ພວກນັກສຶກສາ ໃນນະຄອນຢ່າງກຸ້ງ ຍັງພາກັນປະທ້ວງເປັນມື້
ທີສອງ ຕໍ່ຕ້ານກົດໝາຍໃໝ່ ກ່ຽວກັບການສຶກສາ ຂອງມຽນມາ.
ບັນດາກຸ່ມສັງຄົມພົນລະເມຶືອງ ກ່າວວ່າ ມາດຕະການດັ່ງກ່າວ
ນີ້ ອະນຸຍາດໃຫ້ທາງສູນກາງ ເປັນຜູ້ຄວບຄຸມ ມະຫາວິທະຍາ
ໄລຕ່າງໆ ແລະຫຼຸດຜ່ອນການດຳເນີນຄວາມພະຍາຍາມເພື່ອ
ໃຫ້ສະຖາບັນການສຶກສາຊັ້ນສູງຕ່າງໆຂອງມຽນມາ ເປັນອິດ
ສະຫຼະ ຄວບຄຸມຕົນເອງຫຼາຍຂຶ້ນນັ້ນ.
ຫລາຍຮ້ອຍຄົນ ໄດ້ພາກັນເດີນຂະບວນປະທ້ວງ ໃນວັນສຸກ
ວານນນີ້ ໃນຂະນະທີ່ ປະທານາທິບໍດີສະຫະລັດ ທ່ານ Barack Obama ຢ້ຽມຢາມມຽນ
ມາ.
ໃນວັນເສົາມື້ນີ້ ເຂົາເຈົ້າພາກັນເດີນຂະບວນ ໄປຍັງມະຫາວິທະຍາໄລຢ່າງກຸ້ງ ທີ່ຖືກປິດຢູ່
ແລະເຂົາເຈົ້າພາກັນປີນຂ້າມຮົ້ວເຂົ້າໄປ ເວລາພວກເຈົ້າໜ້າທີ່ບໍ່ເປີດປະຕູໃຫ້ເຂົາເຈົ້າ.
ພວກນັກສຶກສາ ພາກັນຮ້ອງໂຮວ່າ “ຈັບພວກເຮົາ” ໃນຂະນະທີ່ເຂົາເຈົ້າສືບຕໍ່ການປະ ທ້ວງຢູ່ທີ່ຕຶກ ສູນກາງສະຫະພັນນັກສຶກສາຂອງມະຫາວິທະຍາໄລ ທີ່ໄດ້ຖືກທຳລາຍໂດຍ
ພວກທະຫານ ເມື່ອ 26 ປີກ່ອນ.
ພວກນັກສຶກສາພາກັນກົ້ມຫົວຄຳນັບ ໄວ້ອາໄລແກ່ພວກປະທ້ວງລຸ້ນກ່ອນໆທີ່ໄດ້ຖືກສັງ
ຫານໂດຍກຳລັງອານານິຄົມຂອງອັງກິດ ແລະລະບອບປົກຄອງທະຫານຂອງມຽນມາ.
ພວກນັກສຶກສາພາກັນໜີອອກຈາກມະຫາວິທະຍາໄລຢ່າງສະຫງົບ ແຕ່ໄດ້ກ່າວວ່າ ການ
ປະທ້ວງຍັງຈະດຳເນີນຢູ່່ອີກຕໍ່ໄປ.
ການປະທ້ວງ ເພື່ອໃຫ້ມີປະຊາທິປະໄຕ ໃນດ້ານການສຶກສາ ມີຂື້ນຢູ່ທີ່ ມະຫາວິທະຍາໄລ ດຽວກັນ ກັບບ່ອນທີ່ທ່ານ Obama ໄດ້ພົບກັບພວກນັກສຶກສາ ພຽງແຕ່ມື້ນຶ່ງກ່ອນນັ້ນ.