ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ​ແຣນ ພອ​ລ ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລິ​ກັນ ​ເປັນຄົນ​ທີ​ສີ່ ບໍ່​ເຫັນ​ພ້ອມ​ກັບ ​ການ​ປະ​ກາ​ດ ພາ​ວະ​ສຸກ​ເສີນ ຂອງ ປ. ທ​ຣຳ


ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ​ແຣນ ພອ​ລ ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ ຈາກ​ລັດ​ເຄນ​ເທີ​ກີ.
ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ​ແຣນ ພອ​ລ ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ ຈາກ​ລັດ​ເຄນ​ເທີ​ກີ.

ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ​ແຣນ ພອ​ລ ຈາກ​ລັດ​ເຄນ​ເທີ​ກີ ໄດ້​ກາຍ​ມາ​ເປັນ​
ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລິ​ກັນຄົນ​ທີສີ່ ທີ່​ປະ​ກາດຄັດ​ຄ້ານ ການ​ປະ​ກາດ​ພາ​ວະ
​ສຸ​ກ​ເສີນແຫ່ງ​ຊາດຂອງ​ປະ​ທານ​າ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ທີ່​ຈະ​ສ້າງ​ກຳ​ແພງ​ຢູ່​
ຕາມ​ຊາຍ​ແດນ​ພາກ​ໃຕ້​ຂອງ​ສະ​ຫະ​ລັດ ທີ່​ຈະ​ເຮັດ​ໃຫ້​ມີ​ການ​ລົງ​ຄະ​ແນນ
​ສຽງ​ພຽງ​ພໍ​ຜ່ານ​ມະຕິ​ກີດ​ກັ້ນ.

ທ່ານ​ພອ​ລ​ກ່າວ​ຕໍ່​ບັນ​ດາ​ແຂກ​ຢູ່​ບ່ອນ​ຮັບ​ປະ​ທາ​ນ​ອາ​ຫານ​ຄ່ຳຂອງ​ພັກ​ຣີ​
ພັບ​ບ​ລິ​ກັນ ທີ່ມະ​ຫາ​ວິ​ທະ​ຍາ​ໄລ​ແວ​ສ​ເທີນ ເຄນ​ເທີ​ກີ ອີງ​ຕາມ​ໜັງ​ສື​ພິມ
ໂບ​ລ​ລິງ ນິວ​ສ໌ ວ່າ“ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ລົງ​ຄະ​ແນນ​ສຽງ​ ເພື່ອ​ໃຫ້​ອຳ​ນາດ​
ແກ່​ປະ​ທາ​ນາ​ທິບໍ​ດີ ໃຊ້​ເງິນ ​ທີ່​ຍັງ​ບໍ່​ທັນ​ໄດ້​ອະ​ນຸ​ມັດ​ໂດຍ​ສະ​ພາ.”

ທ່ານ​ພອ​ລ ຮ່ວ​ມ​ກັບ​ບັນ​ດາ​ສ​ະ​ມາ​ຊິກ​ສະ​ພາ​ສູງ​ພັກ​ຣີ​ພັບ​ບ​ລິ​ກັນ ທ່​ານ​
ນາງ​ຊູ​ຊານ ໂຄ​ລ​ລິນ ຈາກ​ລັດ​ເມນ ທ່ານ​ນາງ​ລີ​ຊາ ມູ​ຣ​ໂກ​ສ​ກີ ຈາກ​ລັດ​ອາ​
ລາ​ບາ​ມາ ແລະ​ທ່ານ​ທອມ​ ທີ​ລ​ລິ​ສ ຈາກ​ລັດ​ຄາ​ໂຣ​ໄລ​ນາ​ເໜືອ ທີ່​ຢູ່​ໃນ​ການ​
ຄັດ​ຄ້ານ​ຂອງ​ທ່ານ. ຖ້າ​ຫາກ​ສະ​ມາ​ຊິກ​ສະ​ພາ​ສູງ ​ພັກ​ເດ​ໂມ​ແຄ​ຣັດ​ທັງ​ໝົດ
47 ທ່ານ ລົງ​ຄະ​ແນນ​ສຽງດັ່ງ​ທີ່​ຄາດ​ໄວ້​ນັ້ນ ສະ​ພາ​ສູງ​ຈະມີ​ຄະ​ແນນ​ສຽງ​
ພຽງ​ພໍ​ທີ່​ຈະ​ຜ່ານ​ມະ​ຕິດ້ວຍ 51 ຄະ​ແນນ.

ສະ​ມາ​ຊິກສິບ​ສາມທ່ານຂອງ​ພັກ​ຣີ​ພັບ​ບ​ລິ​ກັນຢູ່​ໃນ​ສະ​ພາ​ຕ່ຳ ຮ່ວມ​ກັບ​
ບັນ​ດາ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ອາ​ທິດ​ແລ້ວ​ນີ້​ ໄດ້​ຜ່ານ​ມະ​ຕິ​ເພື່ອ​ກີດ
​ກັ້ນ​ການ​ປະ​ກາດ​ພາ​ວະ​ສຸກ​ເສີນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣໍາ. ຖ້າ​ຫາກ​ຜ່ານ
ສະ​ພາ​ສູງ ມະ​ຕິ​ດັ່ງກ່າວຈະ​ຜ່ານໄປ​ຫາ​ປະ​ທານ​າ​ທິ​ບໍ​ດີ ຜູ້​ທີ່​ໄດ້​ໃຫ້​ຄຳ​ໜັ້ນ​
ສັນ​ຍາ​ທີ່​ຈະ​ລົງ​ຄະ​ແນນ​ສຽງ​ຮັບຮອງເອົາ.

ບໍ່​ມີ​ສະ​ພາ​ໃດ​ທີ່ມີຄະ​ແນນ​ສຽງ​ພຽ​ງ​ພໍ​ໃນ​ການຢັບ​ຢັ້ງ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ
​ທ​ຣຳ ສອງ​ສ່ວນ​ສາມ​ຂອງແຕ່​ລະ​ສະ​ພາເປັນ​ທີ່​ຕ້ອງ​ການ​ເພື່ອລົບ​ລ້າງ​
ການ​ຢັ​ບ​ຢັ້ງຫຼືວີໂຕຂອງປະທານາທິບໍດີ.

ປະ​ທາ​ນາ​ທິບໍດີ​ທ​ຣຳ ໄດ້​ປະ​ກາດ​ໃນ​ເດືອນ​ກຸມ​ພາຜ່ານມາ ຫຼັງ​ຈາກ​ລັດ​ຖະ
ສະ​ພາໄດ້​ອະ​ນຸ​ມັດ​ພຽງ​ແຕ່ 1,375 ລ້ານ​ໂດ​ລາ​ເພື່ອຄວາມ​ປອດ​ໄພ​ຊາຍ​

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG