ພວກເຈົ້າໜ້າທີ່ອີຣັກເວົ້າວ່າ ການວາງລະເບີດຫລາຍ
ຄັ້ງຕິດຕໍ່ກັນໄດ້ເຮັດໃຫ້ຢ່າງໜ້ອຍ 6 ຄົນເສຍຊີວິດ
ແລະອີກປະມານ 30 ຄົນ ໄດ້ຮັບບາດເຈັບໃນນະ
ຄອນຫລວງແບກແດດ.
ພວກເຈົ້າໜ້າທີ່ກ່າວຊີ້ແຈງວ່າ ການໂຈມຕີດ້ວຍລະເບີດທີ່
ຫ້າງໄວໃນລົດສອງຄັ້ງໃນວັນອາທິດມື້ນີ້ ແມ່ນແນເປົ້າ
ໝາຍໃສ່ການລາດຕະເວນຂອງຕຳຫລວດ ໃນຂະນະທີ່
ອີກລູກນຶ່ງນັ້ນແມ່ນແນໃສ່ລົດເມ ທີ່ຂົນສົ່ງພວກໄປສະ
ແຫວງບຸນຊາວອີຣ່ານ. ມີຫລາຍຄົນໄດ້ເສຍຊີວິດໃນເຫດ
ການລະເບີດເຫລົ່ານີ້, ລວມທັງຕຳຫລວດຄົນນຶ່ງ.
ພ້ອມກັນນັ້ນ, ຢູ່ໃນເມືອງ Taji ທາງທິດເໜືອຂອງນະ
ຄອນຫລວງແບກແດດນັ້ນ ລະເບີດລົດຄັນນຶ່ງກໍໄດ້ເຮັດ
ໃຫ້ສອງຄົນເສຍຊີວິດ.
ເຖິງແມ່ນຄວາມຮຸນແຮງໃນອີຣັກໄດ້ຫລຸດໜ້ອຍຖອຍລົງຢ່າງຫລວງຫລາຍ ໃນໄລຍະສອງ-
ສາມປີຜ່ານມານີ້ກໍຕາມ ແຕ່ວ່າການໂຈມຕີກໍຍັງມີຢູ່ທົ່ວໄປໃນທົ່ວປະເທດອີຣັກ. ແລະມີການ
ໂຈມຕີເພີ້ມຂຶ້ນຫລາຍໃນເດືອນນີ້ ນັບຕັ້ງແຕ່ນາຍົກລັດຖະມົນຕີ Nouri al-Maliki ໄດ້
ສ້າງຕັ້ງລັດຖະບານໃໝ່ຂຶ້ນມາ ແລະເວລານີ້ ທ່ານ al-Maliki ກໍຍັງບໍ່ທັນໄດ້ແຕ່ງຕັ້ງໃຫ້
ໃຜເປັນລັດຖະມົນຕີຮັບຜິດຊອບດ້ານປ້ອງກັນຊາດ, ຮັກສາຄວາມສະງົບພາຍໃນ ແລະ
ຄວາມໝັ້ນຄົງຂອງຊາດເທື່ອ.