ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີທາງໄຊເບີ້ ຮຽກຄ່າໄຖ່ ທີ່ເຮັດໃຫ້ ບໍລິສັດທໍ່ນ້ຳມັນເຊື້ອໄພ ຂອງສະຫະລັດ ປິດລົງ ຊຶ່ງທ່ານໄບເດັນກ່າວວ່າ ເປັນ 'ການກໍ່ອາຊະຍາກຳ'


ຮອງປະທານາທິບໍດີ ສຫລ ຄາມາລາ ແຮຣິສ ຢືນຟັງໃນຂະນະທີ່ ປະທານາທິບໍດີ ໂຈ ໄບເດັນ ກ່າວກ່ຽວກັບເສດຖະກິດ, ໃນຫ້ອງກ້ຳຕາເວັນອອກ ຂອງທຳນຽບຂາວ, ວັນຈັນ ທີ 10 ພຶດສະພາ 2021, ໃນນະຄອນຫຼວງວໍຊິງຕັນ. (AP Photo/Evan Vucci)
ຮອງປະທານາທິບໍດີ ສຫລ ຄາມາລາ ແຮຣິສ ຢືນຟັງໃນຂະນະທີ່ ປະທານາທິບໍດີ ໂຈ ໄບເດັນ ກ່າວກ່ຽວກັບເສດຖະກິດ, ໃນຫ້ອງກ້ຳຕາເວັນອອກ ຂອງທຳນຽບຂາວ, ວັນຈັນ ທີ 10 ພຶດສະພາ 2021, ໃນນະຄອນຫຼວງວໍຊິງຕັນ. (AP Photo/Evan Vucci)

ປະທານາທິບໍດີ ໂຈ ໄບເດັນ ກ່າວໃນວັນຈັນວານນີ້ວ່າ ການໂຈມຕີທາງໄຊເບີ້ທີ່ເຊື່ອມໂຍງກັບຣັດເຊຍໃນການແນໃສ່ລະບົບທໍ່ສົ່ງນ້ຳມັນເຊື້ອໄຟທີ່ໃຫຍ່ສຸດຂອງ ສະຫະລັດນັ້ນ ແມ່ນ “ການກໍ່ອາຊະຍາກຳ ຢ່າງແນ່ນອນ.”

“ອົງການຕ່າງໆ ໃນທົ່ວລັດຖະບານ ໄດ້ເອົາມາດຕະການຫລຸດຜ່ອນຜົນກະທົບໃດໆ ຕໍ່ການສະໜອງນ້ຳມັນເຊື້ອໄຟຂອງພວກເຮົາຢ່າງວ່ອງໄວ” ທ່ານປະທານາທິບໍດີ ໄດ້ກ່າວໄປຢູ່ທີ່ທຳນຽບຂາວ ໃນຕອນການເລີ້ມຕົ້ນໃຫ້ຄຳເຫັນກ່ຽວກັບວາລະເສດຖະກິດຂອງທ່ານ.

ທ່ານໄບເດັນ ໃນການຕອບຄຳຖາມຂອງນັກຂ່າວ ພາຍຫຼັງຈາກທີ່ທ່ານໄດ້ສະຫລຸບຄຳຖະແຫລງທີ່ໄດ້ກຽມໄວ້ ກ່ຽວກັບວ່າ ມີຫລັກຖານໃດໆໃນການພົວພັນຂອງລັດຖະບານຣັດເຊຍ ຫຼືບໍ່ ທ່ານໄດ້ຕອບວ່າ: “ຂ້າພະເຈົ້າຈະໄປປະຊຸມກັບປະທານາທິບໍດີ ວລາດີເມຍ ປູຕິນ. ແລະມາເຖິງເວລານີ້ ບໍ່ມີຫຼັກຖານທີ່ອີງໃສ່-ຈາກພະນັກງານສືບລັບຂອງພວກເຮົາທີ່ວ່າ ຣັດເຊຍມີສ່ວນກ່ຽວຂ້ອງ.”

ທ່ານໄບເດັນ ໄດ້ກ່າວຕື່ມວ່າ ເຖິງຢ່າງໃດກໍຕາມ ດ້ວຍຫລັກຖານທີ່ວ່າ ພວກທີ່ລັກເຈາະຂໍ້ມູນດ້ວຍການຮຽກຄ່າໄຖ່ ແມ່ນມີຫ້ອງການຕັ້ງຢູ່ໃນຣັດເຊຍ ລັດຖະບານໃນມົສກູ ມີ “ຄວາມຮັບຜິດຊອບບາງສ່ວນເພື່ອແກ້ໄຂກັບເລື້ອງນີ້.”

ສະມາຊິກຂອງຄະນະກຳມະການກອງທັບຂອງສະພາຕ່ຳ ທ່ານຣູເບັນ ກາລເລໂກ ສັງກັດພັກເດໂມແຄຣັດຈາກລັດອາຣີໂຊນາ ໄດ້ກ່າວວ່າ “ລັດຖະບານຂອງ ຣັດເຊຍ ບໍ່ຄວນໃຫ້ບ່ອນຫລົບລີ້ແກ່ພວກກໍ່ການຮ້າຍທາງໄຊເບີ້ ໂດຍບໍ່ໄດ້ຮັບຜົນສະທ້ອນໃດໆເລີຍ.”

ບໍລິສັດໂຄໂລນຽລ ໄພພ໌ໄລນ໌ (Colonial Pipeline) ທີ່ມີສຳນັກງານໃຫຍ່ຢູ່ໃນລັດຈໍເຈຍ ໄດ້ປິດກິດຈະຂອງຕົນໄວ້ ຕັ້ງແຕ່ຫົວທີ ໃນວັນສຸກທີ່ຜ່ານມາ ພາຍ ຫລັງຈາກພວກແຮັກເກີ້ຮຽກຄ່າໄຖ່ໄດ້ລັກເຈາະເຂົ້າໄປໃນເຄືອຂ່າຍລະບົບຄອບພິວເຕີ້ບາງສ່ວນຂອງຕົນ ອີງຕາມບັນດາເຈົ້າໜ້າທີ່ຂອງສະຫະລັດ.

“ບໍລິສັດໂຄໂລນຽລ ໃນເວລານີ້ ກໍາລັງຮ່ວມມືກັບບັນດາທີ່ປຶກສາດ້ານຄວາມປອດໄພທາງໄຊເບີ້ເອກະຊົນຂອງຕົນຢູ່ ເພື່ອປະເມີນຜົນເສຍຫາຍທີ່ອາດເກີດຂຶ້ນ ແລະເພື່ອພິຈາລະນາເບິ່ງວ່າ ໃນເມື່ອໃດທີ່ມັນປອດໄພທີ່ຈະເປີດທໍ່ສົ່ງນຳມັນຄືນສູ່ລະບົບທາງອອນໄລນ໌ໄດ້” ນັ້ນແມ່ນຄຳເວົ້າຂອງທ່ານນາງເອລີຊາເບັດ ເຊີຣວູດ-ແຣນໂດລ ທີ່ປຶກສາດ້ານຄວາມປອດໄພພາຍໃນປະເທດ ແລະຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທີ່ໄດ້ກ່າວຕໍ່ບັນດານັກຂ່າວໃນລະຫວ່າງກອງປະຊຸມຖະແຫລງການ ກ່ອນໜ້າການກ່າວຄຳເຫັນຂອງປະທານາທິບໍດີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG