ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີການ​ປະ​ທ້ວງ​ຕໍ່​ຕ້ານ​​ທ່ານ ສີ ຈິ້ນ​ຜິງທີ່ບໍ່​ຄ່ອຍ​ຈະ​ເກີດ​ຂຶ້ນ ຢູ່ ໃນ​ປັກ​ກິ່ງ ຂະ​ນະ​ທີ່​ຈີນ​ກຳ​ລັງ​ຈະ​ຈັດ​ກອງ​ປະ​ຊຸມ​ໃຫຍ່ຂອງ​ພັກ


ຜູ້​ເຝົ້າ​ຕິດ​ຕາ​ມ​ທາງ​ອິນ​ເຕີ​ແນັດ​ໄດ້​ລຶບ​​ພາບໃນ​ສື່​ສັງ​ຄົມ​ອອນ​ລາຍຢ່າງ​ໄວ​ວາ​ ຫລ​ັງຈາກ​ມີ​ລາຍ​ງານ​ວ່າ ມີ​ຄົນ​ເອົາ​ປ້າຍ​ຕຳ​ໜິ​ການ​ນຳ​ພາ​ຂອງ​ພັກຄອມ​ມີວ​ນິ​ສ ​​ໄປ​ຕິດ​ໄວ້​ເທິງຂົວ​​ທີ່​ມີ​ຄົນ​ສັນ​ຈອນ​ໄປ​ມາ​ຢ່າງ​ໜາ​ແໜ້ນຢູ່ທາງກ້ອງ ໃນນະ​ຄອນ​ຫລວງ​ປັກ​ກິ່ງ, 13 ຕຸ​ລາ, 2022.
ຜູ້​ເຝົ້າ​ຕິດ​ຕາ​ມ​ທາງ​ອິນ​ເຕີ​ແນັດ​ໄດ້​ລຶບ​​ພາບໃນ​ສື່​ສັງ​ຄົມ​ອອນ​ລາຍຢ່າງ​ໄວ​ວາ​ ຫລ​ັງຈາກ​ມີ​ລາຍ​ງານ​ວ່າ ມີ​ຄົນ​ເອົາ​ປ້າຍ​ຕຳ​ໜິ​ການ​ນຳ​ພາ​ຂອງ​ພັກຄອມ​ມີວ​ນິ​ສ ​​ໄປ​ຕິດ​ໄວ້​ເທິງຂົວ​​ທີ່​ມີ​ຄົນ​ສັນ​ຈອນ​ໄປ​ມາ​ຢ່າງ​ໜາ​ແໜ້ນຢູ່ທາງກ້ອງ ໃນນະ​ຄອນ​ຫລວງ​ປັກ​ກິ່ງ, 13 ຕຸ​ລາ, 2022.

ພັກ​ຄອມ​ມູນິສ​ຈີນ​ກຳ​ລັງຈະ​ຈັດ​ກອງ​ປະຊຸມ​ທາງ​ການ​ເມືອງ​ທີ່​ສຳຄັນ​ ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ອາທິດຈະ​ມານີ້ ຊຶ່ງ​ບໍ່​ມີ​ຄວາມສົງ​ໄສ​ຫຍັງ​ຫລາຍ ວ່າ​ທ່ານສີ ຈິ້ນ​ຜິງ, ຜູ້ນຳ​ປະ​ເທດ​ຈະ​ໄດ້​ຮັບ​ການ​ຢືນຢັນ​ເປັນ​ເລຂາທິການ​ໃຫຍ່​ຂອງ​ພັກ​ເປັນ​ສະ​ໄໝ​ທີ 3 ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ ຫລືບໍ່.

​ດັ່ງ​ທີ່​ໄດ້​ເຮັດຢ່າງເປັນປົກກະຕິ​ສຳ​ລັບ​ກອງ​ປະຊຸມ​ຂອງ​ການ​ນຳພາ​ທີ່​ຈັດ​ຂຶ້ນ​ສອງຄັ້ງໃນ​ຮອບ​ທົດ​ສະ​ວັດນຶ່ງ​ອັນ​ນີ້ ອຳນາດ​ການ​ປົກຄອງ​ນະຄອນຫຼວງ​ປັກ​ກິ່ງ ກໍ​ໄດ້​ເພີ່ມ​ທະວີ​ການ​ຮັກສາ​ຄວາມ​ປອດ​ໄພ, ປິດ​ຖະໜົນ​ຫົນທາງ ​ແລະ​ເພີ່ມ​ທະວີ​ການ​ລາດຕະ​ເວນ​ເພື່ອ​ຮັບປະກັນ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ດຳ​ເນີນ​ໄປ​ດ້ວຍ​ດີ.

​ແຕ່​ສິ່ງນັ້ນບໍ່​ໄດ້​ລະ​ງັບ​ຊາວ​ຈີນ​ບາງ​ຄົນ​ໃຫ້​ເຊົາປາກ​ເຊົາ​ເວົ້າ​ອອກ​ມາເລີຍ, ຊຶ່ງ​ເປັນ​ການສ່ຽງ​ຕໍ່​ການຖືກ​ຕັດສິນ​ໂທດ​ຈຳ​ຄຸກ​ທີ່​ຍາວ​ນານ.

​ໃນ​ວັນ​ພະຫັດ​ວານ​ນີ້, ຜູ້​ຄົນ​ໄດ້​ແຂວນ​ປ້າຍ​ໂຄສະນາ​ສີຂາວ​ຂະໜາດ​ໃຫຍ່​ທີ່​ມີ​ຕົວ​ໜັງສື​ສີ​ແດງ ​ຢູ່​ເທິງ​ຂົວ​ຂ້າມ​ທາງ​ ໃນ​ເມືອງໄຫ​ດຽນ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປັກ​ກິ່ງ. ປ້າຍໂຄສະນານັ້ນ ​ຂຽນວ່າ ທ່ານສີເປັນ "ຜູ້ຜະ​ເດັດ​ການ" ແລະຮຽກຮ້ອງໃຫ້ນັກ​ສຶກ​ສາ ແລະຄົນງານພາ​ກັນປະທ້ວງ. ປ້າຍໂຄສະນາອື່ນໆ ແມ່ນປະທ້ວງນະໂຍບາຍສູນ​ກໍ​ລະ​ນີໂຄວິດ​ ຫລື zero-COVID ທີ່ເຂັ້ມງວດຂອງຈີນ.

ນອກຈາກປ້າຍໂຄສະນາແລ້ວ, ຍັງມີຄວັນໄຟລຸກຂຶ້ນຈາກກອງໄຟນ້ອຍກອງ​ນຶ່ງ, ຊຶ່ງປາກົດວ່າຖືກ​ດັງ​ໃຫ້​ລຸກ​ຂຶ້ນ ​ໂດຍ​ຜູ້​ທີ່ແຂວນປ້າຍໂຄສະນາເພື່ອດຶງດູດຄວາມສົນໃຈຂອງ​ຄົນໃຫ້ຫຼາຍຂຶ້ນ ຕໍ່ຂໍ້ຄວາມຂອງເຂົາເຈົ້າ. ຮູບພາບທີ່​ໄດ້​ນຳ​ອອກ​ໄປ​ເຜີຍ​ແຜ່ທາງອອນໄລນ໌ໄດ້ຖືກປິດລົງ​ຢ່າງວ່ອງໄວ ໃນປະເທດຈີນ. ກຸ່ມສົນທະນາ ສ່ວນຕົວເອົາວິດີໂອ ແລະຮູບພາບລົງ​ເຜີຍ​ແຜ່ໃຫ້​ຄົນ​ຮູ້ ຢູ່ໃນສື່ສັງຄົມ WeChat ຂອງຈີນນັ້ນໄດ້ຖືກປິດລົງ, ແຕ່ເນື້ອໃນ​ຂອງຂໍ້​ຄວາມດັ່ງກ່າວຍັງສືບຕໍ່ຖືກແບ່ງປັນ ແລະເຜີຍແຜ່ໃນທວີດ​ເຕີ ທີ່ຖືກປິດໄວ້ຢູ່ໃນປະເທດຈີນ.

ວິ​ດີ​ໂອ​ທີ່​ຖ່າຍ​ຈາກ​ບ່ອນ​ສູງເພື່ອເອົາ​ພາບເຫດການ​ຢູ່​ເທິງ​ຂົວ​ຂ້າມ​ຕົວ​ເມືອງທີ່ນຳມາ​ເຜີຍ​ແຜ່ໂດຍ​ຜູ້​ສື່​ຂ່າວ​ເຂດເອ​ເຊຍ​ຕາ​ເວັນ​ອອກຂອງອົງ​ການກະຈາຍສຽງ​ອອ​ສ​ເຕຣເລຍ, ທ່ານ​ ​ບີ​ລ ເບີດ​ເທິ​ລ​ສ໌ (Bill Birtles) ຢູ່​ໃນ​ທວີດ​ເຕີ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຕຳຫຼວດ​ແລ່ນ​ເຂົ້າ​ໄປ​ເພື່ອຈະ​ເອົາ​ປ້າຍ​ໂຄສະນານັ້ນ​ລົງ ​ແລະລົດ​ດັບ​ເພີງ​ກໍມາເຖິງເພື່ອຈະ​ດັບ​ໄຟ.

ໃນການ​ຂຽນ​ຂໍ້​ຄວາມ​ລົງຂອງລາວນັ້ນ, ເບີດ​ເທິ​ລ​ສ໌ (Birtles) ກ່າວວ່າ: "ການປະທ້ວງຂະຫນາດນ້ອຍເຊັ່ນນີ້ ຖ້າຢູ່ບ່ອນອື່ນຈະບໍ່ກຸ້ມ​ຄ່າ ທີ່​ຈະ​ໃຫ້​ຄວາມ​ສົນ​ໃຈຫຼາຍ ແຕ່ວ່າ​ຢູ່ໃນປັກກິ່ງ ແມ່ນບໍ່​ເປັນ​ເຊັ່ນ​ນັ້ນ... "

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG