ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Rand Paul ສະແດງການຄັດຄ້ານ ໃນການຕໍ່ອາຍຸ ກົດໝາຍ Patriot Act


ວີດີໂອ ກ່ຽວກັບຄວາມຄິດເຫັນຂອງທ່ານ Rand Paul, 20 ພຶດສະພາ 2015
ວີດີໂອ ກ່ຽວກັບຄວາມຄິດເຫັນຂອງທ່ານ Rand Paul, 20 ພຶດສະພາ 2015

ສະມາຊິກ​ສະພາທ່ານ​ໜຶ່ງ ​ໄດ້ເຮັດໃຫ້ການ​ດຳ​ເນີນ​ວຽກ​ງານ
​ຂອງ​ສະພາສູງ​ຍຸດຕິລົງໃນ​ວັນ​ພຸດ​ວານ​ນີ້ ​ໂດ​ຍໄດ້ໃຊ້​ສິດ​ຂອງ
​ທ່ານ ຂຶ້ນ​ກ່າວຖະແຫຼງກາງ​ສະພາ ແບບ​ຕໍ່ເນື່ອງຢ່າງ​ບໍ່​ມີ​ການ
​ລົບກວນ​ໃດໆ ຕາບໃດທີ່​ເຫື່ອ​ແຮງ​ຂອງ​ທ່ານ​ຍັງທົນ​ໄດ້ຢູ່. ​

ທ່ານ Rand Paul ສະມາຊິກ​ສະພາສູງສັງກັດພັກ Republican
​ໄດ້​ເລີ້​ມ​ເວົ້າບໍ່​ຢຸດ ​ເພື່ອ​ ປະ​ທ້ວງ​ຕໍ່​ຄວາມ​ພະຍາຍາມ ທີ່​ຈະ​ຕໍ່
ອາຍຸກົດໝາຍຮັກຊາດ ຫຼື Patriot Act ຊຶ່ງ​ເປັນ​ກົດ ໝາຍທີ່
​ໄດ້​ຮ່າງ​ຂຶ້ນ ຫຼັງຈາກ​ການ​ໂຈມ​ຕີ​ໃນວັນ​ທີ 11 ກັນຍາ 2001
ທີ່​ໃຫ້ສິດອຳນາດໃນ ຂອບເຂດທີ່ກວ້າງຂວາງແກ່ລັດຖະບານ
​ສະຫະລັດ ໃນການສືບສວນ​ແລະ​ປ້ອງ​ກັນການວາງ​ແຜນ​
ຂອງ​ພວກ​ກໍ່​ການ​ຮ້າຍ. ທ່ານ Paul ​ໄດ້​ສືບ​ຕໍ່ກ່າວຖະແຫຼງຢ່າງຕໍ່ເນື່ອງເຖິງ 10 ຊົ່ວ​ໂມງ​ເຄິ່ງ ກ່ອນ​ທີ່​ໄດ້ມີການຢຸດເຊົາ.

ທ່ານ Paul ​ໄດ້​ເລີ້ມ​ກ່າວ​ຄຳ​ເວົ້າ​ນີ້... ຂ້າພະ​ເຈົ້າ​ຈະ​ບໍ່​ໃຫ້ ກົດໝາຍຮັກຊາດ ​ເປັນ​ການກະ ທຳທີ່ບໍ່ຮັກ​ຊາດ ດຳ​ເນີນໄປ​ຢ່າງ​ບໍ່ມີການ​ທ້າ​ທາຍ​ນັ້ນ, ຊຶ່ງ​ມັນ​ເປັນ​ການໃຫ້ຄວາມ​ເຫັນ
ຍາວ​ ທີ່​ສຸດໃນ​ສະພາ ຂອງສະມາຊິກສະພາສູງໃດໆ ​ໃນ​ປີ​ນີ້. ທ່ານ​ຍັງ​ໄດ້​ກ່າວ​ຕໍ່​ໄປ​ວ່າ
​ໃນ​ຊ່ວງ​ໜຶ່ງ​ຂອງ​ປະວັດ​ສາດຂອງຊາດ ບ່ອນ​ທີ່​ຄວາມ​ຫວາດ​ກົວ ​ແລະ​ ຄວາມ​ພຶງ​ພໍ​ໃຈ ອະນຸຍາດ​ໃຫ້ມີການສະ​ສົມ​ອຳນາດ​ ແລະ​ສິດ​ເສລີພາບ ​ແລະ​ສິດຂອງສ່ວນບຸກຄົນ ໄດ້ຮັບຄວາມເສຍ ຫາຍນັ້ນ.”

ທ່ານ Paul ທີ່ໄດ້ປະກາດລົງ​ສະໝັກ​ເຂົ້າ​ແຂ່ງຂັນ​ເປັນ​ປະທານາທິບໍດີ​ໃນ​ປີ 2016 ​ແມ່ນ​ເປັນ​ຜູ້​ທີ່ກ້າຕຳ​ນິຕິ​ຕຽນ​ຢ່າງອາດຫານ ຕໍ່ການເກັບກຳຂໍ້ມູນຂະໜາດໃຫຍ່ຂອງອົງການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ກ່ຽວກັບບັນທຶກ​ຂໍ້​ມູນ​ໂທລະສັບຂອງ​ຊາວ​ອາ​ເມຣິກັນ
ຊຶ່ງ​ໃນ​ຫວ່າງ​ໝໍ່ໆ​ມາ​ນີ້ ​ໂຄງການ​ດັ່ງກ່າວ​ຖືກ​ສານ​ອຸທອນຂອງລັດຖະບານກາງ​ສະຫະລັດ ຕັດສິນ​ວ່າຜິດ​ກົດໝາຍ ​ແລະ​ໃນ​ທີ່​ສຸດ​ກໍ​ຈະ​ໄດ້​ຖືກ​ຕັດສິນ​ໂດຍສານ​ສູງສຸດ ນອກ​ເສຍ​ຈາກ​ວ່າ​ທາງ​ລັດຖະສະພາ​ເປັນ​ຜູ້​ປະຕິ​ຮູບ​ເອງ.

US Senate Paul Filibuster
please wait

No media source currently available

0:00 0:00:33 0:00

XS
SM
MD
LG