ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພົນລະ​ເຮືອນ ຢູ່​ເມືອງ Raqqa ເສຍຊີວິດ ເພີ້ມຂຶ້ນ ຍ້ອນກຸ່ມ IS ໃຊ້ເປັນເຄື່ອງກໍາບັງ


ທະຫານຈາກ​ກອງ​ກຳລັງ​ປະຊາທິປະ​ໄຕ​ຊີ​ເຣຍ ທີ່ໄດ້​ຮັບ​ການໜຸນຫລັງ​ໂດຍ​ສະຫະລັດ​ ຫລື SDF ຍ່າງຢູ່ໃນທ່າລະມັດລະວັງ ໃນໄລຍະທີ່ທໍາການຕໍ່ສູ້ກັບ ພວກທະຫານກໍ່ຄວາມຮຸນແຮງຂອງກຸ່ມ ລັດອິສລາມໃນຄຸ້ມ Nazlat Shahada ຂອງເມືອງ Raqqa ໃນຊີເຣຍ, ໃນວັນທີ 16 ສິງຫາ, 2017.
ທະຫານຈາກ​ກອງ​ກຳລັງ​ປະຊາທິປະ​ໄຕ​ຊີ​ເຣຍ ທີ່ໄດ້​ຮັບ​ການໜຸນຫລັງ​ໂດຍ​ສະຫະລັດ​ ຫລື SDF ຍ່າງຢູ່ໃນທ່າລະມັດລະວັງ ໃນໄລຍະທີ່ທໍາການຕໍ່ສູ້ກັບ ພວກທະຫານກໍ່ຄວາມຮຸນແຮງຂອງກຸ່ມ ລັດອິສລາມໃນຄຸ້ມ Nazlat Shahada ຂອງເມືອງ Raqqa ໃນຊີເຣຍ, ໃນວັນທີ 16 ສິງຫາ, 2017.

ອົງການປົກ​ປ້ອງ​ສິດທິມະນຸດ ​ແລະພວກ​ນັກ​ເຄື່ອນ​ໄຫວ​ທ້ອງ​ຖິ່ນ​ເຕືອນວ່າ ໃນ​ຂະນະ
​ທີ່​ກໍາລັງ​ທະຫານ ​ທີ່​ໄດ້​ຮັບ​ການໜຸນຫລັງ​ໂດຍ​ສະຫະລັດ​ສືບຕໍ່ການ​ບຸກຄືບໜ້າຢ່າງ​
ຊ້າໆ ​ໃນ​ການໂຈມ​ຕີ ​ທີ່ແນ​ໃສ່​ຂັບ​ໄລ່​ກຸ່ມ​ລັດ​ອິສລາມ ຫລື IS ​ໃຫ້​ອອກ​ຈາກ​ເມືອງ
Raqqa ທີ່​ກຸ່ມ​ດັ່ງກ່າວ​ອ້າງ​ວ່າ ​ເປັນ​ນະຄອນ​ຫວງ​ຂອງ​ຕົນ​ນັ້ນ ພົນລະ​ເມືອງ​ຫລາຍ​
ພັນ​ຄົນ ທີ່​ຕົກ​ຄ້າງ​ຢູ່​ໃນ​ເມືອງ​ນັ້ນ ປະ​ເຊີນ​ກັບ​ໄພ​ອັນຕະລາຍ​ຕື່ມ​ຂຶ້ນຈາກການ​ຍິງ​ສູ້ກັນ.

ພວກ​ເຈົ້າໜ້າທີ່ ຈາກ​ກອງ​ກຳລັງ​ປະຊາທິປະ​ໄຕ​ຊີ​ເຣຍ ທີ່ໄດ້​ຮັບ​ການໜຸນຫລັງ​ໂດຍ
​ສະຫະ ລັດ​ ຫລື SDF ​ເວົ້າວ່າ ການ​ຕໍ່ສູ້​ຂອງ​ເຂົາ​ເຈົ້າ​ກັບ​ກຸ່ມ IS ​ໄດ້​ກ້າວ​ເຂົ້າສູ່​ໄລຍະ
​ທີ່ດຸ​ເດືອດ ​ແລະ​ຮຸນ​ແຮງ​ຢູ່​ໃນ​ເຂດ​ຄຸ້ມ​ ທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່​ຢ່າງໜາ​ແໜ້ນ ຢູ່​ໃນ​ເມືອງ
ດັ່ງກ່າວ ​ໃນ​ຂະນະ​ທີ່​ກຸ່ມ​ກໍ່ການ​ຮ້າຍ​ພະຍາຍາມ​ທີ່​ຈະ​ໃຊ້​ກົນ​ລະ​ຍຸດ​ຫລາຍ​ຢ່າງ​ ທີ່​ຈະ​
ຮັກສາ​ເຂດ​ທີ່ໝັ້ນຂອງ​ຕົນ​ໄວ້.

​ທ່ານ Mustafa Bali, ໂຄສົກ​ຂອງກຳລັງ SDF ກ່າວ​ຕໍ່ວີ​ໂອ​ເອວ່າ "ການ​ຕໍ່ສູ້​ຄັ້ງນີ້​ໄດ້
​ກາຍ​ມາ​ເປັນ​ເລື້ອງຕາຍ ​ເລື້ອງຍັງສໍາລັບ​ທັງ​ສອງ​ຝ່າຍ."

ທ່ານ Bali ກ່າວ​ຕື່ມ​ອີກ​ວ່າ ພວກ​ຫົວ​ຮຸນ​ແຮງ IS ນັບ​ມື້ນັບ​ໃຊ້ການໂຈມ​ຕີ​ດ້ວຍ​ລົດລະ
​ເບີດ​ສະຫລະ​ຊີບ​, ການ​ລອບ​ດັກ​ຍິງ, ຍົນ​ທີ່​ບໍ່ມີ​ຄົນ​ຂັບ ​ແລະ​ການ​ໃຊ້​ອຸໂມງ ​ເພື່ອ​ຢັບຢັ້ງ
ການ​ບຸກຄືບໜ້າ​ໃນ​ການ​ໂຈມ​ຕີ​ຂອງ​ກຳລັງ SDF.

ທ່ານ​ກ່າວ​ເພີ້ມວ່າ "​ແຕ່​ສິ່ງ​ທີ່​ແຕກ​ຕ່າງ​ໃນ​ການ​ປະຕິ​ງານ​ຢູ່​ໃນ​ເມືອງ Raqqa ​ຈາກ​ການ
ປະຕິບັດ​ງານ​ຢູ່​ເມືອງ​ອື່ນໆ ​ແມ່ນ​ລະດັບການ​ໃຊ້​ພົນລະ​ເມືອງ​ເປັນ​ເຄື່ອງກໍາ​ບັງຂອງ​ພວກ
​ອັນທະພານ​ຈາກກຸ່ມ IS."

ທ່ານ​ເວົ້າວ່າ “ພວກ IS ​ໄດ້​ບັງຄັບ​ໃຫ້​ພົນລະ​ເຮືອນ ຢູ່​ໃນ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ຄຸ້ມ
ຕ່າງໆທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່​ຢ່າງ​ໜ​າ​ແໜ້ນ ​ເພື່​ອບໍ່​ໃຫ້​ກຳລັງ​ແນວ​ໂຮມ ທຳ​ການ​ໂຈມ​ຕີ​
ທາງອາກາດ​ໃສ່​ເຂດ​ເຫຼົ່ານັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG