ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮູບພະເຍຊູ ຂອງ ນັກສິນລະປິນ ລີໂອນາໂດ ດາ ວິນຊີ ຂາຍກັນ ໃນລາຄາ 450 ລ້ານໂດລາ


ຜູ້ຢ້ຽມຢາມສະຖານທີ່ປະມູນ ຄຣິສຕີສ ລຽນແຖວລໍຖ້າຢູ່ທາງນອກ ເພື່ອຊົມຮູບ "ຊາວວາຕໍ ມຸນດີິ" ຂອງທ່ານ ລີໂອນາໂດ ດາ ວິນຊີ, ນະຄອນ ນິວຢອກ. 14 ພະຈິກ, 2017.
ຜູ້ຢ້ຽມຢາມສະຖານທີ່ປະມູນ ຄຣິສຕີສ ລຽນແຖວລໍຖ້າຢູ່ທາງນອກ ເພື່ອຊົມຮູບ "ຊາວວາຕໍ ມຸນດີິ" ຂອງທ່ານ ລີໂອນາໂດ ດາ ວິນຊີ, ນະຄອນ ນິວຢອກ. 14 ພະຈິກ, 2017.

ຮູບພາບຜົນງານອັນສຸດຍອດທີ່ມີອາຍຸ 500 ປີ ແຕ້ມໂດຍທ່ານ ລີໂອນາໂດ ດາ ວິນຊີ
ທີ່ຄັ້ງນຶ່ງເຄີຍຖືກຂາຍພຽງ 60 ໂດລາເທົ່ານັ້ນ ໃນວັນພຸດວານນີ້ ໄດ້ທຳລາຍສະຖິຕິ
ໂລກ ໃນງານປະມູນສິລະປະ.

ຮູບພາບ "ຊາວວາຕໍ ມຸນດີິ" ເຊິ່ງພັນລະນາໃຫ້ເຫັນພະເຍຊູ ຍົກມືຂອງເພິ່ນໃນການໃຫ້
ພອນ, ໄດ້ຖືກຂາຍເປັນເງິນ 450 ລ້ານໂດລາ ຢູ່ສະຖານທີ່ປະມູນ ຄຣິສຕີສ ໃນນະ
ຄອນ ນິວຢອກ.

ຜູ້ຊື້ທີ່ ບໍ່ໄດ້ຖືກເປີດເຜີຍຕົນເອງ, ໄດ້ທຳການປະມູນທາງໂທລະສັບ, ເຮັດໃຫ້ຜູ້ຊົມ
ເພີ່ມລາຄາກັນສູງຂຶ້ນແລະ ສູງຂຶ້ນເລື້ອຍໆ.

ຜູ້ຂາຍແມ່ນເສດຖີພັນລ້ານຊາວ ຣັດເຊຍ ທ່ານ ດີມິທຣີ ຣີໂອຣັອຟເຣັຟ. ມີຮູບພາບ
ຂອງທ່ານ ດາ ວິນຊີ ພຽງ 20 ອັນທີ່ຮູ້ວ່າຍັງເຫຼືອຢູ່ ແລະ ຮູບ "ຊາວວາຕໍ ມຸນດີິ" ແມ່ນ
ພຽງຮູບດຽວ ທີ່ຢູ່ໃນມືຂອງເອກະຊົນ. ຮູບອື່ນໆແມ່ນຢູ່ໃນຫໍພິພິຕະພັນ ຫຼື ພາກສ່ວນ
ຂອງການສະສົມສາທະລະນະຂະໜາດໃຫຍ່.

ຜູ້ຊ່ຽວຊານດ້ານສິລະປະເຊື່ອວ່າ ທ່ານ ດາ ວິນຊີ ແຕ້ມພາບ "ຊາວວາຕໍ ມຸນດີິ" ໃນ
ປະມານປີ 1500. ຄັ້ງນຶ່ງມັນເຄີຍເປັນເຈົ້າຂອງໂດຍເຈົ້າຊີວິດ ຊາລສ໌ ທີ 1 ຂອງປະ
ເທດ ອັງກິດ. ມັນໄດ້ຫາຍຕົວໄປ, ແລ້ວປາກົດອອກມາອີກຄັ້ງ, ແລະ ໃນຄັ້ງນຶ່ງ, ໄດ້
ຖືກຊື້ໃນລາຄາພຽງແຕ່ 60 ໂດລາເທົ່ານັ້ນ ໂດຍນັກສະສົມຜູ້ທີ່ເຂົ້າໃຈຜິດວ່າມັນບໍ່
ແມ່ນຂອງແທ້.

ມັນໃຊ້ເວລາຫຼາຍກວ່າ 50 ປີສຳລັບຜູ້ຊ່ຽວຊານດ້ານສິລະປະທຳການຟື້ນຟູຮູບດັ່ງ
ກ່າວຄືນ ແລະ ພິສູດວ່າມັນແມ່ນຮູບພາບຂອງແທ້ ຂອງທ່ານ ດາ ວິນຊີ, ເຖິງແມ່ນວ່າ
ຄົນອື່ນໆຍັງຄົງສົງໄສຢູ່ວ່າ ມັນແມ່ນຂອງແທ້ ຫຼືບໍ່.

ຈົນຮອດວັນພຸດວານນີ້, ລາຄາທີ່ສູງທີ່ສຸດສຳລັບຮູບແຕ້ມທີ່ງານປະມູນແມ່ນ 179
ລ້ານໂດລາ ສຳລັບຮູບພາບ ແມ່ຍິງແຫ່ງປະເທດ ອາລຈີເຣຍ ຫຼື “The Women of
Algiers” ຂອງທ່ານ ພາໂບລ ປີຄາສໂຊ ໃນປີ 2015.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG