ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Ray Charles - ​America The Beautiful


Ray Charles
Ray Charles


ເພງ​ທີ່​ຫາ​ກໍ​ຈົບ​ລົງ​ໄປ​ນັ້ນ ​ເປັນ​ເພງ​ທີ່​ມີ​ຄວາມ​ໝາ​ຍດີທີ່​ໄດ້​ອະ​ທິບາຍ​ເຖິງ​ຄວາມ​ງົດ​ງາມ​ຂອງ​
ປະ​ເທດ​ສະຫະລັດ​ອາ​ເມຣິກາ ທີ່​ໄດ້ນັກ​ຮ້ອງ​ຜິວ​ຄໍ້າ Ray Charles ນໍາມາ​ຂັບ​ຮ້ອງ​ເພື່ອ​ສ້າງ
​ສີສັນ​ປະດັບ​ວົງ​ການ​ເພງໃຫ້​ສົມ​ກັບວ່າ​ ສະຫະລັດ​ອາ​ເມຣິກາເປັນ​ປະ​ເທດ​ທີ່​ປະສົມ​ປະສານ
ດ້ວຍ​ຫຼາກ​ຫຼາຍ​ຊົນ​ຊາດ​ຊົນ​ເຜົ່າທີ່​ແປ​ມາ​ຈາກ​ພາສາ​ອັງກິດຂອງ​ຄໍາວ່າ “Melting Pot” ​
ເພງ​ນີ້​ຖືກ​ໃຈ​ທຸກໆ​ທ່ານ​ຢ່າງ​ແນ່​ນອນ.​ ​ໃນ​ຊ່ວງ​ວັນ​ພະຫັດ​ຜ່ານ​ມາ​ນີ້ ຊາວ​ອະ​ເມຣິກັນ​ຕ່າງ​ກໍ
​ໃຫ້​ຄວາມ​ສໍາຄັນ​ໃນ​ວັນ​ຢຸດ​ລັດຖະ​ການ​ມື້​ນັ້ນ ​ຊຶ່ງ​ກໍ​ໄດ້​ມີ​ການສະ​ເຫຼີ​ມສະຫຼອງກັນ​ຢ່າງ​ກ້ວາງ
​ຂວາງ ຊຶ່ງຕາມ​ປະ​ເພນີ​ແລ້ວ ຈະ​ມີ​ການ​ຈັດ​ງານ​ສວນສະໜາມ​ແລະ​ຂະ​ບວນແຫ່ຕ່າງໆ
ກິນ​ເຂົ້າ​ສາມັກ​ຄີຮ່ວມກັບ​ຄອບຄົວ ຍາດ​ມິດ​ ເພື່ອ​ນຝູງຫຼິ້ນ​ກິລາ ງານ​ສະ​ແດງ​ດົນຕີ ​
ແລະກໍປິດ​ທ້າຍ​ດ້ວຍ​ການຈູດ​ບັ້ງ​ໄຟ​ດອກ ສະຫວ່າງ​ສະ​ໄຫວ.

ການ​ຕົກ​ແຕ່ງ​ເອ້ຍ້ອງ​ນັ້ນ ​ກໍ​ຈະ​ຈັດໃຫ້​ເຂົ້າ​ກັບ​ບັນຍາກາດ​ຕາມ ສີທຸງຊາດ​ອາ​ເມຣິກາ​ຄື:
​ແດງ ຂາວ ​ແລະ ຟ້າ. ບັດ​ນີ້ ກັບ​ມາ​ຟັງ​ເພງ I Love America” ທີ່​ຂັບ​ຮ້ອງ​ໂດຍ
The O'Jays ຊຶ່ງ​ເປັນ​ເພງ​ທີ່​ອະ​ທິບາຍ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຜູ້​ຄົນ ​ທີ່​ເປັນ​ຊາວ​ອາເມຣິ
ກັນ ມີ​ຕໍ່ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ​ອາ​ໄສ​ຢູ່. ​

ເພງ:I Love America” ໂດຍ The O'Jays ​

ຂໍ​ສົ່ງ​ຄວາມສຸກ​ແລະ​ຄວາມ​ຂອບ​ໃຈມອບ​ແດ່​ທ່ານ​ຜູ້​ຟັງ​ທຸກໆ​ທ່ານທີ່​ຕິດຕາມ​ຮັບ​ຟັງ VOA
​ແລະ​ຂໍ​ໃຫ້​ທຸກໆ​ທ່ານ ຮ່ວມມ່ວນ​ຊື່ນກັບ​ເພ​ງຕໍ່​ໄປ​ນີ້ ​ແລະ​ສະຫຼອງ​ວັນ​ເອກະລາດຂອງ
ອາ​ເມຣິກາ
ຮ່ວມ​ກັນ ​ເປັນ​ເພງທີ່ Lee Greenwood ຂັບຮ້ອງໄວ້ ​ແລະ​ກໍ​ມ່ວນຈັບໃຈ​ແລະປະ​ທັບ​ໃຈ​
ໃນ​ຄວາມ​ໝາຍ​ຂອງ​ເນື້ອ​ເພງ ​ໃນ​ບົດ​ເພງ God Bless The U.S.A.

XS
SM
MD
LG