ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ວ່າ ຕົນຈັບ ຄົນ​ສັນຊາດ ​ອາ​ເມຣິກາ ຜູ້ນຶ່ງ ທີ່ຕໍ່ສູ້ ໃຫ້ກຸ່ມ​ລັດ​ອິສລາມ


ພາບທີ່ຖ່າຍໃນວັນທີ 22 ກໍລະກົດ, 2017, ສະແດງໃຫ້ເຫັນວ່າ ນັກລົບຊາວອາຣັບ ແລະເຄີດ ກັບ ທະຫານ ຂອງກອງທັບ​ປະຊາທິປະ​ໄຕ​ຊີ​ເຣຍ ຫລື SDF ທີ່ໄດ້ຮັບການໜຸນຫລັງຈາກສະຫະລັດ ຖ່າຍຮູບນໍາກັນ ໃນຂະນະທີ່ພວກເຂົາເຈົ້າ ພາກັນກະກຽມ ເຄື່ອນກໍາລັງໄປແນວໜ້າ ເພື່ອສູ້ລົບກັບພວກຕໍ່ສູ້ຂອງກຸ່ມ ລັດ​ອິສລາມໃນເມືອງ Raqqa ທາງພາກເໜືອຂອງຊີເຣຍ.
ພາບທີ່ຖ່າຍໃນວັນທີ 22 ກໍລະກົດ, 2017, ສະແດງໃຫ້ເຫັນວ່າ ນັກລົບຊາວອາຣັບ ແລະເຄີດ ກັບ ທະຫານ ຂອງກອງທັບ​ປະຊາທິປະ​ໄຕ​ຊີ​ເຣຍ ຫລື SDF ທີ່ໄດ້ຮັບການໜຸນຫລັງຈາກສະຫະລັດ ຖ່າຍຮູບນໍາກັນ ໃນຂະນະທີ່ພວກເຂົາເຈົ້າ ພາກັນກະກຽມ ເຄື່ອນກໍາລັງໄປແນວໜ້າ ເພື່ອສູ້ລົບກັບພວກຕໍ່ສູ້ຂອງກຸ່ມ ລັດ​ອິສລາມໃນເມືອງ Raqqa ທາງພາກເໜືອຂອງຊີເຣຍ.

ຄົນ​ສັນຊາດ​ອາ​ເມຣິກາຜູ້​ນຶ່ງ ​ທີ່​ທໍາ​ການ​ສູ້ລົບ​ໃຫ້​ແກ່​ກຸ່ມ​ລັດ​ອິສລາມ ຫລື IS ຢູ່​ໃນ​ຊີ​ເຣຍນັ້ນ ​ແມ່ນຢູ່​ໃນ​ການ​ຄຸມ​ຂັງ​ຂອງ​ສະຫະລັດ​ແລ້ວ ພາຍຫລັງ​ທີ່​ໄດ້​ຍອມ​ຈໍານົນ​ຕໍ່​ພວກນັກ​ລົບຊາວ​ຊີ​ເຣຍທີ່​ໄດ້ຮັບ​ການໜຸນຫລັງ​ໂດຍ​ກໍາລັງ​ແນວ​ໂຮມ.

ພັນ​ຕີ​ທະຫານມາຣີນ Adrian Rankine-Galloway, ​ໂຄສົກ​ປະ​ຈໍາກະຊວງ​ປ້ອງ​ກັນ​ປະ ເທດ​ກ່າວ​ຕໍ່ VOA ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ "ກອງທັບ​ປະຊາທິປະ​ໄຕ​ຊີ​ເຣຍ ຫລື SDF ​ໄດ້​ນໍາເອົາ​ຄົນ​ສັນຊາດ​ອາ​ເມຣິກາຜູ້​ນີ້ ທີ່​ຍອມ​ຈໍານົນ​ຕໍ່ກອງກຳລັງ SDF ​ໃນ​ຫລື​ປະມານ​ໃນ​ວັນ​ທີ 12 ກັນຍາ​ຜ່າ​ມານີ້ ມອບ​ໃຫ້​ແກ່​ພວກ​ເຮົາ".

ອີງ​ຕາມ​ທ່ານ Rankine-Galloway, ພະນັກງານກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ກັກ​ຂັງ​ຊາວ​ອາ​ເມຣິກາ​ຄົນ​ນີ້ ​ໃນ​ນາມ "ນັກ​ລົບ​ຂອງ​ສັດຕູ​ທີ່​ຮູ້​ກັນ​ດີ​ຜູ້​ນຶ່ງ" ​ແລະ​ເວົ້າວ່າ ພວກ​ເຂົາ​ເຈົ້າຈະນໍາ​ສົ່ງ​ນັກໂທດ​ດັ່ງ​ກ່າວ​ "​ແບບ​ມີ​ມະນຸດສະ​ທໍາ".

ເມື່ອ​ເວົ້າ​ເຖິງ​ຄໍາ​ຖາມ​ໃດໆກໍ​ຕາມ ​ທີ່ມາ​ຈາກ​ກະຊວງ​ຍຸຕິ​ທໍາ, ທ່ານ​ກ່າວ​ເພີ້ມອີກວ່າ "ພວກ​ເຮົາ​ຈະ​ຕາມ​ຫາພວກ​ນັກ​ລົບ​ຂອງ​ກຸ່ມ ISIS ບໍ່ວ່າ​ພວກ​ເຂົາ​ຈະ​ເປັນ​ສັນຊາດ​ໃດ​ກໍ​ຕາມ"​.

ຍັງມີ​ລາຍ​ງານ​ທີ່​ຂັດ​ແຍ້​ງກັນ ​ກ່ຽວກັບສະຖານ​ທີ່​ ທີ່​ນັກ​ລົບ​ຂອງ​ພວກ​ກໍ່ການ​ຮ້າຍ​ຄົນອາ​ເມຣິກັນ​ຜູ້​ນີ້​ ​ເຂົ້າ​ມອບ​ຕົວ, ​ໂດຍ​ທີ່ ​ບາງ​ຄົນ​ເວົ້າວ່າ ​ນັກ​ລົບຄົນ​ນີ້ຍອມ​ຈໍານົນ​ຢູ່​ເມືອງ Raqqa ​ໃນ​ຂະນະ​ທີ່​ຄົນ​ອື່ນໆ ພັດເວົ້າວ່າ ​ລາວເຂົ້າມອບ​ຕົວ​ທີ່​ເມືອງ Deir el-Zour.

​ໂຄສົກ​ຂອງ​ກອງທັບ​ທ່ານ​ນຶ່ງເວົ້າອີກວ່າ ​ໃນ​ຂະນະ​ດຽວກັນພວກນັກ​ລົບຕ້ານກຸ່ມ​ລັດ​ອິສລາມທີ່​ໄດ້ຮັບ​ການໜຸນຫລັງ​ໂດຍ​ກໍາລັງ​ແນວ​ໂຮມ ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍບໍ່​ໄດ້​ຕັ້ງ​ໃຈ​ທີ່​ຈະ​ເຂົ້າ​ໄປ​ໃນ​ເມືອງ Deir el-Zour, ເພື່ອ​ການ​ຫລຸດຜ່ອນບໍ່​ໃຫ້​ເກີດ​ການ​ປະ​ທະ​ທີ່​ອາດ​ເກີດ​ຂຶ້ນລະຫວ່າງພວກ​ທີ່​ເປັນ​ພາຄີ​ຂອງ​ກໍາລັງແນວ​ໂຮມແລະ​ກອງທັບ​ລັດຖະບານ​ຊີ​ເຣຍ ຢູ່​ທີ່​ນັ້ນ.

ພັນ​ເອກ​ທະຫານ​ບົກ Ryan Dillon, ​ໂຄສົກ​ຂອງ​ກໍາລັງແນວ​ໂຮມ​ທີ່​ນໍາພາ​ໂດຍ​ສະຫະລັດ ກ່າວ​ຕໍ່ນັກ​ຂ່າວ​ໃນ​ວັນ​ພະຫັດ​ວານ​ນີ້ ​ໂດຍ​ຜ່ານ​ກອງ​ປະຊຸມ​ທາງ​ໄກ​ໃນ​ວີ​ດິ​ໂອ ​ຈາກ​ນະຄອນ Baghdad ວ່າ "​ແຜນການ​ກໍ​ຄື ດຽວນີ້ຈະ​ບໍ່​ເຂົ້າ​ໄປ​ໃນ​ເມືອງ​ດັ່ງ​ກ່າວ".

ກອງທັບ​ຂອງ​ຊີ​ເຣຍ ​ເມື່ອໝໍ່ໆມານີ້ ​ໄດ້​ທັບ​ມ້າງ​ການ​ປິດ​ລ້ອມ​ເມືອງ Deir el-Zour ຂອງ​ກຸ່ມ​ລັດ​ອິສລາມ ​ແລະ​ກໍ​ຍັງ​ທໍາ​ການ​ຕໍ່ສູ້ ​ກັບ​ພວກ​ກໍ່ການ​ຮ້າຍ ISIS ຊຶ່ງ​ເປັນ​ພວກ​ທີ່​ມີ​ເວລາ
​ເຖິງ 3 ປີ ສ້າງການ​ປ້ອງ​ກັນ​ເຂດ​ແດນ​ຂຶ້ນ ນັ້ນຢູ່.


ຄວາມ​ກ້າວໜ້າຫລ້າ​ສຸດ ຂອງກອງທັບ​ຊີ​ເຣຍ​ ​ແມ່ນ​ມີ​ໄລຍະປະມານ 15 ກິ​ໂລ​ແມັດ​ຫ່າງ​ຈາກ​ກອງທັບ​ປະຊາທິປະ​ໄຕ​ຊີ​ເຣຍ ຫລື SDF.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG