ມີຮູບຂອງພວກນັກໂທດທີ່ຖືກໂທດປະຫານຊີວິດ ໃນສູນທໍ
ລະມານທີ່ມີຊື່ສຽງບໍ່ດີຂອງຂະເໝນແດງເມື່ອ 4 ທົດສະວັດ
ກ່ອນ ຫລາຍກວ່າ 1 ພັນແຜ່ນ ໄດ້ຖືກນໍາມາສະເໜີຕໍ່ສູນ ເກັບຮັກສາຮູບທາງການຂອງກໍາປູເຈຍແຫ່ງນຶ່ງ.
ຮູບຈໍານວນ 1,426 ແຜ່ນ ໄດ້ຖືກມອບໃຫ້ສູນກາງເກັບກໍາ
ເອກະສານຂອງກໍາປູເຈຍ ໂດຍຄົນທີ່ບໍ່ປະສົງບອກນາມ ໃນ
ເດືອນນີ້. ພວກນັກເກັບຮັກສາເອກະສານ ມີຄວາມປະຫລາດ
ໃຈ ທີ່ໄດ້ເຫັນຮູບພາບເຫລົ່ານີ້ ຊຶ່ງສະແດງໃຫ້ເຫັນລາຍລະ
ອຽດຢ່າງຫລວງຫລາຍ ກ່ຽວກັບພວກນັກໂທດທີ່ຖືກຂັງຢູ່ໃນ
ຄຸກ Tuol Sleng ໃນລະຫວ່າງ ປີ 1975 ຫາ 1979 ທີ່ຢູ່ ພາຍໃຕ້ການປົກຄອງຂອງພວກຫົວຮຸນແຮງຂະເໝນແດງນັ້ນ.
ຫົວໜ້າສູນກາງເກັບກໍາເອກະສານຂອງກໍາປູເຈຍ ທ່ານ Chhang Youk ໄດ້ກ່າວຕໍ່ ວີໂອ
ເອພະແນກພາສາຂະແມວ່າ ຢູ່ທາງຫລັງຂອງຮູບທີ່ມີຂະໜາດເທົ່າກັບໃບປັດສະປອດ ແຕ່ລະໃບນັ້ນ ມີຂໍ້ມູນຂອງນັກໂທດແຕ່ລະຄົນ ຊຶ່ງສ່ວນຫລາຍແມ່ນຂຽນ ໂດຍພວກນັກ ໂທດເອງ. ທ່ານກ່າວວ່າ:
“ອັນນີ້ຈະເປັນສິ່ງສໍາຄັນຢ່າງຍິ່ງ ໃນການຊ່ວຍໃຫ້ສະມາຊິກຄອບຄົວຊອກ ແລະຄົ້ນຫາ
ພວກພີ່ນ້ອງທີ່ເສຍໄປ.” “ໃນຫລາຍໆ ປີມານີ້ ຊາວກໍາປູເຈຍແມ່ນພະຍາຍາມຊອກຫາ
ຄວາມສະຫງົບໃນໃຈ ທີ່ມີຄວາມຊົງຈໍາກ່ຽວກັບຜູ້ທີ່ພວກເຂົາເຈົ້າຮັກ ແລະເປັນຫ່ວງ ທີ່ຢູ່
ໃນຊ່ວງທີ່ຂະເໝນແດງກໍາອໍານາດນັ້ນ ຍັງຫລອກຫລອນໃຈເຂົາເຈົ້າຢູ່ … ເມື່ອເຫັນລາຍ
ມື, ຊື່ ແລະຮູບເຫລົ່ານີ້ ພວກເຂົາເຈົ້າ ຈະໄດ້ໝົດຫ່ວງ ແລະກ້າວໄປຂ້າງໜ້າ ໃນການດໍາ ລົງຊີວິດຂອງເຂົາເຈົ້າ.
ຄຸກ Tuol Sleng ທີ່ພວກຂະເໝນແດງເອີ້ນວ່າ S-21 ນັ້ນ ແມ່ນເປັນສະຖານທີ່ໜ້າສະ ຫຍອງຂວັນ. ໃນຈໍານວນນັກໂທດປະມານ 17 ພັນຄົນ ມີແຕ່ 7 ຄົນເທົ່ານັ້ນທີ່ລອດຊີວິດ ມາໄດ້ ຊຶ່ງໄດ້ເຮັດໃຫ້ຄຸກດັ່ງກ່າວ ກາຍເປັນສະຖານທີ່ຮ້າຍກາດທີ່ສຸດຂອງລະບອບຂະ ເໝນແດງ. ພວກນັກວິເຄາະກ່າວວ່າ ຢ່າງໜ້ອຍມີ 4 ໃບໃນຮູບເຫລົ່ານັ້ນ ເປັນຮູບ ຂອງ
ຄົນອາເມຣິກັນ ທີ່ຖືກກ່າວຫາວ່າເປັນສາຍສືບ. ພວກເຈົ້າໜ້າທີ່ເວົ້າອີກວ່າ 4 ຄົນເຫລົ່ານັ້ນ ຍັງບໍ່ອາດສາມາດບອກຊື່ໄດ້ເທື່ອ ແຕ່ວ່າ ອາດຈະບອກໄດ້ວ່າແມ່ນໃຜແດ່ ໃນອານາຄົດອັນ ໃກ້ນີ້.