ປະທານາທິບໍດີຢູເຄຣນ ທີ່ຖືກຂັບໄລ່ອອກຈາກໜ້າທີ່ ທ່ານ
Viktor Yanukovych ໄດ້ຖິ້ມໂທດໃສ່ຝ່າຍຄ້ານຂອງທ່ານ
ໃນວັນອັງຄານມື້ນີ້ ໃນການເຄື່ອນໄຫວຂອງ Crimea ເພື່ອ
ແຍກໂຕ ອອກໄປຈາກຢູເຄຣນ ແລະກ່າວວ່າ ທ່ານຍັງເປັນ
ປະທານາທິບໍດີຂອງປະເທດແລະຜູ້ບັນຊາການທະຫານສູງ
ສຸດ.
ທ່ານ Yanukovych ໄດ້ຖະແຫຼງຈາກເມືອງ Rostov-on
-Don ປະເທດຣັດເຊຍ ຢູ່ໃນການປາກົດໂຕ ຕໍ່ສາທາລະ
ນະຊົນເທື່ອທີ່ສອງ ນັບຕັ້ງແຕ່ໄດ້ຫລົບໜີໄປຈາກກຸງ Kyiv
ໃນເດືອນແລ້ວນີ້ ລຸນຫລັງທີ່ໄດ້ມີການປະທ້ວງຕໍ່ຕ້ານລັດ
ຖະບານ ເປັນເວລາຫຼາຍໆເດືອນ.
ທ່ານກ່າວປະນາມ ບັນດາເຈົ້າໜ້າທີ່ໃນໄລຍະຂ້າມຜ່ານ ຂອງຢູເຄຣນວ່າ ເປັນ “ພວກ
ຫົວຮຸນແຮງຈັດ” ຊຶ່ງທ່ານ Yanukovych ຮ້ອງແຜນການ ຂອງລັດຖະ ບານໃໝ່ວ່າ ທີ່ຈະຈັດການເລືອກຕັ້ງໃນວັນ 25 ພຶດສະພານີ້ ວ່າ “ບໍ່ຖືກຕ້ອງຊອບທຳ” ແລະ “ຜິດກົດໝາຍ.”
ນອກນັ້ນ ທ່ານຍັງໄດ້ໃຊ້ຄໍາເວົ້າທີ່ຮຸນແຮງຕໍ່ສະຫະລັດ ແລະການສະເໜີໃຫ້ເງິນກູ້ຢືມ
ແບບຄໍ້າປະກັນ 1 ພັນລ້ານໂດລາ ແກ່ລັດຖະບານໄລຍະຂ້າມຜ່ານ ແລະກ່າວວ່າ
“ລັດຖະບານສະຫະລັດ ບໍ່ມີສິດທີ່ຈະ “ເອົາເງິນ ໃຫ້ແກ່ພວກໂຈນ.”
ໃນຂະນະດຽວກັນ ລັດຖະມົນຕີຕ່າງປະເທດຝຣັ່ງ ທ່ານ Laurent Fabius ໄດ້ ກ່າວ
ຕໍ່ວິທະຍຸຝຣັ່ງສາກົນ ໃນວັນອັງຄານມື້ນີ້ວ່າ ປະເທດຕາເວັນຕົກສາມາດລົງ ໂທດຕໍ່
ຣັດເຊຍ ພາຍໃນອາທິດນີິ້ ຖ້າຫາກກຸງມົສກູ ບໍ່ສະໜອງຕອບໃນທາງບວກຕໍ່ຂໍ້ສະ
ເໜີ ເພື່ອລະງັບວິກິດການໃນ Crimea.
ຣັດເຊຍ ແລະປະເທດຕາເວັນຕົກພວມປະເຊີນໜ້າດ້ວຍຄວາມເຄັ່ງຕຶງ ກ່ຽວກັບ ກຳລັງທີ່ນິຍົມຣັດເຊຍຍຶດເອົາແຫຼມ Crimea ຂອງຢູເຄຣນ. ວິກິດການດັ່ງກ່າວເລີ້ມ
ຂື້ນໃນທ້າຍເດືອນແລ້ວນີ້ ຫລັງຈາກ ທ່ານ Yanukovuch ຖືກໄລ່ອອກ.