທີ່ຄະດີ ໂຣສູ້ກັບເວດ ຊຶ່ງເປັນຄະດີຄວາມທີ່ສຳຄັນຢ່າງຍິ່ງໃນປະຫວັດ ສາດຂອງສະຫະລັດ ກ່ຽວກັບສິດທິຂອງແມ່ຍິງທີ່ສາມາດຕັດສິນໃຈຍຸຕິການຖືພາໂດຍການຮີດລູກອອກ ຫຼືເຮັດແທ້ງລູກ ທີ່ສານສູງສຸດສະຫະລັດໄດ້ຕັດສິນຄະດີ ນີ້ ໃນປີ 1973 ແລະໄດ້ລົງຄວາມເຫັນວ່າ ລັດຖະທຳມະນູນຂອງສະຫະລັດປົກ ປ້ອງສິດເສລີພາບຂອງແມ່ຍິງຜູ້ທີ່ຖືພາ ທີ່ເລືອກຈະທຳການແທ້ງລູກ ໂດຍປາດສະຈາກຂໍ້ຈຳກັດທີ່ຫຼາຍເກີນໄປຂອງລັດຖະບານ. ແຕ່ຍ້ອນມີການຮົ່ວໄຫລອອກມາຂອງຮ່າງບົດຄວາມເຫັນ ຂອງຜູ້ພິພາກສາສານສູງສຸດ ທ່ານແຊມມີລ ອາລີໂຕ ທີ່ສະແດງໃຫ້ເຫັນວ່າ ສານສູງສຸດສະຫະລັດ ຈະຕ່າວປີ້ນຄຳຕັດສິນຄະດີດັ່ງກ່າວ ຊຶ່ງປົກປ້ອງສິດໃນການເຮັດແທ້ງລູກຂອງແມ່ຍິງໃນທົ່ວປະເທດ ດັ່ງທີ່ວີໂອເອລາວໄດ້ລາຍງານໄປເມື່ອວັນທີ 10 ພຶດສະພາຜ່ານມາ.
ວີໂອເອລາວ ສຳພາດແມ່ຍິງລາວ ອາເມຣິກັນອີກທ່ານນຶ່ງ ທີ່ອາໄສຢູ່ໃນນະຄອນ ພອດແລນ ລັດອໍເຣກອນ ກ່ຽວກັບທັດສະນະຄະຕິຂອງເພິ່ນ ຕໍ່ສະຖານະການນີ້ ຊຶ່ງຍານາງມາລີ ຈັນທິຄູນ ກ່າວເປັນພາສາອັງກິດວ່າ:
“ນຶ່ງ ຂ້ອຍຄຶດວ່າ ມັນໜ້າໂສກເສົ້າທີ່ພວກເຂົາຈະຕ່າວປີນມັນ ໃນເມື່ອມັນກໍໄດ້ຖືກຕັດສິນໄປແລ້ວ ແລະຕໍ່ຈາກນັ້ນ ເປັນຫຍັງໃນອະນາຄົດ ຂ້ອຍໝາຍຄວາມວ່າ ມັນເປັນທັດສະນະຄະຕິຂອງຊາຍຜູ້ເຖົ້າຄົນນຶ່ງທີ່ອານຸລັກນິຍົມ ຂ້ອຍບໍ່ເຫັນດີນຳ ແລະມັນເປັນການເສຍເວລາຊື່ໆ ເພາະວ່າ ມັນເປັນພຽງບົດຂຽນຂອງຄວາມເຫັນເທົ່ານັ້ນ ຊຶ່ງມັນກໍບໍ່ໝາຍຄວາມວ່າ ຈະຖືກຕ່າວປີ້ນ ຈະມີການອອກມາຕໍ່ຕ້ານຢ່າງຫຼວງຫຼາຍຂອງມະຫາຊົນ ຂ້ອຍສະໜັບສະໜຸນສິດໃນການເລືອກ ເຈົ້າສາມາດເລືອກທີ່ຈະແທ້ງລູກ ຫຼືເຈົ້າສາມາດເລືອກທີ່ຖືພາ ແຕ່ມັນເປັນສິດຂອງເຈົ້າເອງ ແລ້ວເປັນຫຍັງຜູ້ໃດຜູ້ນຶ່ງມີສິດມາບອກໃຫ້ເຫັດນັ້ນນີ້ ຕໍ່ຮ່າງກາຍຂອງເຈົ້າ ອັນນີ້ແມ່ນຄວາມເຫັນຂອງຂ້ອຍ ຂ້ອຍຕໍ່ຕ້ານຢ່າງເຕັມສ່ວນຕໍ່ການຕ່າວປີ້ນ ຂ້ອຍເຫັນດີນຳຄະດີໂຣສູ້ກັບເວດ.”
ຝ່າຍທີ່ສະໜັບສະໜຸນຊີວິດຂອງທາລົກ ແລະຝ່າຍທີ່ສະໜັບສະໜຸນສິດໃນການເຮັດແທ້ງລູກ ກໍພາກັນອອກມາເຄື່ອນໄຫວຢູ່ຕໍ່ໜ້າຕຶກສານສູງສຸດສະຫະລັດ ໃນນະຄອນຫຼວງວໍຊິງຕັນ ເກືອບວ່າ ທຸກໆວັນ.